ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກົາຫຼີໃຕ້ລົງໂທດອີຣ່ານ


ເກົາຫຼີໃຕ້ ໄດ້ເປີດເຜີຍບັນຊີລາຍຊື່ ກ່ຽວກັບການລົງໂທດ ຕໍ່ອີຣ່ານ ຊຶ່ງເປັນພາກສ່ວນນຶ່ງໃນການປຸກລະດົມເພື່ອໃຫ້ ມີການລົງໂທດ ຕໍ່ເຕຫະຣ່ານ ຍ້ອນໂຄງການນິວເຄລຍ ຂອງ​ອິຣ່ານ ທີ່ສົງໄສກັນ​ວ່າ ​ມີ​ເປົ້າ​ໝາຍເພື່ອ​ສ້າງ​ອາວຸດ ນັ້ນ.

ທ່ານ Kim Young Sun ໂຄສົກ ກະຊວງການຕ່າງປະ ເທດ ເກົາຫຼີໃຕ້ ກ່າວໃນວັນພຸດມື້ນີ້ວ່າ ລັດຖະບານເກົາຫຼີ ໃຕ້ຈະຈັດເອົາ 102 ບໍລິສັດ ຂອງອີຣ່ານແລະ 24 ສ່ວນ ບຸກຄົນ ເຂົ້າໄວ້ໃນບັນຊີດຳ.

ນອກນັ້ນແລ້ວ ເກົາຫຼີໃຕ້ ຍັງຈະຈຳກັດ ການລົງທຶນຢູ່ໃນອຸດສາຫະກຳ ແກັສທຳມະຊາດ ແລະນໍ້າມັນຂອງອີຣ່ານ ແລະເພີ້ມການກວດກາ ສິນຄ້າຕ່າງໆ ທີ່ຈະຖືກສົ່ງໄປຍັງແລະມາ ຈາກອີຣ່ານ. ປັດຈຸບັນນີ້ ເກົາຫຼີໃຕ້ ຊື້ນໍ້າມັນດິບ ຫຼາຍເປັນອັນດັບ 3 ຈາກອີຣ່ານ.

ບັນດາບໍລິສັດຕ່າງໆ ທີ່ຖືກລົງໂທດໃນຄັ້ງນີ້ ກໍມີສາຂາຂອງທະນາຄານ Mellat ຂອງອີຣ່ານ ທີ່ກຸງໂຊລ ຊຶ່ງຈະປະເຊີນກັບກົດລະບຽບໃໝ່ ແລະການຈຳກັດຮັດແຄບ ກ່ຽວກັບກິດຈະການ ຂອງທາງທະນາຄານ.

ລັດຖະບານສະຫະລັດຢືນຢັນວ່າ ທະນະຄານດັ່ງກ່າວຂອງອີຣ່ານ ໄດ້ພົວພັນກັບການໂອນ ເງິນ ກ່ຽວກັບໂຄງການນິວເຄລຍ ລູກສອນໄຟ ແລະ ໂຄງການທາງທະຫານອື່ນໆ ຂອງອີ ຣ່ານ.

ສະຫະລັດ ແລະບັນດາປະເທດພັນທະມິດ ໄດ້ກ່າວຫາອີຣ່ານວ່າ ໃຊ້ໂຄງການນິວເຄລຍ ທາງພົນລະເຮືອນຂອງຕົນ ເປັນເຄື່ອງບັງໜ້າເພື່ອພັດທະນາ ອາວຸດນິວເຄລຍ ແຕ່ອີຣ່ານ ໄດ້ປະຕິເສດ ກ່ຽວກັບເລື່ອງນີ້.

XS
SM
MD
LG