ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໘ ທັນວາ ໒໐໒໕

ບັນດາ ປະເທດ ມະຫາອຳນາດ ເລີ້ມເຈລະຈາ ກັບອີຣ່ານ (ວີດີໂອ)


ຫົວໜ້າຄະນະເຈລະຈາຂອງອີຣ່ານ ທ່ານ Saeed Jalili (ຂວາ) ແລະທ່ານນາງ Catherine Ashton ຫົວໜ້ານະໂຍບາຍ ການຕ່າງປະເທດຂອງສະຫະພາບຢູໂຣບ ຖ່າຍຮູບຮ່ວມກັນ ກ່ອນການເຈລະຈາ ທີ່ນະຄອນ Almaty (5 ເມສາ 2013)
ຫົວໜ້າຄະນະເຈລະຈາຂອງອີຣ່ານ ທ່ານ Saeed Jalili (ຂວາ) ແລະທ່ານນາງ Catherine Ashton ຫົວໜ້ານະໂຍບາຍ ການຕ່າງປະເທດຂອງສະຫະພາບຢູໂຣບ ຖ່າຍຮູບຮ່ວມກັນ ກ່ອນການເຈລະຈາ ທີ່ນະຄອນ Almaty (5 ເມສາ 2013)
ບັນດາປະເທດມະຫາອຳນາດຂອງໂລກແລະອີຣ່ານ ເລີ້ມການ
ປະຊຸມເປັນເວລາ 2 ມື້ ກ່ຽວກັບໂຄງການນິວເຄລຍຂອງເທຫະ
ຣ່ານ.

ການເຈລະຈາຫາລືດັ່ງກ່າວໄຂຂຶ້ນທີ່ນະຄອນ Almaty ປະເທດ Kazakhstan ໃນວັນສຸກ ມື້ນີ້ ໂດຍມີ 5 ປະເທດສະມາຊິກຖາ ວອນຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດບວກ
ເຢຍຣະມັນ ແລະອີຣ່ານເຂົ້າຮ່ວມ.

ໂຄສົກຄົນນຶ່ງຂອງທ່ານນາງ Catherine Ashton ຫົວໜ້າດ້ານ ນະໂຍບາຍການຕ່າງປະເທດຂອງສະຫະພາບຢູໂຣບກ່າວຕໍ່ພວກນັກຂ່າວໃນວັນສຸກມື້ນີ້ວ່າ ກຸ່ມ 5 ປະເທດມະຫາອຳນາດ ບວກເຢຍຣະມັນ ຫຼື P5+1 ຫວັງວ່າ ອີຣ່ານຈະໃຫ້ຄຳຕອບຕໍ່ ຂໍ້ສະເໜີທີ່ກຸ່ມດັ່ງກ່າວໄດ້ມອບໃຫ້ແກ່ອີຣ່ານໃນເດືອນກຸມພາຜ່ານມາ. ຂໍ້ສະເໜີເຫຼົ່ານີ້ແມ່ນ ຮວມທັງໃຫ້ອີຣ່ານອັດສະຖານທີ່ນິວເຄລຍແຫ່ງນຶ່ງແລະກຳຈັດທາດຢູເຣນຽມກັ່ນແລ້ວທີ່ເກັບ ສະສົມໄວ້ເພື່ອເປັນການແລກປ່ຽນກັບການອະນຸຍາດໃຫ້ມີການຄ້າຂາຍຜະລິດຕະພັນບາງ ຢ່າງຊຶ່ງຖືກຫ້າມພາຍໃຕ້ການລົງໂທດຂອງນາໆຊາດໃນເວລານີ້.

ໃນວັນພະຫັດວານນີ້ ຫົວໜ້າເຈລະຈາ ກ່ຽວກັບເລື່ອງນິວເຄລຍຂອງອີຣ່ານ ທ່ານ Saeed Jalili ທວງໃຫ້ບັນດາປະເທດມະຫາອຳນາດຂອງໂລກຮັບຮູ້ສິດທິໃນການກັ່ນທາດຢູເຣນຽມ ຂອງອີຣ່ານ.

ສະຫະລັດແລະບັນດາປະເທດພັນທະມິດ ກ່າວຫາອີຣ່ານວ່າ ເກັບສະສົມທາດຢູເຣນຽມກັ່ນ ແລ້ວທີ່ມີຄຸນນະພາບສູງອັນເປັນພາກສ່ວນນຶ່ງຂອງແຜນການລັບເພື່ອສ້າງອາວຸດນິວເຄລຍ. ເຕຫະຣ່ານຢືນຢັດວ່າ ໂຄງການນິວເຄລຍຂອງຕົນມີຈຸດປະສົງໃນທາງສັນຕິ.

ເຈົ້າໜ້າທີ່ອະວຸໂສທ່ານນຶ່ງຂອງສະຫະລັດກ່າວໃນມື້ວັນພຸດຜ່ານມານີ້ວ່າ ບັນດາປະເທດມະ ຫາອຳນາດຂອງໂລກຕ້ອງການຢາກໃຫ້ອີຣ່ານໃຫ້ຄຳຕອບແບບໜັກແໜ້ນແລະມີແກ່ນສານ ສຳຄັນ ຕໍ່ຂໍ້ສະເໜີຂອງພວກເຂົາເຈົ້າ.

ເຈົ້າໜ້າທີ່ສະຫະລັດທ່ານນີ້ກ່າວຢໍ້າວ່າ ປະທານາທິບໍດີບາຣັກ ໂອບາມາ ຢາກໃຫ້ມີການແກ້ ໄຂບັນຫາດັ່ງກ່າວ ໂດຍທາງການທູດ ແຕ່ກໍຍັງເປີດກວ້າງທາງເລືອກຕ່າງໆໄວ້ຢູ່ ເພື່ອຮັບມື ກັບສະຖານະການ.

ໂຄງການນິວເຄລຍ ອີຣ່ານ
please wait

No media source currently available

0:00 0:00:47 0:00
XS
SM
MD
LG