ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອີຣ່ານ ແລະ ມະຫາອຳນາດ ຂອງໂລກ ຫາລື ເລື່ອງ ນິວເຄລຍ (ວີດີໂອ)


ປະທານາທິບໍດີອີຣ່ານ ທ່ານ Hassan Rohani ກ່າວຄຳປາໄສ ຕໍ່ກອງປະຊຸມລະດັບສູງ ລົດກຳລັງອາວຸດນິວເຄລຍ ຂອງອົງການ ສປຊ ໃນລະຫວ່າງກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາດ ທີ່ນະຄອນນິວຢອກ (26 ກັນຍາ 2013)
ປະທານາທິບໍດີອີຣ່ານ ທ່ານ Hassan Rohani ກ່າວຄຳປາໄສ ຕໍ່ກອງປະຊຸມລະດັບສູງ ລົດກຳລັງອາວຸດນິວເຄລຍ ຂອງອົງການ ສປຊ ໃນລະຫວ່າງກອງປະຊຸມ ສະມັດຊາໃຫຍ່ ສະຫະປະຊາຊາດ ທີ່ນະຄອນນິວຢອກ (26 ກັນຍາ 2013)
ພວກຜູ້ນຳຂອງໂລກ ເປີດການໂອ້ລົມເລື່ອງນິວເຄລຍໃນວັນພະ
ຫັດມື້ນີ້ ກັບຫົວໜ້ານັກການທູດ ຂອງອີຣ່ານ ທ່າມກາງທີ່ມີຮ່ອງ ຮອຍສົດໆຮ້ອນໆສະແດງໃຫ້ເຫັນວ່າ ເຕຫະຣ່ານພວມຊອກຫາ ຊ່ອງທາງຢາກເປີດການເຈລະຈາ ແກ້ໄຂໂຄງການນິວເຄຼຍຂອງ
ຕົນທີ່ຍັງເປັນບັນຫາໂຕ້ແຍ້ງນັ້ນ.

ພວກນັກວິເຄາະສ່ວນໃຫຍ່ ບໍ່ຄາດວ່າ ຈະມີຄວາມກ້າວໜ້າ ທີ່
ສຳຄັນໃດໆໃນການພົບປະກັນຊຶ່ງຈັດໃຫ້ມີຂຶ້ນຢູ່ຂ້າງນອກກອງ
ປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາດຢູ່ທີ່ນະຄອນນິວ
ຢອກ. ແຕ່ພວກນັກການທູດຫວັງວ່າຈະຕົກລົງກັນກ່ຽວກັບເລີ້ມ
ຄືນໃໝ່ ໃນອັນທີ່ເອີ້ນວ່າ ການເຈລະຈານິວເຄລຍ ຂອງກຸ່ມ 5 ປະເທດມະຫາອຳນາດ ບວກນຶ່ງຊຶ່ງມີຂຶ້ນເທື່ອສຸດທ້າຍໃນເດືອນເມສາຕົ້ນປີນີ້.

ການພົບປະກັນໃນຄັ້ງນີ້ແມ່ນຂີດໝາຍຂອງການພົບປະລະດັບສູງສຸດລະຫວ່າງກຸງວໍຊິງ
ຕັນ ແລະເຕຫະຣ່ານ ໃນຮອບ 6 ປີ ແລະແມ່ນນຶ່ງ ໃນຈຳນວນບໍ່ເທົ່າໃດຄັ້ງ ທີ່ພວກເຈົ້າ
ໜ້າທີ່ອະວຸໂສ ຂອງປະເທດທັງສອງ ໄດ້ພົບປະກັນ ນັບແຕ່ໄດ້ມີການຕັດຄວາມສຳພັນ
ທາງດ້ານການທູດ ໃນປີ 1980.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ແລະຄູ່ຕຳແໜ່ງ ຝ່າຍອີ
ຣ່ານ ທ່ານ Javad Zarif ຈະເຂົ້າຮ່ວມການປະຊຸມ ພ້ອມກັບພວກເຈົ້າໜ້າທີ່ອະວຸໂສ ຈາກອັງກິດ ຝຣັ່ງ ຈີນ ຣັດເຊຍແລະເຢຍຣະມັນ. ຫົວໜ້ານະໂຍບາຍການຕ່າງປະເທດ ຂອງສະຫະພາບຢູໂຣບທ່ານນາງ Catherine Ashton ຈະເປັນເຈົ້າພາບຈັດການປະ ຊຸມໃນຄັ້ງນີ້.

ການເຈລະຈາທີ່ວ່ານີ້ມີຂຶ້ນນຶ່ງມື້ ຫຼັງຈາກປະທານາທິບໍດີອີຣ່ານທ່ານ Hassan Rouha-
ni ກ່າວວ່າ ທ່ານຢາກໃຫ້ມີການຕົກລົງກັນ ກັບປະເທດຕາເວັນຕົກ ກ່ຽວກັບໂຄງການ
ນິວເຄລຍຂອງອີຣ່ານ ໃນລະຫວ່າງ 3 ຫາ 6 ເດືອນ.

ປະທານາທິບໍດີ Rouhani ກ່າວຕໍ່ໜັງສືພິມ Washington Post ໃນມື້ວັນພຸດວານນີ້ວ່າ ຊ່ອງທາງດຽວເທົ່ານັ້ນທີ່ຈະສ້າງຄວາມກ້າວໜ້າໄດ້ ກໍຄືຕັ້ງກຳນົດເວລາໃນການເຈລະ
ຈາໂດຍເວົ້າວ່າ ການຕົກລົງກັນໄດ້ໄວເທົ່າໃດ ຍິ່ງເປັນການດີສຳລັບທຸກໆຄົນ.

Top Diplomats to Meet on Iran’s Nuclear Program
please wait

No media source currently available

0:00 0:03:04 0:00
ລິງໂດຍກົງ
XS
SM
MD
LG