ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ອິຣ່ານ ພ້ອມແລ້ວ ທີ່ຈະເຈລະຈາ ກ່ຽວກັບ ເລຶ່ອງນິວເຄຼຍ


ປະທານາທິບໍດີອິຣ່ານ ທ່ານ Hasan Rouhani
ປະທານາທິບໍດີອິຣ່ານ ທ່ານ Hasan Rouhani
ທ່ານ Hasan Rouhani ປະທານາທິບໍດີ​ອິຣ່ານ ​ເວົ້າ​ວ່າ ລັດຖະ ບານຂອງທ່ານ ພ້ອມ​ທີ່​ຈະ​ທໍາ​ການ​ເຈລະຈາ​ກ່ຽວ​ກັບ​ໂຄງການ​ນີວ​ເຄຼຍຂອງ​ຕົນ ​ແຕ່​ກໍ​ຕໍ່​ເມື່ອ​ການ​ເຈລະ​ຈາ ດັ່ງກ່າວ ບໍ່​ມີການ​ຕັ້ງ​ເງື່ອນ​ໄຂ​ລ່ວງ​ໜ້າ​ໃດໆ.

​ໃນ​ຄຳ​ປາ​ໄສ ​ຢູ່​ໃນ​ພິທີ​ສວນ​ສະໜາມ​ຂອງ​ກອງທັບ ​ເມື່ອ​ວັນ​ອາທິດ​ມື້​ນີ້ ປະທານາທິບໍດີ Rouhani ​ເວົ້າ​ວ່າ ພວກ​ປະ​ເທດ​ ຕາ​ເວັນ​ຕົກ​ທັງຫຼາຍ ຈະຕ້ອງ​ຍອມ​ຮັບ​ສິດທິ​ ຂອງ
ອິຣ່ານ ​ເພື່ອ​ກັ່ນ​ທາດ​ຢູ​ເຣນຽມ ທີ່ຢູ່ພາຍ​ໃນຂອບຂອງ​ກົດໝາຍ​ສາກົນ​ນັ້ນ.

ນອກ​ນີ້​ແລ້ວ ທ່ານ Rouhani ຍັງ​ໄດ້​ເນັ້ນ​ຢໍ້າ​ເຖິງ​ການ​ຢືນ​ຢັນຂອງ​ອິຣ່ານ ວ່າ ​ໂຄງການ ນີວ​ເຄຼຍຂອງ​ຕົນ​ ​ມີ​ຈຸດປະສົງ​ໃນ​ທາງ​ສັນຕິ​ເທົ່າ​ນັ້ນ.

ທ່ານ Rouhani ມີ​ກໍານົດ​ຈະ​ເດີນ​ທາງ​ມານະ​ຄອນ​ນີວຢ໊ອກ ​ໃນ​ວັນ​ຈັນ​ມື້​ອື່ນ​ນີ້ ​ ​ເພື່ອ​ເຂົ້າ​ຮ່ວມ​ໃນ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ.

ອິຣ່ານ​ໄດ້​ທ້າ​ທາຍ​ຕໍ່​ການ​ລົງ​ໂທດ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ມາ​ໄດ້​ສີ່​ຄັ້ງ​ແລ້ວ ທີ່​ທວງ​ໃຫ້​ອີຣ່ານໂຈະ​ການ​ກັ່ນ​ທາດ​ຢູ​ເຣນຽມນັ້ນ.

ສະຫະລັດ ​ແລະ​ພັນທະ​ມິດ​ຂອງ​ຕົນ ​ໄດ້ທຳການ​ລົງ​ໂທດ​ທາງ​ດ້ານເສດຖະກິດຕໍ່​ອິຣ່ານ ​ໂຮມ​ທັງ​ວາງ​ຂໍ້​ຈໍາກັດ​ຮັດ​ແຄບ​ດ້ານ​ນໍ້າມັນ ​ແລະ​ການ​ທະນາຄານ ຫຼັງຈາກ​ອິຣ່ານ​ໄດ້​ປະຕິ​ເສດ ​ບໍ່​ຍອມອະນຸຍາດ​ໃຫ້​ເຈົ້າໜ້າ​ທີ່ ກວດກາ​ນີວ​ເຄຼຍສາກົນ ​ເຂົ້າໄປ​ກວດກາ​ເບິ່ງ​ສະຖານ​ນີວ​ເຄຼຍ​ແຫ່ງ​ຕ່າງໆ​ຂອງ​ຕົນ. ເປັນ​ທີ່​ເຊື່ອກັນຢ່າງ​ກວ້າງຂວາງ​ວ່າ ອິຣ່ານກໍາລັງ​ພັດທະນາ​ໂຄງການ​ສ້າງ​ອາວຸດ​ນີວ​ເຄຼຍ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບ ຂອງວີໂອເອລາວ ວັນທີ 10 ພຶດສະພາ 2024

XS
SM
MD
LG