ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເຈລະຈາ ເລື່ອງນິວເຄລຍ ກັບອີຣ່ານ ບໍ່ກ້າວໜ້າ (ວີດີໂອ)


ຫົວໜ້າຄະນະເຈລະຈານິວເຄລຍ ຂອງອີຣ່ານ ທ່ານ Saeed Jalili (ຂວາ) ແລະທ່ານນາງ Catherine Ashton ຫົວໜ້ານະໂຍບາຍການຕ່າງປະເທດ ຂອງສະຫະພາບຢູໂຣບ ພວມຍ່າງໜີ ຫຼັງຈາກຖ່າຍຮູບຮ່ວມກັນແລ້ວ (5 ເມສາ 2013)
ຫົວໜ້າຄະນະເຈລະຈານິວເຄລຍ ຂອງອີຣ່ານ ທ່ານ Saeed Jalili (ຂວາ) ແລະທ່ານນາງ Catherine Ashton ຫົວໜ້ານະໂຍບາຍການຕ່າງປະເທດ ຂອງສະຫະພາບຢູໂຣບ ພວມຍ່າງໜີ ຫຼັງຈາກຖ່າຍຮູບຮ່ວມກັນແລ້ວ (5 ເມສາ 2013)
ການເຈລະຈາໃນມື້ທີສອງ ຊຶ່ງເປັນມື້ສຸດທ້າຍ ກຳລັງດຳເນີນໄປ ໃນວັນເສົາມື້ນີ້ ທີ່ນະຄອນ Almaty ປະເທດ Kazakhstan ຂະນະທີ່ຜູ້ຕາງໜ້າ ຈາກຫ້າປະເທດສະມາຊິກຖາວອນຂອງສະ ພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ບວກເຢຍຣະມັນ
ແລະອີຣ່ານ ສືບຕໍ່ການດຳເນີນຄວາມພະຍາຍາມເພື່ອໃຫ້ບັນລຸ
ການຜ່ອນສັ້ນຜ່ອນຍາວກ່ຽວກັບໂຄງການນິວເຄລຍທີ່ເປັນບັນ
ຫາໂຕ້ແຍ້ງຂອງເຕຫະຣານ.

ຄະນະຜູ້ຕາງໜ້າ ກຳລັງປຶກສາຫາລືກັນ ກ່ຽວກັບຂໍ້ສະເໜີທີ່ຈະ ອະນຸຍາດໃຫ້ອີຣ່ານຄ້າຂາຍໄດ້ ຜະລິດຕະພັນຈຳນວນນຶ່ງ ຊຶ່ງ ຖືກຫ້າມພາຍໃຕ້ການລົງໂທດຂອງນາໆຊາດໃນເວລານີ້ ຖ້າອີ
ຣ່ານຫາກຕົກລົງ ທີ່ຈະປິດສະຖານທີ່ນິວເຄລຍແຫ່ງນຶ່ງ ແລະກຳຈັດການເກັບສະສົມທາດ
ຢູເຣນຽມກັ່ນແລ້ວຂອງຕົນ.

ໂຄສົກກະຊວງການຕ່າງປະເທດສະຫະລັດທ່ານນາງ Victoria Nuland ກ່າວໃນມື້ວັນສຸກ ວານນີ້ວ່າ ໃນລະຫວ່າງມື້ທຳອິດຂອງການເຈລະຈາກັນນັ້ນ ອີຣ່ານບໍ່ສາມາດ “ໃຫ້ຄຳຕອບ ທີ່ຈະແຈ້ງແລະໜັກແໜ້ນ” ຕໍ່ຂໍ້ສະເໜີຂອງກຸ່ມປະເທດ ທີ່ເອີ້ນວ່າ P5+1 ໃນລະຫວ່າງການ ເຈລະຈານິວເຄລຍເທື່ອແລ້ວ ໃນເດືອນກຸມພາຜ່ານມາ.

ນອກນັ້ນແລ້ວ ໃນວັນສຸກວານນີ້ ໂຄສົກຄົນນຶ່ງຂອງທ່ານນາງ Catherine Ashton ຫົວໜ້າ ນະໂຍບາຍການຕ່າງປະເທດຂອງສະຫະພາບຢູໂຣບກໍໄດ້ຮຽກຮ້ອງໃຫ້ອີຣ່ານເອົາບາດກ້າວ ເພື່ອເສີມສ້າງຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນແລະກັນແລະໃຫ້ການຄໍ້າປະກັນຕໍ່ປະຊາຄົມນາໆ ວ່າ ຕົນບໍ່ມີຄວາມສົນໃຈ ແລະບໍ່ໄດ້ດຳເນີນການກ່ຽວກັບໂຄງການນິວເຄລຍທາງທະຫານ.

XS
SM
MD
LG