ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຮງໄຟຟ້ານີວເຄລຍອິຣ່ານ ເຊື່ອມໂຍງໃສ່ກັບ ຕາໜ່າງສາຍສົ່ງໄຟຟ້າແຫ່ງຊາດ


ທາງໃນໂຮງໄຟຟ້ານິວເຄລຍຂອງອິຣ່ານ
ທາງໃນໂຮງໄຟຟ້ານິວເຄລຍຂອງອິຣ່ານ

ບັນ​ດາ​ເຈົ້າ​ໜ້າ​ທີ່​ອີຣ່ານກ່າວ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ​ໂຮງ​ໄຟຟ້າ​ນີວ​ເຄລຍ​ແຫ່ງ​ທໍາ​ອິດ​ຂອງ
ອີຣ່ານ​ ໄດ້​ເຊື່ອມ​ໂຍງ​ໃສ່​ກັບ​ຕາໜ່າງສາຍ​ສົ່ງ​ໄຟຟ້າແຫ່ງ​ຊາດ​ແລ້ວ.

ກ່າວ​ກັນ​ວ່າ​ໂຮງ​ໄຟຟ້າ​ນີວ​ເຄລຍ Bushehr ຈະສະໜອງ​ກະ​ແສໄຟຟ້າ​ໃນປະລິມານ 60
ເມ​ກາ​ວັດ.

ໂຮງ​ໄຟຟ້າ​ດັ່ງກ່າວ​ໄດ້​ພາດກໍານົດ​ວັນ​ເລີ້ມ​ຕົ້ນ​ແລ່ນ​ພະ​ລັງ​ໄຟຟ້າ​ຍ້ອນການ​ຊັກ​ຊ້າ​ທີ່ພວກ
ສະມາຊິກ​ສະພາ​ນິຕິບັນຍັດຂອງ​ອີຣ່ານຖິ້ມ​ໂທດ​ໃສ່ບໍລິສັດຣັດ​ເຊຍທີ່​ເປັນ​ຜູ້​ກໍ່ສ້າງ​ໂຮງ​ໄຟ
ຟ້າ​ແຫ່ງ​ນີ້.

ໃນ​ເດືອນ​ແລ້ວ​ນີ້ ໜັງສືພິມ Aftab ອ້າງ​ຄໍາ​ເວົ້າ​ຂອງ​ທ່ານ Asgar Jalalian ສະມາຊິກ​
ສະພາ​ນິຕິບັນຍັດຂອງ​ອີຣ່ານ​ວ່າ ບໍລິ​ສັດພະ​ລັງ​ງານ​ລັດ​ວິ​ສາ​ຫະກິດຣັດ​ເຊຍ Rosatom
ບໍ່​ປະຕິບັດ​ຕາມ​ຄໍາ​ໝັ້ນ​ສັນຍາ​ຂອງ​ຕົນກ່ຽວ​ກັບ​ການ​ກໍ່ສ້າງ​ໂຮງ​ໄຟຟ້າ​ແຫ່ງ​ນີ້.

ທ່ານ Jalalian ກ່າວ​ຕໍ່​ໜັງສືພິມ​ດັ່ງກ່າວ​ວ່າ ຄ່າ​ກໍ່ສ້າງ​ໂຮງ​ໄຟຟ້າແຫ່ງ​ນີ້ໄດ້​ເພີ່ມ​ທະວີ​ຂຶ້ນ​
ຢ່າງ​ຫລວງ​ຫລາຍ ຊຶ່ງ​ສາ​ເຫດສ່ວນ​ນຶ່ງ​ກໍ​ເປັນ​ຍ້ອນວ່າ ສັນຍາ​ຂອງ​ອີຣ່ານກັບ​ບໍລິສັດ
Rosatom ບໍ່ໄດ້​ບົ່ງ​ຈໍານວນ​ເງິນ​ສູງ​ສຸດ​ແລະ​ກໍ​ບໍ່​ໄດ້​ກໍານົດ​ວັນ​ເວລາ​ເສ້ນ​ຕາຍໃນການ​ກໍ່
ສ້າງໃຫ້​ສໍາ​ເລັດ​ນັ້ນ​ໄວ້. ບໍລິສັດ Rasatom ບໍ່​ໄດ້​ກ່າວ​ຖ້ອຍ​ຖະ​ແຫລ​ງ​ໃດໆ​ອອກ​ມາ​ກ່ຽວ
ກັບ​ການ​ກ່າວ​ຫາ​ຂອງສະມາຊິກ​ສະພາ​ອີຣ່ານທ່ານ​ນີ້.

ທ່ານ Jalalian ​ເປັນ​ສະມາຊິກ​ຄົນ​ນຶ່ງ​ຂອງ​ຄະນະ​ກໍາມາ​ທິການ​ສະພາອີຣ່ານທີ່ເປັນ​ຜູ້​ກໍາ
ກັບ​ດູ​ແລ​ກ່ຽວ​ກັບໂຮງ​ໄຟຟ້າ Bushehr ທີ່​ໄດ້​ມີການ​ຊັກ​ຊ້າ​ມາ​ຊໍ້າ​ແລ້ວ​ຊໍ້າ​ອີກ ​ນັບ​ແຕ່
ຣັດ​ເຊຍ​ໄດ້​ເລີ້ມ​ທໍາ​ການ​ກໍ່ສ້າງ​ມາ​ໃນ​ປີ 1995 ນັ້ນ.

ສະຫະລັດ​ແລະ​ພວກ​ປະ​ເທດ​ພັນທະ​ມິດ​ ​ກ່າວ​ຫາ​ອີຣ່ານວ່າ ພະຍາຍາມ​ພັດທະນາ​ອາວຸດ​
ນີວ​ເຄລຍ ພາຍ​ໃຕ້​ຂໍ້ອ້າງ​ວ່າໂຄງການນີວເຄລຍຂອງ​ຕົນແມ່ນ​ໂຄງການ​ພະລັງງານສໍາລັບ
ໃຊ້​ເພື່ອ​ພົນລະ​ເຮືອນ ອັນ​ເປັນການ​ກ່າວ​ຫາທ່ີ​ອີຣ່ານ​ໄດ້​ປະຕິ​ເສດ​ໄປ​ນັ້ນ.

XS
SM
MD
LG