ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອິສຣາ​ແອ​ລ ເຕືອນໃຫ້ຮູ້ວ່າ ອີຣ່ານ ໃກ້ຈະມີອາວຸດ ນີວເຄລຍແລ້ວ


ນາຍົກລັດຖະມົນຕີ ເບ​ນຈາ​ມິນ ​ເນ​ຕັນ​ຢາ​ຮູ ຂອງ​ອິສຣາ​ແອ​ລ ​ຍົກເສດຊາກອັນທີ່ທ່ານເອີ້ນວ່າ ເປັນຊິ້ນສ່ວນຂອງເຮືອບິນ
ບໍ່ມີຄົນຂັບ ທີ່ຖືກຍິງຕົກໃນດິນ ແດນຂອງອິສຣາແອລ ຂຶ້ນກ່າວ
ຢູ່​ເທິງ​ເວທີ​ກອງ​ປະຊຸມ​ດ້ານ​ຄວາມໝັ້ນຄົງ​ ທີ່​ນະຄອນ​ມີວນິກຂອງ​ເຢຍຣະມັນ ​ໃນ​ວັນ​ອາທິດ ທີ 18 ກຸມພາ 2018.
ນາຍົກລັດຖະມົນຕີ ເບ​ນຈາ​ມິນ ​ເນ​ຕັນ​ຢາ​ຮູ ຂອງ​ອິສຣາ​ແອ​ລ ​ຍົກເສດຊາກອັນທີ່ທ່ານເອີ້ນວ່າ ເປັນຊິ້ນສ່ວນຂອງເຮືອບິນ ບໍ່ມີຄົນຂັບ ທີ່ຖືກຍິງຕົກໃນດິນ ແດນຂອງອິສຣາແອລ ຂຶ້ນກ່າວ ຢູ່​ເທິງ​ເວທີ​ກອງ​ປະຊຸມ​ດ້ານ​ຄວາມໝັ້ນຄົງ​ ທີ່​ນະຄອນ​ມີວນິກຂອງ​ເຢຍຣະມັນ ​ໃນ​ວັນ​ອາທິດ ທີ 18 ກຸມພາ 2018.

ນາຍົກລັດຖະມົນຕີເບ​ນຈາ​ມິນ ​ເນ​ຕັນ​ຢາ​ຮູ (Benjamin Netanyahu) ຂອງ​ອິສຣາ
​ແອ​ລກ່າວ​ອ້າງ​ວ່າ ຍັງ​ອີກ​ບໍ່ທັນ​ເທົ່າ​ໃດ​ປີ​ເທົ່າ​ນັ້ນ ອີຣ່ານກໍ​ຈະ​ມີ​ລະ​ເບີດນີວ​ເຄລຍ​ແລ້ວ.

ພາຍໃຕ້​ຄວາມ​ກົດ​ດັນຢູ່ທາງ​ບ້ານ ​ແລະ​ໃນ​ຂະນະ​ທີ່​ກໍາລັງ​ປະ​ເຊີນໜ້າກັບຂໍ້​ກ່າວ​ຫາ​
ວ່າ​ອາດ​ໄດ້​ທໍາ​ການ​ສໍ້​ລາດ​ບັງ​ຫລວງ​ນັ້ນ ທ່ານເນ​ຕັນ​ຢາ​ຮູ​ໄດ້​ຂຶ້ນກ່າວຢູ່​ເທິງ​ເວທີ​ກອງ​
ປະຊຸມ​ດ້ານ​ຄວາມໝັ້ນຄົງ​ ທີ່​ນະຄອນ​ມີວນິກຂອງ​ເຢຍຣະມັນ ​ໃນ​ວັນ​ອາທິດ​ວານ​ນີ້
​ເພື່ອ​ເຕືອນ​ໃຫ້​ຮູ້​ກ່ຽວກັບ​ຄວາມໝັ້ນຄົງ​ຢູ່​ໃນ​ເຂດ​ພາກພື້ນຕາ​ເວັນ​ອອກ​ກາງ ​ຊຶ່ງ​ທ່ານ​
ໄດ້​ກ່າວ​ຫາ​ອີຣ່ານວ່າ ສ້າງ​ໄພ​ຂົ່ມຂູ່​ຕໍ່ການ​ຍືນ​ຍົງ​ຄົງ​ຕົວ​ຂອງ​ຂົງ​ເຂດ.

ທ່ານ​ກ່າວວ່າ "ສັນຍາ​ນີວ​ເຄລຍກັບ​ອີຣ່ານ​ໄດ້​ນໍາ​ໄປ​ສູ່​ສະພາບ​ທີ່​ຍັບ​ເຂົ້າ​ໃກ້​ສູ່​ການເລີ້ມ
ຕົ້ນ​ການ​ນັບມື້ ນັບ​ວັນທີ່​ອີຣ່ານຈະ​ມີ​ຄັງ​ອາວຸດ​ນີວ​ເຄລຍພາຍ​ໃນ​ເວລາ​ທົດສະ​ວັດ​ປາຍ
​ເທົ່າ​ນັ້ນ. ​ແລະ​ກາ​ນຜ່ອນ​ຜັນ​ການ​ລົງ​ໂທດທີ່​ສັນຍາ​ດັ່ງກ່າວ​ກໍານົດໄວ້ ບໍ່​ໄດ້​ເຮັດ​ໃຫ້ອີ
ຣ່ານຫລຸດລະ​ດັບຄວາມ​ພະຍາຍາມ​ໃນ​ດ້ານ​ນີ້ລົງ​ເລີຍ. ມັນ​ບໍ່​ໄດ້​ເຮັດ​ໃຫ້​ພວກ​ເຂົາ​ຫລຸດ
​ຜ່ອນ​ຄວາມ​ຮຸນ​ແຮງຫຍັງ​ເພີ້ມ​ເລີຍ​ຢູ່​ພາຍ​ໃນ​ປະ​ເທດ ​ແລະ​ມັນ​ກໍ​ບໍ່​ໄດ້​ເຮັດ​ໃຫ້​ພວກ​ເຂົາຫລຸດຜ່ອນ​ຄວາມ​ຮຸນ​ແຮງ​ຢູ່​ພາຍ​ນອກ​ປະ​ເທດລົງເລີຍ."

ທ່ານເນ​ຕັນ​ຢາ​ຮູ ​ໄດ້ແກວ່ງ​ສິ່ງ​ທີ່​ທ່ານ​ອ້າງ​ວ່າ​ເປັນສິ້ນນຶ່ງ​ຂອງ​ເຮືອ​ບິນ​ບໍ່ມີ​ຄົນ​ຂັບ​ຂອງ
​ອີຣ່ານທີ່​ຖືກ​ຍິງ​ຕົກ​ຢູ່​ໃນ​ຜືນ​ແຜ່ນ​ດິນ​ຂອງ​ອິສຣາ​ແອ​ລ ຢູ່​ເທິງ​ແທ່ນ​ຢືນ​ກ່າວຄໍາປາ​ໄສ
​ໂດຍ​ໄດ້​ຮຽກຮ້ອງ​ໃຫ້​ຜູ້​ແທນ​ຂອງ​ອີຣ່ານອອກ​ມາສະ​ເໜີຕົວ ​ເພື່ອ​ຮັບ​ຮູ້​ເອົາ​ສິ່ງ​ດັ່ງກ່າວ.
ຫລັງ​ຈາກ​ນັ້ນ ທ່ານ​ກໍ​ໄດ້​ຂີດ​ເສັ້ນ​ແດງ​ໃຫ້​ແກ່​ເຕຫະຣ່ານ.

ທ່ານ​ກ່າວ​ເພີ້ມອີກ​ວ່າ "​ອິສຣາ​ແອ​ລຈະ​ສືບ​ຕໍ່ປ້ອງ​ກັນ​ບໍ່​ໃຫ້​ອີຣ່ານມີ​ທະຫານ​ປະ​ຈໍາ​ຢູ່​ໃນ​
ຊີ​ເຣຍຢ່າງ​ຖາວອນ​ໄດ້. ​ອິສຣາ​ແອ​ລ ຈະ​ສືບຕໍ່ດໍາ​ເນີນ​ການ​ເພື່ອ​ປ້ອງ​ກັນ​ອີຣ່ານບໍ່​ໃຫ້​
ສ້າງຖານທັບກໍ່ການຮ້າຍເພີ້ມອີກແຫ່ງນຶ່ງ ບໍ່​ໃຫ້​ມີ​ການ​ສ້າງ​ໄພ​ຂົ່ມຂູ່​ຕໍ່​ອິສຣາ​ແອ​ລໄດ້."

ທ່ານເນ​ຕັນ​ຢາ​ຮູ​ເວົ້າວ່າ ພັນທະ​ມິ​ດ​ໄດ້​ປ່ຽນ​ແປງ​ໄປ ​ຢູ່ໃນ​ພາກພື້ນຕາ​ເວັນ​ອອກ​ກາງ.
ທ່ານ​ກ່າວ​ວ່າ "ປັດຈຸ​ບັນນີ້​ໄດ້​ມີ​ຜົນ​ຕາມ​ມາ​ອັນ​ນຶ່ງທີ່​ອາດ​ເກີດຂຶ້ນ​ໄດ້​ ຕໍ່ການ​ເພີ້ມທະວີ​
ຄວາມ​ຮຸນ​ແຮງ​ຂອງອີຣ່ານຢູ່​ໃນ​ຂົງ​ເຂດ. ນັ້ນກໍ​ຄື​ມັນ​ເຮັດ​ໃຫ້​ຊາວ​ອາຣັບ ​ແລະ​ຊາວອິສ
ຣາ​ແອ​ລມີ​ຄວາມ​ໃກ້ຊິດ​ກັນ​ຂຶ້ນຢ່າງ​ບໍ່​ເຄີຍ​ມາ​ມາ​ກ່ອນ. ​ແລະ​ໃນທາງ​ກົງກັນຂ້າມ​ເຫດ
ການ​ນີ້ອາດ​ຈະປູ​ທາງ​ໄປ​ສູ່​ສັນຕິພາບໃນ​ເຂດ​ອັນ​ກວ້າງ​ຂວາງ​ຂຶ້ນ ​ແລະ​ໃນ​ທີ່​ສຸດ​ກໍຈະ
ກ້າວ​ໄປ​ສູ່ການ​ປູ​ເສັ້ນທາງ​ສັນຕິ​ພາບ​ລະ​ຫວ່າງປາແລ​ສ ຕາຍນ໌ ​ແລະ​ອິສ​ແອ​ລອີກ​ດ້ວຍ.."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG