ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະເທດຕາເວັນຕົກ ປະນາມ ອີຣ່ານ


ສະຫະລັດ ແລະບັນດາປະເທດ ຕາເວັນຕົກອື່ນໆ ປະນາມການ ຕັດສິນໃຈຂອງອີຣ່ານທີ່ຈະຫ້າມ ບໍ່ໃຫ້ ຄະນະກວດການິວເຄລຍ ເຂົ້າໄປໃນປະເທດດັ່ງກ່າວ ໃນ ຄວາມພະຍາຍາມເພື່ອຈະຂົ່ມຂູ່ ອົງການນິວເຄລຍ ຂອງສະຫະ ປະຊາຊາດ.

ເອກອັກຄະລັດຖະທູດຂອງສະ ຫະລັດ ທ່ານ Glen Davies ກ່າວຕໍ່ອົງການພະລັງງານ ປະລະມະນູສາກົນ ທີ່ນະຄອນວຽນນາ ໃນມື້ວັນພຸດ ວານນີ້ວ່າ ອົງການດັ່ງກ່າວ ຄວນຈະພິຈາລະນາ ເພື່ອດຳເນີນມາດຕະການຕໍ່ອີຣ່ານ. ທ່ານ Davies ເວົ້າວ່າ ຄະນະກວດກາ ໄດ້ລາຍງານຢ່າງຖືກຕ້ອງ ແລະການຕັດສິນໃຈ ຂອງອີຣ່ານທີ່ຈະ ຫ້າມຄະນະກວດການັ້ນ ແມ່ນບໍ່ເຄີຍມີມາກ່ອນ.

ອີຣ່ານ ໄດ້ຫ້າມບໍ່ໃຫ້ຄະນະກວດກາ ຂອງອົງການ ພະລັງງານປະລະມະນູສາກົນ 2 ຄົນ ເຂົ້າໄປໃນປະເທດດັ່ງກ່າວ ໃນຕົ້ນປີນີ້ ໂດຍເວົ້າວ່າ ຄະນະກວດກາທັງ 2 ໄດ້ລາຍງານ ຢ່າງບໍ່ຖືກຕ້ອງ ກ່ຽວກັບສະຖານທີ່ ນິວເຄລຍຂອງອີຣ່ານ.

ປະທານາທິບໍດີອີຣ່ານ ທ່ານ Mahmoud Ahmadinejad ກ່າວຕໍ່ໂທລະພາບ NBC ໃນ ມື້ວັນພຸດວານນີ້ວ່າ ເຕຫະຣ່ານ ແມ່ນຖືກຕ້ອງ ທີ່ໄດ້ຫ້າມຄະນະກວດກາທັງສອງ ບໍ່ໃຫ້ເຂົ້າ ປະເທດ.

ທ່ານ Ahmadinejad ເວົ້າວ່າ ເຖິງແມ່ນການລົງໂທດ ຕໍ່ອີຣ່ານ ໄດ້ເພີ້ມຂຶ້ນ 100 ເທົ່າກໍ ຕາມ ອີຣ່ານສາມາດກຸ້ມຕົນເອງ ໃນຄວາມຕ້ອງການດ້ານຕ່າງໆ ແລະບໍ່ຈຳເປັນ ຕ້ອງອາໄສ ສະຫະລັດ.

XS
SM
MD
LG