ອີຣ່ານກ່າວວ່າ ຕົນໄດ້ເປີດບໍ່ແຮ່ຢູເຣນຽມ 2 ແຫ່ງແລະໂຮງງານ
ຜະລິດໃຫ້ແຮ່ທາດຢູເຣນຽມມີຄວາມເຂັ້ມຂຸ້ນ ທີ່ເອີ້ນວ່າ yellow
cake ນັ້ນຢູ່ທີ່ແຂວງ Yazd ໃນພາກກາງຂອງປະເທດ.
ສື່ມວນຊົນຂອງລັດ ກ່າວໃນວັນອັງຄານມື້ນີ້ວ່າ ແຮ່ທາດຢູເຣນຽມ
ທີ່ນໍາອອກມາຈາກບໍ່ທັງສອງຈະຖືກນໍາໄປຜ່ານຂັ້ນຕອນກຳມະວິທີ
ເພື່ອໃຫ້ມີຄວາມເຂັ້ມຂຸ້ນຂຶ້ນ ຊຶ່ງກາຍເປັນສານທີ່ສາມາດປັບປ່ຽນ
ແລະກັ່ນໃຫ້ເປັນເຊື້ອໄຟນິວເຄລຍໄດ້.
ອີຣ່ານກ່າວວ່າ ໂຮງງານເຫຼົ່ານີ້ ສາມາດຜະລິດແຮ່ທາດຢູເຣນຽມ
ທີ່ມີຄວາມເຂັ້ມ ຂຸ້ນ ໄດ້ເຖິງ 60 ຕັນຕໍ່ປີ. ການປະກາດທີ່ວ່ານີ້ໄດ້
ມີຂື້ນ ໃນຂະນະທີ່ອີຣ່ານສະ ຫຼອງຂີດໝາຍຄົບຮອບ ວັນເທັກ
ໂນໂລຈີແຫ່ງຊາດ.
ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໄດ້ຮຽກຮ້ອງ ຢູ່ໃນມະຕິ
ຫຼາຍໆສະບັບ ເພື່ອໃຫ້ອີຣ່ານ ໂຈະກິດຈະກຳທີ່ພົວພັນກັບການ
ກັ່ນທາດຢູເຣນຽມທັງໝົດ ແລະອະນຸຍາດໃຫ້ຄະນະກວດກາ
ສະຫະປະຊາຊາດ ເຂົ້າໄປກວດເບິ່ງ ສະຖານທີ່ນິວເຄລຍຂອງຕົນ. ຫລາຍໆປະເທດ ຮວມທັງສະຫະລັດ ໄດ້ເອົາມາດຕະການເພີ້ມ ຕື່ມຂອງຕົນໃນຄວາມພະຍາຍາມເພື່ອ
ກົດດັນອີຣ່ານທ່າມກາງທີ່ມີຄວາມສົງໄສ ວ່າ ອີຣ່ານກໍາລັງພັດທະນາອາວຸດນິວເຄລຍ.
ການເຈລະຈາລະຫວ່າງອີຣ່ານ ແລະຫົກມະຫາອໍານາດຂອງໂລກ ກ່ຽວກັບໂຄງ ການນິວເຄລຍຂອງເຕຫະຣານນັ້ນ ໄດ້ສີ້ນສຸດລົງ ໃນອາທິດແລ້ວນີ້ ໂດຍທີ່ທັງ ສອງຝ່າຍ
ຍັງ “ຢູ່ຫ່າງໄກກັນ” ແລະບໍ່ມີການຕົກລົງກັນ ທີ່ຈະມີປະຊຸມຕື່ມອີກ.
ອີຣ່ານ ໄດ້ກ່າວມາເປັນເວລາດົນນານແລ້ວວ່າ ໂຄງການນິວເຄລຍຂອງຕົນ ມີຈຸດປະ
ສົງ ເພື່ອຜະລິດໄຟຟ້າ ແລະການຄົ້ນຄວ້າທໍ່ນັ້ນ.