ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ການເຈລະຈາ ນີວເຄລຍ ຮອບໃໝ່ ກັບອີຣ່ານ ຈະມີຂື້ນ ທີ່ກຸງມົສກູ (ວີດິໂອ)


ການເຈລະຈາກັບ 6 ປະເທດມະຫາອໍານາດ ກ່ຽວກັບເລື່ອງເຄລຍຂອງ ອີຣ່ານ ຈະຈັດຂື້ນທີ່ກຸງມົສກູ ໃນວັນທີ່ 18 ແລະ 19 ເດືອນມິຖຸນາ ທີ່ຈະມາເຖິງນີ້
ການເຈລະຈາກັບ 6 ປະເທດມະຫາອໍານາດ ກ່ຽວກັບເລື່ອງເຄລຍຂອງ ອີຣ່ານ ຈະຈັດຂື້ນທີ່ກຸງມົສກູ ໃນວັນທີ່ 18 ແລະ 19 ເດືອນມິຖຸນາ ທີ່ຈະມາເຖິງນີ້

ອີຣ່ານ ​ແລະ​ຫົກ​ປະ​ເທດ​ມະຫາ​ອໍານາດ ​ໄດ້​ຕົກລົງ​ທີ່ຈະເປີດ​ການເຈລະຈາ​ກັນ​ອີກ
ຮອບ​ໃໝ່ທີ່​ກຸງ​ມົສກູ ​ໃນ​ເດືອນ​ໜ້າ​ນີ້ເພື່ອ​ພະຍາຍາມຫາ​ທາງ​ແກ້​ໄຂຄວາມ​ເປັນ​ຫ່ວງ ​
ກ່ຽວ​ກັບ​ໂຄງການ​ນີວ​ເຄລຍຂອງ​ອີຣ່ານ ຫລັງ​ຈາກໄດ້ມີ​ການ​ສົນທະນາກັນ​ທີ່​ກຸງ
​ແບັກ​ແດດ ​ທີ່​ໄດ້ບັນ​ລຸ​ຜົນສຳ ​ເລັດ​ເປັນບາງ​ຢ່າງນັ້ນ.

ທັງ​ສອງ​ຝ່າຍ​ຈະ​ພົບປະກັນ​ທີ່ນະຄອນຫລວງ​ຂອງ​ຣັດ​ເຊຍໃນ​ວັນ​ທີ່ 18 ​ແລະ 19
ເດືອນມິຖຸນາ. ຫົວໜ້າ​ນະ​ໂຍບາຍ​ຕ່າງປະ​ເທດ​ຂອງ​ສະຫະພາບຢູ​ໂຣບ ທ່ານ​ນາງ
Catherine Ashton ກ່າວ​ວ່າ ການ​ປະ​ຊຸມນີ້ ຈະ​ຖືກ​ນໍ​າໃຊ້​ເພື່ອເສີມຂ​ະຫຍາ​ຍ
ຂໍ້​ຄິດ​ເຫັນທີ່​ມີ​ແບບດຽວ​ກັນ.

ທ່ານ​ນາງ Ashton ກ່າວ​ວ່າ ການ​ສົນທະນາ​ທີ່​ກຸງ​ແບັກ​ແດດ​ໄດ້​ດຳ​ເນີນ​ໄປ​ “ຢ່າງ
​ຂຸ້ນຂ້ຽວ.” ທ່ານ​ນາງ​ໃຫ້​ຄວາມ​ເຫັນ​ດັ່ງກ່າວ​ໃນ​ວັນ​ພະຫັດວານ​ນີ້ ​ໃນ​ຕອນ​ທ້າຍ
​ຂອງ​ກອງ​ປະ​ຊຸມ​ເປັນ​ເວລາສອງ​ວັນ ທີ່​ທ່ານ​ນາງ​ໄດ້​ເປັນ​ຜູ້ຕາງໜ້າ​ຫົກ​ປະ​ເທດ
​ມະຫາ​ອໍານາ​ດ. ທ່ານ​ນາງ​ຍັງ​ກ່າວ​ວ່າ ອີຣ່ານ​ໄດ້​ປະກາດ​ວ່າ ຕົນ “​ພ້ອມ​ແລ້ວ” ທີ່​
ຈະ​ແກ້​ໄຂຄວາ​ມ​ເປັນຫ່່ວງ​ກົງ​ວົນຂອງນາໆ​ຊາດ ​ກ່ຽວ​ກັບ​ການ​ກັ່ນທາດ uranium
ຂອ​ງ​ເຕຫະຣ່ານເພື່ອ​ໃຫ້ມີ​ຄວາມ​ບໍຣິສຸດ ເຖິງ 20 ​ເປີ​ເຊັນ​.

ບັນດາປະ​ເທດ​ມະຫາ​ອໍານາດ​ຕາ​ເວັນ​ຕົກມີ​ຄວາມ​ຢ້ານ​ກົວ​ວ່າ ອີຣ່ານອາດ​ຈະ​ຍົກ
​ລະດັບ​ການ​ກັ່ນ​ທາດ uranium ​ໃຫ້​ບໍລິສຸດຂື້ນ​ຢ່າງ​ວ່ອງ​ໄວ​ເຖິງ 90​ ເປີເຊັ​ນ ທີ່
ຈຳ​ເປັນສຳ​ຫຼັບສ້າງ​ອາວຸດ​ນີວ​ເຄລຍນັ້ນ.

​ແຕ່​ເຖິງ​ຢ່າງ​ໃດ​ກໍ​ດີ ອີຣ່ານກ່າວ​ວ່າ ​ຕົນ​ຕ້ອງການ​ຢາກ​ໃຫ້ນາໆ​ຊາດ​ໂຍະຍານຜ່ອນຜັນ
ການລົງ​ໂທດ​ ​ເພື່ອ​ເປັນ​ການ​ແລກປ່ຽນກ່ຽວ​ກັບ​ການ​ອ່ອນຂໍ້​ໃນ​ການ​ກັ່ນທາດ uranium​
ທີ່​ອີຣ່ານ​ເວົ້າ ​ໃຊ້​ສຳ​ຫຼັບການ​ຄົ້ນ​ຄວ້າ​ດ້ານ​ການ​ແພດ ​ແລະ​ການ​ຜະລິດກະ​ແສ​ໄຟຟ້າ.

ຫົວໜ້າ​ເຈຣະຈາ​ຂອງ​ອີຣ່ານ ທ່ານ Saeed Jalili ​ໄດ້​ເນັ້ນ​ໜັກໃນ​ອັນ ທີ່​ທ່ານ​ຮ້ອງ​ວ່າ
“​ມັນ​ເປັນ​ສິດທິ​ທີ່​ຖືກຕ້ອງ​ຊອບ​ທຳ” ຂອງ​ອີຣ່ານ ​ໃນ ການ​ກັ່ນທາດ uranium ​ເພື່ອ​ຈຸດ
ປະສົງ​ໃນ​ທາງ​ສັນຕິ. ທ່ານ​ໄດ້​ກ່າວ​ຕໍ່ ​ບັນດາ​ນັກ​ຂ່າວ​ວ່າ ການ​ສົນທະນາ​ກັນ​ທີ່​ກຸງ​ແບັກ
​ແດດ​ໄດ້​ມີ “ລາຍ​ລະ ອຽດ ​ແຕ່​ວ່າ​ຍັງ​ບໍ່​ທັນ​ເປັນ​ທີ່​ຮຽບຮ້ອຍ​ເທື່ອ.”

ນັກວິເຄາະ ທ່ານ Micheal Adler ຜູ້​ທີ່​ຂຽນ​ປື້​ມກ່ຽວກັບວິ​ກິດ​ການ​ນີວ​ເຄລຍຂອງ​
ອີຣ່ານ ​ໄດ້​ບອກ​ແກ່ ວີ​ໂອ​ເອວ່າ ການ​ສົນທະນາ​ກັນ​ທີ່​ກຸງ​ແບັກ​ແດັດ​ນັ້ນ ກໍ​ເພື່ອ​ໃຫ້​
ເປັນ​ການ​ “ສ້າງ​ຄວາມລື້ງ​ເຄີຍ​ກັນ” ລະຫວ່າງ​ສອງ​ກໍ້າ​ສອງ​ຝ່າຍ ​ແລະ​ເນື້ອ​ໃນ​ໃຈຄວາ​ມ
ທີ່​ສຳຄັນຂອງ​ບັນຫາ​ແທ້​ໆ​ນັ້ນ ຈະ​ໄດ້​ອະພິປາຍ​ກັນ​ ຢູ່ທີ່​ກຸງ​ມົສກູ.

XS
SM
MD
LG