ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານຈະເຈລະຈາເລື່ອງນິວເຄລຍຄືນໃໝ່


ຫົວໜ້າດ້ານນະໂຍບາຍຕ່າງປະເທດ ຂອງສະຫະພາບຢູໂຣບ ທ່ານນາງ Catherine Ashton
ຫົວໜ້າດ້ານນະໂຍບາຍຕ່າງປະເທດ ຂອງສະຫະພາບຢູໂຣບ ທ່ານນາງ Catherine Ashton

ຫົວໜ້າດ້ານນະໂຍບາຍຕ່າງປະເທດຂອງສະຫະພາບຢູໂຣບກ່າວວ່າ ອີຣ່ານພ້ອມແລ້ວທີ່ຈະ
ເລີ້ມເປີດການເຈລະຈາຄືນໃໝ່ ກ່ຽວກັບໂຄງການນິວເຄລຍຂອງຕົນ.

ທ່ານນາງ Catherine Ashton ກ່າວຕໍ່ພວກນັກຂ່າວທີ່ນະຄອນ Brussels ໃນວັນສຸກມື້
ນີ້ວ່າ ທ່ານນາງໄດ້ຮັບຈົດໝາຍສະບັບນຶ່ງຈາກຫົວໜ້າຄະນະເຈລະຈານິວເຄລຍຂອງອີຣ່ານ
ທ່ານ Saeed Jalili ເວົ້າວ່າ ທ່ານໄດ້ກະກຽມທີ່ຈະເປີດການເຈລະຈາຄືນໃໝ່ ລຸນຫຼັງວັນທີ
10 ພະຈິກ.

ທ່ານນາງ Ashton ເອີ້ນຂໍ້ສະເໜີຂອງອີຣ່ານວ່າ ເປັນການເຄື່ອນໄຫວທີ່ສຳຄັນ.

ຫົວໜ້າດ້ານນະໂຍບາຍຕ່າງປະເທດຂອງສະຫະພາບຢູໂຣບ ໄດ້ສະເໜີທີ່ຈະພົບປະກັບທ່ານ
Jalili ໃນກາງເດືອນພະຈິກ ໃນນາມຂອງກຸ່ມ P5+1 ຊຶ່ງມີຮວມທັງເຢຍຣະມັນ ແລະ 5
ປະເທດສະມາຊິກຖາວອນ ຂອງສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ.

ສະພາຄວາມໝັ້ນຄົງໄດ້ທຳການລົງໂທດຈຳນວນນຶ່ງຕໍ່ອີຣ່ານ ທີ່ໄດ້ປະຕິເສດບໍ່ຍອມຢຸດ
ເຊົາ ການກັ່ນທາດຢູເຣນຽມທີ່ສາມາດນຳໃຊ້ໃນການສ້າງອາວຸດນິວເຄລຍນັ້ນ. ອີຣ່ານຢືນ
ຢັດວ່າ ໂຄງການນິວເຄລຍຂອງຕົນ ມີຈຸດປະສົງໃນທາງສັນຕິ.

XS
SM
MD
LG