ກຳປັ່ນບັນທຸກນ້ຳມັນລຳນຶ່ງຂອງ ອີຣ່ານ ທີ່ຢູ່ໃນສູນກາງຂອງຄວາມຂັດແຍ້ງທາງການ
ທູດກັບ ສະຫະລັດ ໄດ້ຂາຍສິນຂອງເຂົາເຈົ້າແລ້ວ, ອີງຕາມການກ່າວຂອງ ອີຣ່ານ.
ອົງການຂ່າວ IRNA ຂອງລັດຖະບານ ອີຣ່ານ ໄດ້ຢ້ຳຄຳເວົ້າຂອງໂຄສົກກະຊວງການ
ຕ່າງປະເທດ ທ່ານ ອັບບາສ ມູຊາວີ ໃນວັນອາທິດວານນີ້ວ່າ “ກຳປັ່ນບັນທຸກນ້ຳມັນ
Adrian Darya ໃນທີ່ສຸດໄດ້ເຂົ້າທຽບທ່າຢູ່ຊາຍຝັ່ງທະເລເມດີເທີເຣນຽນ ແລະ ໄດ້ຂົນ
ເອົາສິນຄ້າຂອງມັນອອກ.” ທ່ານບໍ່ໄດ້ອະທິບາຍເຖິງປະເທດທີ່ໄດ້ມີສ່ວນຮ່ວມ.
ກຳປັ່ນດັ່ງກ່າວໄດ້ບັນທຸກນ້ຳດິບຂອງ ອີຣ່ານ ສອງລ້ານນຶ່ງແສນຖັງ. ມັນໄດ້ມືດໄປໃນ
ອາທິດແລ້ວນີ້ ແລະ ຖືກຖ່າຍຮູບເອົາໂດຍດຽວທຽມຢູ່ນອກຊາຍຝັ່ງຂອງປະເທດ ຊີເຣຍ.
ກຳປັ່ນດັ່ງກ່າວໄດ້ຖືກກັກໂດຍກອງທັນເຮືອ ອັງກິດ ຢູ່ນອກແຫຼມ ຈີບຣາລຕາ ໃນເດືອນ
ກໍລະກົດ ທີ່ຜ່ານມາ ຫຼັງຈາກຖືກສົງໄສ ກ່ຽວກັບ ການລະເມີດມາດຕະການລົງໂທດ ສະ
ຫະພາບ ຢູໂຣບ ຕໍ່ນ້ຳມັນທີ່ຂາຍໃຫ້ ຊີເຣຍ. ມັນໄດ້ຖືກຍຶດຢູ່ໃນເຂດແດນຂອງ ອັງກິດ
ເປັນເວລາ 6 ອາທິດ ແລະ ໃນທີ່ສຸດກໍຖືກປ່ອຍໄປ, ໂດຍບໍ່ຟັງການຄັດຄ້ານຂອງ ສະ
ຫະລັດ, ຫຼັງຈາກເຈົ້າໜ້າທີ່ ຈີບຣາລຕາ ກ່າວວ່າເຂົາເຈົ້າໄດ້ຮັບການຄຳສັນຍາວ່າ ເຂົາ
ເຈົ້າຈະບໍ່ມຸ່ງໜ້າໄປປະເທດໃດທີ່ຢູ່ພາຍໃຕ້ມາດຕະການລົງໂທດຂອງ ສະຫະພາບ ຢູ
ໂຣບ.
ນັບຕັ້ງແຕ່ນັ້ນມາ, ສະຫະລັດ ໄດ້ຕິດຕາມກຳປັ່ນລຳດັ່ງກ່າວ, ພະຍາຍາມທີ່ຈະສະເໜີ
ເງິນຊື້ຈ້າງຫຼາຍລ້ານໂດລາໃຫ້ກັບຕັນຂອງເຂົາເຈົ້າ ເພື່ອມອບກຳປັ່ນໃຫ້ ແລະ ອອກ
ມາດຕະການລົງໂທດຕໍ່ສະມາຊິກເຮືອຂອງເຂົາເຈົ້າ.
ພ້ອມກັນນັ້ນໃນວັນອາທິດວານນີ້, ທ່ານ ມູຊາວີ ໄດ້ແນະນຳວ່າ ໃນໄວໆນີ້ ອີຣ່ານ ອາດ
ປ່ອຍກຳປັ່ນບັນທຸກນ້ຳມັນທີ່ຕິດທຸງອັງກິດ ທີ່ຖືກຍຶດໂດຍ ອີຣ່ານ ໃນສິ່ງທີ່ຫຼາຍຄົນເຫັນ
ວ່າ ເປັນການເຄື່ອນໄຫວແກ້ແຄ້ນ.
ກຳປັ່ນ ສເຕນາ ອິມເປໂຣ (Stena Impero) ແມ່ນກຳລັງດຳເນີນຂະບວນການທາງ
ກົດໝາຍຄັ້ງສຸດທ້າຍ ແລະ “ເຮືອລຳດັ່ງກ່າວກໍຈະຖືກປ່ອຍໃນບໍ່ເທົ່າໃດວັນຈະມາເຖິງ
ນີ້,” ອີງຕາມການກ່າວຂອງທ່ານ ມູຊາວີ ໂດຍບໍ່ໃຫ້ລາຍລະອຽດໃດໆຕື່ມ.
ການຍຶດກຳປັ່ນທັງຫຼາຍແມ່ນນຶ່ງໃນຫຼາຍເຫດການທີ່ກ່ຽວຂ້ອງກັນໃນສອງສາມອາທິດ
ທີ່ຜ່ານມາ ທີ່ໄດ້ກະຕຸ້ນຄວາມເຄັ່ງຕຶງໃຫ້ຮຸນແຮງຂຶ້ນລະຫວ່າງລັດຖະບານ ເຕຫະຣ່ານ
ແລະ ບັນດາປະເທດຕາເວັນຕົກ.