ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາແອລ ວ່າ ການນາບຂູ່ ທາງທະຫານ ຕໍ່ອີຣ່ານ ແມ່ນຈຳເປັນ (ວີດິໂອ)


ທ່ານ Benjamin Netanyahu ນາຍົກລັດຖະມົນຕີອິສຣາແອລ ທີ່ຖະແຫຼງຈາກນະຄອນ Jerusalem ໂດຍຜ່ານດາວ
ທຽມຕໍ່ກຸ່ມພວກ ວິ່ງເຕັ້ນສະໜັບສະໜຸນອິສຣາແອລ ຢູ່ກຸງ
ວໍຊິງຕັນ
ທ່ານ Benjamin Netanyahu ນາຍົກລັດຖະມົນຕີອິສຣາແອລ ທີ່ຖະແຫຼງຈາກນະຄອນ Jerusalem ໂດຍຜ່ານດາວ ທຽມຕໍ່ກຸ່ມພວກ ວິ່ງເຕັ້ນສະໜັບສະໜຸນອິສຣາແອລ ຢູ່ກຸງ ວໍຊິງຕັນ
ນາຍົກລັດຖະມົນຕີອິສຣາແອລ ທ່ານ Benjamin
Netanyahu ເວົ້າວ່າ ຈຳເປັນຕ້ອງໄດ້ມີການນາບຂູ່ທາງທະ
ຫານ “ທີ່ຈະແຈ້ງແລະໜ້າເຊື່ອຖືໄດ້” ເພື່ອຈະຍຸດຕິການສ້າງ
ອາວຸດນິວເຄລຍຂອງອິຣ່ານ.

ໃນການຖະແຫຼງຈາກນະຄອນ Jerusalem ໂດຍຜ່ານດາວ
ທຽມຕໍ່ກຸ່ມພວກ ວິ່ງເຕັ້ນສະໜັບສະໜຸນອິສຣາແອລ ຢູ່ກຸງ
ວໍຊິງຕັນນັ້ນ ທ່ານ Netanyahu ເວົ້າວ່າ ການໃຊ້ພຽງຄໍາເວົ້າ ແລະການລົງໂທດເທົ່ານັ້ນ ຈະບໍ່ສາມາດທີ່ຈະ ຍຸດຕິອີຣ່ານໄດ້.
ທ່ານໃຫ້ເຫດຜົນວ່າ ເຖິງແມ່ນວ່າຈະມີການໃຊ້ວິທີການທູດ
ແລະການລົງ ໂທດກໍຕາມ ແຕ່ອີຣ່ານກໍຍັງສາມາດຫຍັບເຂົ້າ
ໃກ້ ໃນສິ່ງທີ່ທ່ານເອີ້ນວ່າ “ເສັ້ນແດງ” ຊຶ່ງເປັນຈຸດທີ່ອີຣ່ານ ອາດມີຄວາມພ້ອມໃນການສ້າງອາວຸດນິວເຄລຍ ໜ່ວຍທໍາ
ອິດຂອງຕົນໄດ້.

ທ່ານ Netanyahu ເວົ້າຍັງກ່າວຢໍ້າອີກວ່າ ອີຣ່ານກໍາລັງໃຊ້ການ
ເຈລະຈາ ຊຶ່ງລວມທັງການການພົບປະກັນ ຢູ່ Kazakhstan ເພື່ອ ເປັນກົນລະຍຸດໃນ ການຖ່ວງເວລາໄວ້.

ທາງດ້ານຮອງປະທານາທິບໍດີ ສະຫະລັດ ທ່ານ Joe Biden ກໍໄດ້ກ່າວຕໍ່ຄະນະກໍາມະ
ການດ້ານປະຊາສໍາພັນ ຂອງຊາວອາເມຣິກັນເຊື້ອສາຍອິສຣາແອລ ໃນວັນຈັນວານນີ້ວ່າ
ວິທີທາງເລືອກທຸກຢ່າງກ່ຽວກັບອີຣ່ານ ຍັງຢູ່ໃນຂັ້ນພິຈາລະນາກັນຢູ່. ແຕ່ທ່ານ Biden
ກໍເວົ້າເຊັ່ນກັນວ່າ ເວລາແຫ່ງການໃຊ້ວິທີທາງການທູດກໍາລັງຈະໝົດລົງແລ້ວ ແຕ່ການ
ແກ້ໄຂບັນຫາແບບໃຊ້ ການເຈລະຈາກັນຍັງອາດເປັນໄປໄດ້ຢູ່.

ສ່ວນອີຣ່ານນັ້ນ ປະຕິເສດວ່າຕົນບໍ່ໄດ້ຢາກສ້າງອາວຸດນີວເຄລຍ ແລະວ່າ ໂຄງການ
ນີວເຄລຍຂອງຕົນ ແມ່ນເພື່ອຈຸດປະສົງໃນທາງສັນຕິເທົ່ານັ້ນ.

ເບິ່ງວີດິໂອກ່ຽວກັບຄວາມເຫັນຂອງທ່ານ Biden ຕໍ່ກອງປະຊຸມ AIPAC:

Biden: US Remains Determined to Stop Iran Nuclear Weapon
please wait

No media source currently available

0:00 0:02:36 0:00
ລິງໂດຍກົງ
XS
SM
MD
LG