ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານ ເປີດການເຈລະຈາ ກັບ ມະຫາອຳນາດ ຂອງໂລກ ຄືນໃໝ່


ຫົວໜ້ານະໂຍບາຍການຕ່າງປະເທດ ຂອງອີຢູ ແລະລັດຖະມົນຕີ ການຕ່າງປະເທດອີຣ່ານ ທ່ານ Javad Zarif ຫຼັງຈາກຖ່າຍຮູບຮ່ວມກັນ ກ່ອນການເຈລະຈາ ເປັນເວລາ 2 ມື້ (7 ພະຈິກ 2013)
ຫົວໜ້ານະໂຍບາຍການຕ່າງປະເທດ ຂອງອີຢູ ແລະລັດຖະມົນຕີ ການຕ່າງປະເທດອີຣ່ານ ທ່ານ Javad Zarif ຫຼັງຈາກຖ່າຍຮູບຮ່ວມກັນ ກ່ອນການເຈລະຈາ ເປັນເວລາ 2 ມື້ (7 ພະຈິກ 2013)
ຄະນະເຈລະຈາຂອງອີຣ່ານແລະ 6 ປະເທດມະຫາອຳນາດຂອງ
ໂລກ ພວມປະຊຸມກັນຢູ່ທີ່ນະຄອນເຈນີວາ ໃນວັນພະຫັດມື້ນີ້ ໃນ ຄວາມພະຍາຍາມເທື່ອຫຼ້າສຸດ ເພື່ອຫາທາງແກ້ໄຂ ການປະເຊີນ
ໜ້າທີ່ມີມາເປັນເວລານຶ່ງທົດສະວັດ ກ່ຽວກັບໂຄງການນິວເຄລຍ
ຂອງອີຣ່ານ.

ການເຈລະຈາເປັນເວລາສອງມື້ ມີຂຶ້ນລຸນຫລັງ ການປະຊຸມກັນ
ໃນເດືອນແລ້ວນີ້ ທີ່ທັງສອງຝ່າຍຕ່າງກໍກ່າວວ່າ ດໍາເນີນໄປໃນ
ທາງບວກ.

ລັດຖະມົນຕີການຕ່າງປະເທດຂອງອີຣ່ານ ທ່ານ Javad Zarif
ທີ່ເປັນຫົວໜ້າຄະນະຜູ້ແທນອີຣ່ານ ກ່າວໃນວັນພະຫັດມື້ນີ້ວ່າ ທ່ານຫວັງວ່າ ຈະມີການ ເຈລະຈາກັນຢ່າງຈິງຈັງ ແລະການຕົກລົງ ອາດຈະບັນລຸກັນ ໃນອາທິດນີ້ ຖ້າຫາກທັງ 2 ຝ່າຍພະຍາຍາມໃຫ້ຫລາຍທີ່ສຸດ.

ທ່ານໄດ້ໃຫ້ຄວາມເຫັນດັ່ງກ່າວ ຫລັງຈາກການປະຊຸມ ໃນຕອນຮັບປະທານອາຫານເຊົ້າ ຮ່ວມກັບຫົວໜ້ານະໂຍບາຍການຕ່າງປະເທດຂອງສະຫະພາບຢູໂຣບທ່ານນາງ Cathe-
rine Ashton ທີ່ຮັບໜ້າທີ່ເປັນຫົວໜ້າເຈລະຈາຂອງກຸ່ມ 6 ປະເທດມະຫາອຳນາດທີ່ປະ ກອບດ້ວຍສະຫະລັດ ອັງກິດ ຝຣັ່ງ ຣັດເຊັຍ ແລະ ເຢຍຣະມັນ.

ອີຣ່ານພວມຊອກຫາຊ່ອງທາງ ເພື່ອຢາກໃຫ້ມີການຜ່ອນຜັນການລົງໂທດຂອງນາໆຊາດ ໃນຂະນະທີ່ກຸ່ມ 6 ປະເທດມະຫາອຳນາດຂອງໂລກ ຕ້ອງການຢາກໃຫ້ອີຣ່ານ ຄໍ້າປະກັນ ວ່າ ຕົນຈະບໍ່ພະຍາຍາມຫາທາງສ້າງອາວຸດນິວເຄລຍ.

ເຈົ້າໜ້າທີ່ອະວຸໂສທ່ານນຶ່ງຂອງສະຫະລັດ ກ່າວຕໍ່ພວກນັກຂ່າວ ໃນວັນພຸດວານນີ້ວ່າ 6 ປະເທດພວມກະກຽມ ທີ່ຈະສະເໜີການຜ່ອນຜັນໃນການລົງໂທດແບບຈຳກັດ ເພື່ອເປັນ ການແລກປ່ຽນ ໃຫ້ອີຣ່ານຫລຸດກິດຈະກຳ ໃນການກັ່ນທາດຢູເຣນຽມລົງ ແຕ່ການເຄື່ອນ ໄຫວໃດໆກໍຕາມອາດຈະໄດ້ຮັບການຍົກເລີກ ຖ້າອີຣ່ານຫາກບໍ່ຍອມປະຕິບັດຕາມ.

ເຈົ້າໜ້າທີ່ທ່ານນີ້ເວົ້າວ່າ ທັງສອງຝ່າຍເລີ້ມທຳຄວາມເຂົ້າໃຈໃນອັນທີ່ເປັນບາດກ້າວທຳ ອິດກ່ຽວກັບການທີ່ອາດຈະບັນລຸການຕົກລົງກັນ.
XS
SM
MD
LG