ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານຮຽກຮ້ອງໃຫ້ຕາເວັນຕົກ ເຊົາກົດດັນຕົນ


ປະທານາທິບໍດີອີຣ່ານ ທ່ານ Mahmoud Ahmadinejad ທີ່ນະຄອນຫຼວງບາກູ ປະເທດ Azerbaijan (18 ພະຈິກ 2010)
ປະທານາທິບໍດີອີຣ່ານ ທ່ານ Mahmoud Ahmadinejad ທີ່ນະຄອນຫຼວງບາກູ ປະເທດ Azerbaijan (18 ພະຈິກ 2010)

ປະທານາທິບໍດີອີຣ່ານທ່ານ Mahmoud Ahmadinejad
ກ່າວໃນວັນພະຫັດມື້ນີ້ວ່າບັນດາປະເທດມະຫາອຳນາດໃນ
ໂລກຄວນຢຸດເຊົາການພະຍາຍາມທີ່ຈະກົດດັນອີຣ່ານດ້ວຍ
ການຂວໍ້າບາດຫຼືລົງໂທດກ່ຽວກັບໂຄງການນິວເຄລຍນັ້ນ.

ໃນການຖະແຫຼງຕໍ່ພວກນັກຂ່າວທີ່ນະຄອນຫຼວງບາກູຂອງ
Azerbaijan ທ່ານ Ahmadinejad ກ່າວວ່າ ການຂວໍ້າ
ບາດຈະບໍ່ມີຜົນກະທົບ​ໃດໆທັງຕໍ່ປະຊາຊົນອີຣ່ານຫຼືຄວາມ
ເຕັມໃຈຂອງລັດຖະບານ ທີ່ຈະເຂົ້າຮ່ວມການເຈລະຈານາໆ
ຊາດ.

ອີຣ່ານມີໝາຍກໍານົດທີ່​ບໍ່​ແນ່ນອນວ່າ​ ອາດຈະເປີດການເຈລະຈາໃນເດືອນໜ້າກັບ 6 ປະ
ເທດມະຫາອຳນາດຂອງໂລກ ຮວມທັງຣັດເຊຍ ສະຫະລັດ ອັງກິດ ຝຣັ່ງ ຈີນ ແລະເຢຍຣະ
ມັນ. ທັງສອງຝ່າຍຍັງບໍ່ທັນ​ໄດ້ຕົກລົງກັນ ກ່ຽວກັບສະຖານທີ່ ຫຼືບັນຫາທີ່​ອາດຈະ​ຍົກ​ຂຶ້ນ
ມາ​ເຈລະຈາ ກ່ຽວກັບໂຄງການນິວເຄລຍຂອງອີຣ່ານນັ້ນ.

ປະເທດຕາເວັນຕົກຫຼາຍໆປະເທດເຊື່ອວ່າ ອີຣ່ານມີຈຸດປະສົງຈະໃຊ້ໂຄງການກັ່ນທາດຢູເຣ
ນຽມຂອງຕົນເພື່ອສ້າງລະເບີດນິວເຄລຍ ຊຶ່ງເປັນຂໍ້ຫາທີ່ເຕຫະຣ່ານໄດ້ປະຕິເສດວ່າບໍ່ເປັນ
ຄວາມຈິງ.

XS
SM
MD
LG