ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ສຫລ ສືບສວນ ການຈັບໂຕ ທະຫານເຮືອ ສຫລ 10 ຄົນ ໄລຍະສັ້ນໆ ໂດຍອີຣ່ານ


ພາບເຜິຍແຜ່ໂດຍ ອົງການຂ່າວ IRIB ຂອງທາງການອີຣ່ານ ເມື່ອວັນທີ 13 ມັງກອນ 2016 ສະແດງໃຫ້ເຫັນ ການຈັບກຸມ ພວກທະຫານເຮືອສະຫະລັດໂດຍ ໜ່ວຍ​ພິທັກປະຕິ​ວັດອີຣ່ານ ໃນອ່າວເປີເຊຍ.
ພາບເຜິຍແຜ່ໂດຍ ອົງການຂ່າວ IRIB ຂອງທາງການອີຣ່ານ ເມື່ອວັນທີ 13 ມັງກອນ 2016 ສະແດງໃຫ້ເຫັນ ການຈັບກຸມ ພວກທະຫານເຮືອສະຫະລັດໂດຍ ໜ່ວຍ​ພິທັກປະຕິ​ວັດອີຣ່ານ ໃນອ່າວເປີເຊຍ.

ສະຫະລັດ ສະ​ແດງຄວາມຍິນດີ ນຳການປ່ອຍຕົວທະຫານເຮືອ
ສະຫະ ລັດ 10 ຄົນ ​ໂດຍອີຣ່ານ ໃນວັນພຸດວານນີ້ ໜຶ່ງມື້ຫຼັງຈາກ
ເຮືອຂອງພວກເຂົາເຈົ້າ ໄດ້​ໄຫລເຂົ້າໄປ ໃນເຂດນ່ານນ້ຳ ຂອງ
ອີຣ່ານ ແລະ ໄດ້ຖືກຄວບຄຸມຕົວໄວ້.

ລັດຖະມົນການຕ່າງປະເທດ ສະຫະລັດ ທ່ານ John Kerry
ກ່າວວ່າ ການແກ້ໄຂເຫດການດັ່ງກ່າວ ແມ່ນເປັນຜົນສຳເລັດ
ທາງດ້ານການທູດ ແລະ ລັດຖະມົນຕີປ້ອງກັນປະເທດ ທ່ານ
Ash Carter ກ່າວວ່າ ທ່ານພູູມໃຈ ທີ່ໄດ້ທະຫານສະຫະລັດຄືນ
ມາ “ຢູ່ໃນກຳມືຂອງພວກເຮົາ.”

ທ່ານ Carter ກ່າວວ່າ ເຈົ້າໜ້າທີ່ອາເມຣິກັນຫຼາຍທ່ານ ແມ່ນຍັງບໍ່ແນ່ໃຈ ກ່ຽວ​ກັບ​ສະ
ພາບ​ການ​ຫ້ອມ​ລ້ອມ ການຈັບກຸມພວກລູກເຮືອດັ່ງກ່າວນັ້ນ ຊຶ່ງໃນບາງສ່ວນ ທ່ານ​ກ່າວ​
ວ່າ ອາດເປັນຍ້ອນວ່າ ພວກເພິ່ນແມ່ນຍັງບໍ່ໄດ້ຮັບຟັງການ“ສະລຸບລາຍງານ ຂອງພວກ
ທະຫານເຮືອ ຢ່າງຄົບຖ້ວນ”
ເທື່ອ.

Watch: About the Riverine Patrol Boat
please wait

No media source currently available

0:00 0:00:26 0:00

ສະມາຊິກທະຫານເຮືອທີ່​ຖືກ​ປ່ອຍ ທີ່ມີ ຊາຍ 9 ຄົນ ແລະ ຍິງ ຄົນນຶ່ງນັ້ນ ໃນເວລານີ້ ແມ່ນຢູ່ທີ່ຄ້າຍຂອງສະຫະລັດ ໃນປະເທດກາຕ້າ. ອີຣ່ານຍັງໄດ້ປ່ອຍເຮືອລາດຕະເວນ
ນ້ອຍສອງລຳ ທີ່ພວກທະຫານອາເມຣິການຳໃຊ້ ໃນເວລາທີ່ຖືກຄວບຄຸມໂຕ.

ພວກທະຫານເຮືອດັ່ງກ່າວ ແມ່ນກຳລັງເດີນທາງຜ່ານອ່າວເປີເຊຍຈາກ ປະເທດຄູເວດ
ມຸ້ງໜ້າໄປຍັງປະເທດບາຫ໌ເຣນ ໃນເວລາສູນຄວບຄຸມໄດ້ຂາດການຕິດຕໍ່ກັບພວກເຂົາ
ເຈົ້າ ເມື່ອວັນອັງຄານຜ່ານມາ. ​ໜ່ວຍ​ພິທັກປະຕິ​ວັດອີຣ່ານ ທີ່ລາດຕະເວນ​ໃນອ່າວ
ເປີເຊຍຢູ່ນັ້ນ ໄດ້ຂຶ້ນ​ໄປ​ໃນເຮືອສອງລຳຂອງສະຫະລັດ ແລະ ໄດ້ຈັບກຸມພວກລູກເຮືອ
ຢູ່ໃກ້ກັບເກາະ Farsi ຊຶ່ງເປັນດິຍ​ແດ​ຍຂອງອີຣ່ານ ແມ່ນຢູ່ປະມານລະຫວ່າງກາງຄູເວດ
ແລະ ບາຫ໌ເຣນ.

ເຈົ້າໜ້າທີ່ກະຊວງປ້ອງກັນປະເທດທ່ານນຶ່ງ ກ່າວຕໍ່ວີໂອເອວ່າ ກອງທັບເຮືອ ໄດ້ຂາດ
ການຕິດຕໍ່ສື່ສານ ກັບລູກເຮືອລາດຕະເວນທັງສອງລຳ. ເຈົ້າໜ້າທີ່ກ່າວວ່າ ໃນເວລາ
ກອງທັບເຮືອ ໄດ້ຕິດຕາມເບິ່ງພວກເຂົາເຈົ້າຢູ່ນັ້ນ ເຄື່ອງຕິດຕາມສະແດງໃຫ້ເຫັນວ່າ
ພວກເຂົາເຈົ້າ “ແມ່ນຢູ່ກາງນ້ຳ ແລະ ຢູ່ໃນ​ເຂດ​ນ່ານນ້ຳຂອງອີຣ່ານ.”

XS
SM
MD
LG