ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອີຣ່ານ ປ່ອຍທະຫານເຮືອ ສະຫະລັດ 10 ຄົນ ທີ່ຖືກກັກຂັງ


ຮູບພາບເຜີຍແຜ່ໃນວັນທີ 13 ເດືອນມັງກອນ ຢູ່ໜ້າແວັບໄຊຕ໌ ຂອງ ໜ່ວຍ​ພິທັກປະຕິ​ວັດ ອີ​ຣ່ານ
ຮູບພາບເຜີຍແຜ່ໃນວັນທີ 13 ເດືອນມັງກອນ ຢູ່ໜ້າແວັບໄຊຕ໌ ຂອງ ໜ່ວຍ​ພິທັກປະຕິ​ວັດ ອີ​ຣ່ານ

​ສະຫະລັດ ໃຫ້​ການ​ຢືນຢັນ​ວ່າ ອີຣ່ານໄດ້​ປ່ອຍ​ທະຫານ​ເຮືອ
ສະຫະລັດ 10 ຄົນ ​ໃນ​ວັນພຸດ​ມື້​ນີ້ ໜຶ່ງ​ມື້​ຫລັງ​ຈາກ​ໄດ້​ຖືກ​ກັກ​ໂຕ​
ໄວ້ ​ເວລາ​ເຮືອ​ຂອງ​ເຂົາເຈົ້າ ​ແລ່ນ​ເຂົ້າ​ໄປໃນ​ເຂດນ່ານນໍ້າ​ອີຣ່ານ.

ຖະ​ແຫລ​ງການ​ຂອງທຳ​ນຽນ​ຫ້າ​ແຈ ກ່າວ​ວ່າ ບໍ່ມີ​ການ​ຊີ້​ບອກ​ວ່າ
ຜູ້​ຊາຍ​ເກົ້າ​ຄົນ ​ແລະແມ່ຍິງ​ໜຶ່ງ​ຄົນ ​ໄດ້​ຮັບ​ບາກ​ເຈັບ ​ໃນ​ຂະນະ
​ທີ່​ເຂົາ​ເຈົ້າຢູ່​ພາຍ​ໃຕ້​ການ​ກັກໂຕ ຂອງ​ອີຣ່ານ.

ພວກ​ທະຫານ​ເຮືອ​ເຫລົ່ານີ້ ຢູ່​ໃນ​ເຮືອ​ນ້ອຍ​ສອງ​ລຳ ​ເດີນທາງ​ຢູ່
​ໃນ​ອ່າວ​ເປີ​ເຊຍ ລະຫວ່າງຄູເວດ ​ແລະ​ບາ​ເຣນ ​ໃນ​ວັນ​ອັງຄາ​ນ
ວານ​ນີ້ ​ເວລາ​ກອງ​ບັນຊາ​ການ​ສະຫະລັດ ຂາດ​ການ​ຕິດ​ຕໍ່​ກັບ​ເຂົາ​ເຈົ້າ. ​ເຈົ້າໜ້າ​ທີ່​ປ້ອງ​ກັນ
​ປະ​ເທດກ່າວ​ຕໍ່ວີ​ໂອ​ເອວ່າ ​ເຂົາ​ເຈົ້າຖືກ​ຈັບ​ໂຕ​ໄປຢູ່​ໃກ້ກັບ​ເກາະ Fasi ​ແລະ​ທຳນຽບຫ້າ​ແຈ​
ກ່າວໃນ​ວັນ​ພຸດ​ມື້​ນີ້​ວ່າ ​ເຂົາ​ເຈົ້າ​ໄດ້​ອອກ​ຈາກເກາະຢູ່​ໃນ​ເຮືອ​ສອງ​ລຳດຽວ​ກັນ ກ່ອນຖືກ​ນຳ
ຂຶ້ນ​ຝັ່ງ​ນໍ້າໂດຍເຮືອບິນກອງທັບ​ເຮືອ.

ກອງ​ທັບ​ເຮືອ ສະຫະລັດ ກຳລັງ​ສືບ​ສວນ​ກ່ຽວ​ກັບອຸບັດ​ເຫດ​ດັ່ງກ່າວ.

​ໜ່ວຍ​ພິທັກປະຕິ​ວັດ ອີ​ຣ່ານ ກ່າວ​ໃນ​ຕອນ​ຕົ້ນ​ວ່າ ກຸ່​ມດັ່ງກ່າວ​ໄດ້​ຖືກ​ປ່ອຍ​ໂຕ​ຫລັງ​ຈາກ
ສະຫະລັດ ​ໄດ້​ຂໍ​ຂະມາ​ໂທດ​ໃນ​ການລ່ວງລໍ້າ​ເຂົ້າ​ໄປ​ໃນ​ເຂດ​ນໍ້າ​ແດນ​ດິນ ​ແລະ​ໃຫ້ການ
​ຄໍ້າປະກັນ​ວ່າ ຈະ​ບໍ່​ໃຫ້​ເກີດ​ຂຶ້ນ​ອີກ.

ຮູບພາບເຮືອລົບນ້ອຍສອງລຳ ຂອງ ສະຫະລັດ ຢູ່ໃນອ່າວເປີເຊຍ
ຮູບພາບເຮືອລົບນ້ອຍສອງລຳ ຂອງ ສະຫະລັດ ຢູ່ໃນອ່າວເປີເຊຍ

ໂທລະພາບຂອງ​ລັດຖະບານ​ອີ​ຣ່ານ​ກ່າວ​ວ່າ ນາຍ​ພົນ Ali Fadavi ຜູ້ບັນຊາ​ການກອງທັບ
​ເຮືອ​ຂອງກຳລັງພິທັກປະຕິ​ວັດ ກ່າວ​ວ່າ ລະ​ບົບບອກ​ທິດ​ທາງ​ຢູ່ ໃນເຮືອ​ຂອງພວກ​ທະຫານ​
ອາ​ເມຣິກັນ​ເກີດ​ບັນຫາ​ຕິດ​ຂັດ ຈຶ່ງ​ເຮັດ​ໃຫ້​ເຂົາ​ເຈົ້າ​ເຂົ້າແລ່ນ​ເຂົ້າ​ໄປ​ໃນ​ເຂດນ່ານ​ນໍ້າອີຣ່ານ.

ເຈົ້າໜ້າ​ທີ່​ປ້ອງ​ກັນ​ປະ​ເທດສະຫະລັດກ່າວ​ຕໍ່ວີ​ໂອ​ເອ ວ່າ “ອາດ​ຈະ​ມີ​ບັນ​ຫາ​ຕິດ ຂັດ​ທາງ​
ດ້ານ​ເຄື່ອງ​ຈັກຢູ່​ໃນ​ເຮືອ​ລຳ​ໃດ​ລຳ​ໜຶ່ງ ​ແຕ່​ມັນ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ີອ ໃນ​ເວລາ​ນີ້. ການ
​ຄາດ​ຄະເນ​ຂອງຂ້າພະ​ເຈົ້າ​ກໍ​ຄື​ວ່າ ​ເຂົາ​ເຈົ້າ​ໄດ້ເຂົ້າ​ໄປ​ໃນ​ເຂດນ່ານ​ນໍ້າ​ອີຣ່ານ ​ໃນ​ເວລາ
​ທີ່​ເຂົາ​ເຈົ້າ​ຖືກ​ກັກ​ໂຕໄວ້.”

ປະທານາທິບໍດີ Barack Obama ກ່າວຢູ່​ ຖະ​ແຫລ​ງຕໍ່ສະພາປະ​ເທດ​ຊາດ ​ໃນ​ແລງ​ວັນ​ອັງຄານ​ວານ​ນີ້
ປະທານາທິບໍດີ Barack Obama ກ່າວຢູ່​ ຖະ​ແຫລ​ງຕໍ່ສະພາປະ​ເທດ​ຊາດ ​ໃນ​ແລງ​ວັນ​ອັງຄານ​ວານ​ນີ້

ປະທາ​ນາ​ທິບໍດີສະຫະລັດ ທ່ານ Barack Obama ບໍ່​ໄດ້​ກ່າວ​ເຖິງເຫດ​ການ ດັ່ງກ່າວຢູ່​
ໃນ​ຄຳ​ຖະ​ແຫລ​ງຕໍ່ສະພາປະ​ເທດ​ຊາດ ​ໃນ​ແລງ​ວັນ​ອັງຄານ​ວານ​ນີ້ ​ແຕ່​ທ່ານ​ໄດ້​ກ່າວ​ເຖິງ
ຂໍ້​ຕົກ​ລົງນິວ​ເຄລຍທີ່​ບັນລຸ​ກັນ​ໃນ​ປີກາຍ​ນີ້ລະຫວ່າງ​ເຕຫະ ຣ່ານ ​ແລະ​ບັນດາ​ປະ​ເທດມະຫາ
​ອຳນາດ​ຕາ​ເວັນ​ຕົກ ​ໂດຍກ່າວ​ວ່າ “​ໂລກ​ໄດ້​ຫລີກ​ລ່ຽງສົງຄາ​ມອີກ​ເທື່ອ​ໜຶ່ງ.”

IRAN US Navy Boats
please wait
Embed

No media source currently available

0:00 0:01:46 0:00

XS
SM
MD
LG