ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຄະນະເຈລະຈາ ຕົກລົງຍ້າຍ ​ເສັ້ນຕາຍ​ ​ເພື່ອບັນລຸ ​ຂໍ້​ຕົກລົງ ໄປໃສ່ວັນທີ 7 ກໍລະກົດ


ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ນັ່ງກົງກັນຂ້າມ ກັບ ລັດຖະມົນຕີ​ຕ່າງປະ​ເທດອີຣ່ານ ທ່ານ Javad Zarif ເມື່ອວັນທີ 30 ມິຖຸນາ, 2015, ຢູ່ທີ່ ນະຄອນ Vienna, Austria. (Photo: State Department)
ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ນັ່ງກົງກັນຂ້າມ ກັບ ລັດຖະມົນຕີ​ຕ່າງປະ​ເທດອີຣ່ານ ທ່ານ Javad Zarif ເມື່ອວັນທີ 30 ມິຖຸນາ, 2015, ຢູ່ທີ່ ນະຄອນ Vienna, Austria. (Photo: State Department)

ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ທ່ານ John Kerry ​ແລະ
ລັດຖະມົນຕີ​ຕ່າງປະ​ເທດອີຣ່ານ ທ່ານ Mohammad Javad
Zarif ​ໄດ້​ເຈລະຈາ​ກັນ​ຕື່ມອີກ ​ທີ່​ນະຄອນ Vienna ປະ​ເທດ
ອອສ​ເຕຣຍ ​ໃນ​ວັນ​ພຸດ​ມື້​ນີ້ ມື້​ນຶ່ງຫຼັງຈາກທີ່​ບັນດາ​ຜູ້​ເຈລະຈາ ​
ເລື່ອງນິວ​ເຄລຍຂອງ​ອີ​ຣ່ານ ​ໄດ້​ເລື່ອນ​ເສັ້ນຕາຍ​ ສຳ​ຫລັບ​ໃຫ້
​ບັນລຸ​ຂໍ້​ຕົກລົງ ຂອງ​ພວກ​ຕົນ​ອອກ​ໄປ ​ເປັນ​ວັນ​ທີ 7 ກໍລະກົດ.

ການ​ເຈລະ​ຈາລະ​ຫວ່າງ​ທັງ​ສອງ​ລັດຖະມົນຕີ ມີ​ຂຶ້ນນຶ່ງ​ມື້ ຫຼັງ
ຈາກ​ ປະທາ​ນາ​ທິບໍດີສະຫະລັດ ທ່ານ ບາ​ຣັກ ​ໂອ​ບາ​ມາ ​ແລະ
ປະທານາທິບໍດີ​ອີຣ່ານ ທ່ານ Hassan Rouhani ຕ່າງກໍ​ມີ​ຄຳ
​ເຫັນ ຕໍ່​ການ​ເຈລະຈາ​ທີ່​ກຳລັງ​ດຳ​ເນີນ​ໄປ​ຢູ່​ໃນ​ນະຄອນ
Vienna ນັ້ນ.

President Barack Obama on the Iran nuclear negotiations
please wait

No media source currently available

0:00 0:00:37 0:00

ປະທາ​ນາ​ທິບໍດີ ໂອ​ບາ​ມາ ກ່າວ​ວ່າ ສະຫະລັດ ຈະ “ຍ່າງ​ໜີ​ໄປ” ຈາກ ​ຂໍ້​ຕົກລົງ​ນິວ​ເຄລຍ
ກັບ​ອີຣ່ານ ​ທີ່​ອາດ​ເປັນ​ໄປ​ໄດ້ ຖ້າຫາກ ທ່ານ​ບໍ່​ມີ ຄວາມແນ່ໃຈ​ວ່າ ມັນ​ຈະ​ສະກັດ​ກັ້ນເສັ້ນ
ທາງ ​ຂອງ​ອີຣ່ານໄປສູ່ການ​ສ້າງ​ອາວຸດ​ນິວ​ເຄລຍ​.

ສ່ວນ​ປະທານາທິບໍດີ Rouhani ກ່າວ​ວ່າ ອີຣ່ານ ຈະ​ເລີ້ມຄືນ ກິດຈະ ກຳ​ດ້ານ​ນິວ​ເຄລຍ ທີ່
​ໄດ້​ໂຈະ​ໄປ​ແລ້ວນັ້ນ ຖ້າ​ຫາກ ບັນດາ​ປະ​ເທດ​ມະຫາ​ອຳນາດ ລະ​ເມີດ​ຕໍ່​ສັນຍາ ທີ່​ໄດ້​ໃຫ້ໄວ້
ໃນ​ຂໍ້​ຕົກລົງ.

ອີຣ່ານ ​ແລະ ບັນດາ​ສະມາຊິກ​ຖາວອນ 5 ປະເທດ ຂອງ​ ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​
ປະຊາ​ຊາດ ​ແລະ ​ເຢຍຣະມັນ ທີ່​ເອີ້ນ​ວ່າ P 5+1 ນັ້ນ ​ກຳລັງ​ພະຍາຍາມ ຈັດ​ຕັ້ງ​ແຜນການ​
ທີ່ຈະ​ຈຳກັດ​ຄວາມ​ອາດ​ສາມາດ​ຂອງ​ອີຣ່ານທີ່​ຈະຜະລິດ​ອາວຸດ​ນິວ​ເຄລຍ ​ໃນ​ຂະນະ​ທີ່
ສະ ໜອງ​ການ​ບັນ​ເທົາ​ມາດ​ຕະການລົງ​ໂທດ​ຕໍ່ປະ​ເທດ​ດັ່ງກ່າວ​ນັ້ນ.

ນັກວິ​ເຄາະ​ ທ່ານ Richard Nephew ຈາກ​ສູນນະ​ໂຍບາຍ​ພະລັງ ງານ​ໂລກ ກ່າວ​ວ່າ
ຂໍ້​ຕົກລົງ​ນິວ​ເຄລຍອີຣ່ານ ອາດ “ປະຕິບັດ​ຕາມ ​ໂຄງ​ຮ່າງ​ຂອງ Lausanne ​ໂດຍ
ໃກ້​ຄຽງແທ້ໆ.”
ທ່ານ​ອ້າງ​ເຖິງ​ໂຄງ​ຮ່າງ​ຂໍ້​ຕົງ​ລົງ ທີ່ບັນດາ​ຜູ້​ເຈລະຈາ​ຂອງ​ອີຣ່ານ ​ໄດ້
​ບັນລຸ ຢູ່​ທີ່ ສະ​ວິດ​ເຊີ​ແລນ ເມື່ອ​ຕົ້ນ​ເດືອນ ເມສາ​ຜ່ານ​ມາ.

ທ່ານ Nephew ​ກ່າວວ່າ ຂໍ້​ຕົກລົງອາດ​ປະກອບ​ດ້ວຍ ການ​ຫລຸດຜ່ອນ ​ໃນ​ດ້ານ “ການ​
ຕິດຕັ້ງ ​ແ​ລະ ການ​ປະຕິ​ບັດງານ​ຂອງເຄື່ອງກັ່ນ​ທາດ​ຢູ​ເຣນຽມ ຊຶ່ງ​ມັນ​ກ່ຽວ​ພັນ ກັບ​
ການ​ຫລຸດຜ່ອນຂອງ​ຈຳນວນ​ທາດ​ຢູ​ເຣນຽມ​ທີ່​ຜ່ານ​ການ​ກັ່ນ​ແລ້ວນັ້ນ ຢູ່​ໃນ​ປະ​ເທດ
ທີ່​ຈະ​ສົ່ງ​ຜົນ​ກະທົບ​ໃນ​ທາງ​ບວກ ຕໍ່​ການ​ແຕກ​ກະຈາຍ​ອອກ ​ແລະ ມັນ​ຈະ​ກ່ຽວ​ພັນ​
ກັບ​ການ​ດັດ​ແປງ ເຕົາ​ແຍກ​ປະລະມະ​ນູ Arak ​ໃນ​ທີ່​ສຸດ​ແລ້ວ ​ເປັນ​ການ​ປິດ​ຫົນ
ທາງ ຂອງ​ການ​ສ້າງ​ອາວຸດ​ປະລະມະ​ນູ.”

ຊົມວີດີໂອ ລາຍງານ ຜູ້ສື່ຂ່າວ Pam Dockins ຈາກນະຄອນ Vienna, Austria

VOA's Pam Dockins on Kerry, Zarif Meetings at Iran Nuclear Talks
please wait

No media source currently available

0:00 0:00:35 0:00

XS
SM
MD
LG