ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະ​ເຈລະຈາ ຈາກ​ອີຣ່ານ ​ແລະ​ປະເທດມະຫາ​ອຳ​ນາດ ຈະ​ທຳ​ການ​ເຈລະຈາ​ ຮອບ​ຕໍ່​ໄປ ໃນອາທິດໜ້າ


ຫົວໜ້າອົງການ​ພະລັງ​ງານປະລະມານູ ອີຣ່ານ ທ່ານ Ali Akbar Salehi (ຂວາ) ກວດສອບເບິ່ງ ເອກກະສານ ກ່ອນໜ້າ ກອງປະຊຸມ ຢູ່ທີ່ ໂຮງແຮມ Beau Rivage Palace ວັນທີ 28 ມີນາ 2015 ໃນນະຄອນ Lausanne.
ຫົວໜ້າອົງການ​ພະລັງ​ງານປະລະມານູ ອີຣ່ານ ທ່ານ Ali Akbar Salehi (ຂວາ) ກວດສອບເບິ່ງ ເອກກະສານ ກ່ອນໜ້າ ກອງປະຊຸມ ຢູ່ທີ່ ໂຮງແຮມ Beau Rivage Palace ວັນທີ 28 ມີນາ 2015 ໃນນະຄອນ Lausanne.

ຄະນະ​ເຈລະຈາຈາກ​ອີຣ່ານ ​ແລະ ກຸ່ມ​ປະເທດມະຫາ​ອຳ​ນາດ
ຂອງໂລກ ຈະ​ທຳ​ການ​ເຈລະຈາ​ຮອບ​ຕໍ່​ໄປ ກ່ຽວ​ກັບ​ໂຄງການ
​ນິວ​ເຄລຍຂອງ​ອີຣ່ານ ​ໃນ​ອາທິດ​ໜ້າ ຢູ່​ທີ່ ນະຄອນ Vienna.

ສະຫະພາບ​ຢູ​ໂຣບ ​ໄດ້ປະກາດໃນ​ວັນ​ພະຫັດ​ມື້​ນີ້​ວ່າ ​ການ
ເຈລະຈາ ຈະມີຂຶ້ນໃນວັນ​ທີ 22 ​ແລະ 23 ​ເມສານີ້​. ທັງ​ສອງ​ຝ່າຍ
ຈະນຳເອົາ ຂອບຂອງ​ຂໍ້​ຕົກລົງ​ ທີ່​ພວກ​ເຂົາ​ເຈົ້າ​ໄດ້​ຮ່າງ​ຂຶ້ນມາ​
​ໃນ​ຕົ້ນເດືອນ​ນີ້ ​ມາຫັນປ່ຽນ​ມັນ​ໃຫ້​ກາຍເປັນຂໍ້​ຕົກລົງ​ຂັ້ນສຸ​ດທ້າຍ
​ພາຍ​ໃນ​ວັນ​ທີ 30 ມີ​ຖຸນາ ຊຶ່ງ​ເປັນ​ເສັ້ນຕາຍ ທີ່​ໄດ້​ກຳນົດ​ຂຶ້ນນັ້ນ.

ກຸ່ມ​ດັ່ງກ່າວ​ ທີ່​ລວມມີ ອັງກິດ ຈີນ ຝຣັ່ງ ຣັດ​ເຊຍ ສະຫະລັດ ​ແລະ
​ເຢຍຣະມັນ ຢາກໃຫ້​ ອີຣ່ານ ຫລຸດຜ່ອນ ກິດຈະກຳ​ດ້ານ​ນິວ​ເຄລຍຂອງ​ຕົນ ​ເພື່ອ​ຮັບປະກັນ​
ວ່າ ຕົນ​ບໍ່​ໄດ້​ສ້າງ​ອາວຸດ​ນິວ​ເຄລຍ ​ເພື່ອເປັນ​ການ​ແລກປ່ຽນ ກັບ​ການ​ຍົກ​ເລີກ​ມາດ​ຕະການ​
ລົງ​ໂທດ​ຕ່າງໆ ທີ່​ໄດ້​ເຮັດ​ໃຫ້​ເສດຖະກິດ​ຂອງ​ອີຣ່ານ​ເສຍ​ຫາຍ.

​ນອກນັ້ນໃນ​ວັນ​ພະຫັດ​ມື້ນີ້ ອົງການ​ພະລັງ​ງານປະລະມານູສາກົນ ກ່າວ​ວ່າ ຕົນ​ໄດ້​ເສັດສິ້ນ
ການ​ເຈລະຈາ​ທີ່​ “ສ້າງສັນ” ຮອບນຶ່ງກັບອີຣ່ານ ອັນ ​ເປັນ​ສ່ວນ​ນຶ່ງ​ຂອງ​ຄວາມ​ພະຍາຍາມ
ທີ່​ດຳເນີນ​ຕໍ່​ໄປ ​ແຕ່​ແຍກ​ອອກ ຕ່າງຫາກ ​ເພື່ອ​ແກ້​ໄຂ​ກິດຈະກຳ​ນິວ​ເຄລຍຂອງ​ອີຣ່ານ.
ອົງການ​ສິ້ງ​ຊອມ​ຂອງ​ອົງການ​ສະຫະ​ປະຊາ​ຊາດ ກ່າວ​ວ່າ ຂັ້ນຕອນ​ດັ່ງກ່າວ​ຈະ​ສືບ​ຕໍ່​ໄປ
ດ້ວຍການຈັດ​ກອງ​ປະຊຸມຫຼາຍຂຶ້ນຕື່ມອີກ ​ໃນ​ອະນາ​ຄົນ​ອັນ​ໃກ້​ນີ້.

US Iran Nuclear Deal
please wait
Embed

No media source currently available

0:00 0:02:06 0:00

XS
SM
MD
LG