ອີຣ່ານແລະບັນດາປະເທດມະຫາອຳນາດທີ່ສຳຄັນໆ ສືບຕໍ່ການ
ເຈລະຈາ ກ່ຽວກັບໂຄງການນິວເຄລຍທີ່ນະຄອນ Vienna ໃນ
ວັນພຸດມື້ນີ້ ຫລັງຈາກໄດ້ກາຍກຳນົດເສັ້ນຕາຍທີ່ຕົນເອງຕັ້ງໄວ້
ເປັນຄັ້ງທີສອງ.
ຄະນະເຈລະຈາ ບັດນີ້ ໄດ້ໃຫ້ເວລາແກ່ເຂົາເຈົ້າເອງຈົນຮອດ
ວັນສຸກເພື່ອໃຫ້ບັນລຸຂໍ້ຕົກລົງໃນຂອບເຂດທີ່ກວ້າງຂວາງ.
ນັກການທູດຕາເວັນຕົກຄົນນຶ່ງ ໃນນະຄອນຫລວງອອສເຕຣຍ
ກ່າວໃນແລງວັນອັງຄານວານນີ້ວ່າ ການເຈລະຈາກັບອີຣ່ານ ບໍ່
ແມ່ນ “ເປັນເປີດກວ້າງແບບບໍ່ສິ້ນ ສຸດ” ແລະຫາກໍຕໍ່ເວລາອອກ
ໄປອີກເປັນເທຶຶ່ອສຸດທ້າຍ.
ທູດພິເສດຈາກປະເທດທີ່ບໍ່ບອກຊື່ປະເທດນຶ່ງ ກ່າວຕໍ່ບັນດານັກຂ່າວວ່າ “ເປັນການຍາກ
ທີ່ຈະເຫັນວ່າ ເປັນຫຍັງແລະພວກເຮົາຈະດຳເນີນໄປອີກດົນປານໃດ. ມັນອາດຈະໄດ້ຜົນ
ໃນອີກ 48 ຊົ່ວໂມງ ຫລືບໍ່ກໍເປັນໄດ້.”
ນັກເຈລະຈາຂັ້ນສູງຂອງອີຣ່ານ ທ່ານ Abbas Araqchi ກ່າວວ່າ “ບໍ່ມີເສັ້ນຕາຍໃດທີ່ລ່ວງ
ລະເມີດບໍ່ໄດ້” ໂດຍຢືນຢັດວ່າ Tehran ຈະ “ສືບຕໍ່ການເຈລະ ຈາຕາບໃດເທົ່າທີ່ຍັງມີ
ຄວາມຈຳເປັນຢູ່.”
ໂຄສົກຍິງຂອງຄະນະຜູ້ຕາງໜ້າສະຫະລັດ ທ່ານນາງ Marie Harf ກ່າວວ່າ ສະຫະລັດ
“ຄວາມຈິງແລ້ວມີຄວາມເປັນຫ່ວງກ່ຽວກັບຄຸນນະພາບຂອງຂໍ້ຕົກລົງ ຫລາຍກວ່າທີ່ພວກ
ເຮົາເປັນຫ່ວງໃນເລື້ອງເວລາ”.
ການ ຕົກລົງລະຫວ່າງອີຣ່ານ ແລະບັນດາຫົກປະເທດມະຫາອຳນາດ ທີ່ປະກອບ ດ້ວຍອັງ
ກິດ ຈີນ ຝຣັ່ງ ເຢຍຣະມັນ ຣັດເຊຍ ແລະ ສະຫະລັດ ຈະຕັດໂຄງການ ກັ່ນທາດຢູເຣນຽມ
ຂອງອີຣ່ານລົງ ເພື່ອບໍ່ໃຫ້ມີຄວາມສາມາດໃນການສ້າງອາວຸດນິວເຄລຍ. ການລົງໂທດທີ່
ໄດ້ສ້າງຄວາມເສຍຫາຍແກ່ເສດຖະກິດຂອງອີຣ່ານ ຈະໄດ້ຮັບການຜ່ອນຜັນ ແລະຖືກຍົກ
ເລີກໃນທີ່ສຸດ.