ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດໜິຕິຕຽນອີຣ່ານ ໃນການຄຸມຂັງ ຜູ້ນໍາຝ່າຍຄ້ານ


ຜູ້ສະມັກເລືອກຕັ້ງປະທານາທິບໍດີ ອີຣ່ານ ທ່ານ Mahdi Karroubi, (ຂວາ) ພົບກັບທ່ານ Mir Hossein Mousavi ນັກປະຕິຮູບ ຄົນສຳຄັນ ໃນການໂຕ້ວາທີທາງໂທລະພາບທີ່ນະຄອນ Tehran
ຜູ້ສະມັກເລືອກຕັ້ງປະທານາທິບໍດີ ອີຣ່ານ ທ່ານ Mahdi Karroubi, (ຂວາ) ພົບກັບທ່ານ Mir Hossein Mousavi ນັກປະຕິຮູບ ຄົນສຳຄັນ ໃນການໂຕ້ວາທີທາງໂທລະພາບທີ່ນະຄອນ Tehran

ສະຫະລັດໄດ້ຕໍາໜິຕິຕຽນ ການຄຸມຂັງພວກຜູ້ນໍາຝ່າຍຄ້ານຂອງ IRAN 2 ທ່ານວ່າ
"ເປັນການຮັບເອົາບໍ່ໄດ້” ແລະຮຽກຮ້ອງໃຫ້ປ່ອຍພວກກ່ຽວ.

ໂຄສົກທໍານຽບຂາວ ທ່ານ Jay Carney ໄດ້ໃຫ້ຄວາມເຫັນດັ່ງກ່າວ ໃນວັນຈັນວານນີ້
ຫຼັງຈາກທີ່ website ຂອງພັກຝ່າຍຄ້ານກ່າວວ່າ ທາງການອີຣ່ານໄດ້ຍ້າຍພວກຜູ້ນໍາ
ຝ່າຍຄ້ານຄື ທ່ານ Mir Hossiein Mousavi, ທ່ານ Mehdi Karroubi ແລະພັນ
ລະຍາຂອງພວກທ່ານ ໄປຍັງຄຸກທີ່ນະຄອນ Tehran.

ລັດຖະບານຂອງອີຣ່ານ ໄດ້ກັກບໍລິເວນນັກປະຕິຮູບທີ່ສຳຄັນທັງສອງທ່ານຫຼັງ ຈາກພວກ
ທ່ານໄດ້ຮ້ອງໃຫ້ມີການໂຮມຊຸມນຸມປະທ້ວງຂອງພວກຝ່າຍຄ້ານ ໃນ ວັນທີ 14 ກຸມພາ
ແລ້ວນີ້ ໃນການສະແດງອອກເຖິງຄວາມເປັນນໍ້ານຶ່ງໃຈດຽວກັນ ສະໜັບສະໜຸນການລຸກຮື
ຂຶ້ນຕໍ່ຕ້ານລັດຖບານຂອງຊາວອາຣັບນັ້ນ.ລັດຖະບານອິຣ່ານໄດ້ເກືອດຫ້າມບໍ່ໃຫ້ມີການໂຮມ
ຊຸມນຸມ ແລະໄດ້ສັ່ງໃຫ້ກໍາລັງຮັກສາຄວາມປອດໄພທັບມ້າງການໂຮມຊຸມນຸມປະທ້ວງ ທີ່ພາ
ໃຫ້ເກີດຄວາມຮຸນແຮງ ເປັນເຫດໃຫ້ມີຜູ້ເສຍຊີວິດ 2 ຄົນນນ.

XS
SM
MD
LG