ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍີ່ປຸ່ນລົງໂທດອີຣ່ານຕື່ມ


ຍີ່ປຸ່ນໄດ້ທຳການລົງໂທດເພີ້ມຕື່ມຕໍ່ອີຣ່ານ ຍ້ອນໂຄງການ ນິວເຄລຍ ທີ່ເປັນບັນຫາຖົກຖຽງໂຕ້ແຍ້ງ ຂອງເຕຫະຣ່ານ.

ມາດຕະການລົງໂທດໃໝ່ ຊຶ່ງໄດ້ມີການຮັບຮອງເອົາ ໂດຍ ຄະນະລັດຖະບານຍີ່ປຸ່ນ ໃນວັນສຸກມື້ນີ້ ແມ່ນຮວມທັງການ ຍຶດຊັບສິນ ທີ່ເປັນຂອງຜູ້ຄົນ ແລະອົງການຈັດຕັ້ງ ທີ່ພົວພັນ ກັບການພັດທະນາອາວຸດນິວເຄລຍຂອງອີຣ່ານ.

ມາດຕະການລົງໂທດໃໝ່ນີ້ ແມ່ນເພີ້ມຕື່ມຕໍ່ການລົງໂທດ ທີ່ຍີ່ປຸ່ນໄດ້ໃຫ້ການອະນຸມັດ ໃນເດືອນແລ້ວ ເພື່ອໃຫ້ສອດ ຄ່ອງ ກັບມະຕິລົງໂທດຂອງສະພາຄວາມໝັ້ນຄົງອົງການ ສະຫະປະຊາຊາດ ຕໍ່ອີຣ່ານ ທີ່ໄດ້ປະຕິເສດບໍ່ຍອມຢຸດເຊົາ ກັ່ນທາດຢູເຣນຽມນັ້ນ.

ສະຫະລັດແລະສະຫະພາບຢູໂຣບ ໄດ້ຮຽກຮ້ອງໃຫ້ຍີ່ປຸ່ນ ອອກມາດຕະການລົງໂທດ ໜັກກວ່າເກົ່າ ຕໍ່ອີຣ່ານ. ຍີ່ປຸ່ນນຳເຂົ້ານໍ້າມັນສ່ວນໃຫຍ່ຂອງຕົນ ຈາກອີຣ່ານ.

ເຈົ້າໜ້າທີ່ສະຫະລັດໄດ້ພະຍາຍາມໃຫ້ການຄໍ້າປະກັນ ຕໍ່ຍີ່ປຸ່ນວ່າ ການລົງໂທດເພີ້ມຕື່ມ ຈະບໍ່ແຊກແຊງ ເຂົ້າໃນເລື່ອງຄວາມໝັ້ນຄົງທາງດ້ານພະລັງງານ ຂອງຍີ່ປຸ່ນ.

ສະຫະລັດ ແລະປະເທດອື່ນໆ ໃນປະຊາຄົມນາໆຊາດ ໄດ້ກ່າວຫາອີຣ່ານວ່າ ຊອກຫາ ຊ່ອງທາງເພື່ອສ້າງອາວຸດນິວເຄລຍ. ອີຣ່ານກ່າວວ່າ ໂຄງການນິວເຄລຍຂອງຕົນແມ່ນ ມີຈຸດປະສົງ ໃນທາງສັນຕິ.

XS
SM
MD
LG