ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ແລະອີຣ່ານ ບໍ່ສາມາດ ຕົກລົງກັນ ດ້ານນິວເຄລຍ (ວີດິໂອ)


ທ່ານ Herman Nackaerts (ກາງ) ທີ່ນໍາພາທີມງານຈາກອົງ
ການພະລັງງານປະລາມະນູສາກົນ ຫລື IAEA ກ່າວຕໍ່ ສື່ມວນຊົນ ກ່ອນທີ່ຈະອອກເດີນທາງໄປຍັງອີຣ່ານ ທີ່ສະໜາມບິນໃນກຸງວຽນນາ ປະເທດອອງເທຣຍ ໃນວັນທີ 15 ມັງກອນ 2013.
ທ່ານ Herman Nackaerts (ກາງ) ທີ່ນໍາພາທີມງານຈາກອົງ ການພະລັງງານປະລາມະນູສາກົນ ຫລື IAEA ກ່າວຕໍ່ ສື່ມວນຊົນ ກ່ອນທີ່ຈະອອກເດີນທາງໄປຍັງອີຣ່ານ ທີ່ສະໜາມບິນໃນກຸງວຽນນາ ປະເທດອອງເທຣຍ ໃນວັນທີ 15 ມັງກອນ 2013.
ຄະນະຄຸ້ມຄອງນີວເຄລຍຂອງອົງການສະຫະປະຊາຊາດ ໄດ້
ກັບຄືນມາຈາກອີຣ່ານແລ້ວ ໂດຍປາດສະຈາກຂໍ້ຕົກລົງໃໝ່
ໃດໆ ໃນການສືບສວນກ່ຽວກັນການກ່າວຫາທີ່ວ່າ ປະເທດ
ດັ່ງກ່າວກໍາລັງດໍາເນີນງານໃນການພັດທະນາອາວຸດນີວເຄລຍ.

ທ່ານ Herman Nackaerts ໄດ້ນໍາພາທີມງານຈາກອົງ
ການພະລັງງານປະລາມະນູສາກົນ ຫລື IAEA ໃນການ
ເຈລະຈາຮອບຫລ້າສຸດ ໃນວັນພຸດວານນີ້ ທີ່ກຸງເຕຣ່ານ
ແຕ່ທ່ານກໍເວົ້າໃນວັນພະຫັດມື້ນີ້ວ່າ ທັງສອງຝ່າຍບໍ່ສາ
ມາດທີ່ຈະຕົກລົງກັນໄດ້. ທ່ານໄດ້ປະຕິເສດທີ່ຈະເວົ້າວ່າ
ມີຄວາມກ້າວໜ້າໃດໆ ເກີດຂຶ້ນ.

ຫົວໜ້າຄະນະກວດກາຂອງສະຫະປະຊາຊາດເວົ້າວ່າ
ອົງການ IAEA ຍັງບໍ່ລົດລະທີ່ ຈະສືບຕໍ່ເຈລະຈາກັບອີຣ່ານ ແລະຕ້ອງການເວລາ
ເພີ້ມອີກ ເພື່ອຈະພິຈາລະນາເບິ່ງ ບາດກ້າວຕໍ່ໄປ. ຍັງບໍ່ມີການກໍານົດເວລາສໍາລັບ
ການເຈລະຈາໃນ ອານາຄົດເທື່ອ.

ອົງການຂ່າວທາງການອີຣ່ານໄດ້ລາຍງານໃນວັນພຸດວານນີ້ວ່າ ທັງສອງຝ່າຍໄດ້ເຫັນ ດີນໍາກັນກ່ຽວກັບ “ບາງຈຸດ” ແຕ່ກໍບໍ່ໄດ້ໃຫ້ລາຍລະອຽດແຕ່ຢ່າງໃດ. ອີຣ່ານເວົ້າວ່າ ກິດຈະກໍາທາງນີວເຄລຍຂອງຕົນ ແມ່ນເພື່ອຈຸດປະສົງໃນທາງສັນຕິເທົ່ານັ້ນ.

ຄວາມພະຍາຍາມຂອງສາກົນອີກຄັ້ງນຶ່ງ ໃນການແກ້ໄຂບັນຫາທີ່ໜ້າເປັນຫ່ວງກ່ຽວ
ກັບໂຄງການດັ່ງກ່າວ ແມ່ນຈະມີຂຶ້ນໃນວັນທີ 26 ກຸມພາທີ່ຈະມາເຖິງນີ້ ເມື່ອອີ່ຣ່ານ
ມີກໍານົດທີ່ຈະພົບປະກັບເຈລະຈາກັບສະຫະລັດ, ອັງກິດ, ຈີນ, ຝຣັ່ງ, ຣັດເຊຍ, ແລະ ເຢຍຣະມັນ ຢູ່ປະເທດ Kazakhstan.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:

North Korean Nuke Test Turns Spotlight on Iran
please wait

No media source currently available

0:00 0:02:33 0:00
ລິງໂດຍກົງ
XS
SM
MD
LG