ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເສັ້ນຕາຍ ເພື່ອໃຫ້ບັນລຸ ຂໍ້ຕົກລົງນິວເຄລຍ ຂອງອີຣ່ານ ມີທາງວ່າ ຈະຜ່ານກາຍໄປ ໂດຍບໍ່ມີຂໍ້ຕົກລົງ


Iran Nuclear Talk
please wait
Embed

No media source currently available

0:00 0:01:36 0:00

ຊົມວີດີໂອ ລາຍງານນີ້

ທັງ​ສອງ​ຝ່າ​ຍ ​ໃນ​ການເຈລະຈາກ່ຽວ​ກັບ​ໂຄງການ​ນິວ​ເຄລຍ
ຂອງ​ອີຣ່ານ ກ່າວ​ວ່າ ພວກ​ຕົນຄາດວ່າ ການ​ເຈລະຈາ​ ຈະ​ດຳ
​ເນີນ​ໄປກາຍ ກຳນົດເສັ້ນຕາຍ ​ໃນ​ວັນ​ອັງຄານ​ມື້​ອື່ນ​ນີ້ ທີ່​ພວກ
​ຕົນ​ໄດ້​ວາງ​ເອົາ​ໄວ້​ ສຳ​ຫລັບໃຫ້​ບັນລຸ​ຂໍ້​ຕົກລົງ​ຮອບ​ດ້ານນັ້ນ.

ບັນດາ​ເຈົ້າໜ້າ​ທີ່ ຈາກ​ສະຫະລັດ ​ແລະ ອີຣ່ານ ກ່າວໃນ​ວັນ​
ອາທິດ​ວານ​ນີ້​ວ່າ ບັນດາຄະນະ​ຜູ້​ແທນ ວາງ​ແຜນ​ທີ່​ຈະ​ຢູ່ໃນ
​ນະຄອນຫຼວງ Vienna ຕໍ່​ໄປ ​ກາຍ​ວັນ​ອັງຄານ​ມື້​ອື່ນ ​ໂດຍ​
ທີ່​ມີ​ຂໍ້​ສຳ​ຄັນ​ຕ່າງໆ ທີ່​ຍັງ​ຄ້າງ​ຄາ ​ແລະ​ຍັງ​ບໍ່​ໄດ້​ຖືກ​ແກ້​ໄຂ​ເທື່ອ.

ຂໍ້​ສຳຄັນ​ດັ່ງກ່າວ​ນັ້ນ ​ເຊື່ອ​ກັນ​ວ່າ ມີ​ລວມທັງ​ ການ​ເຂົ້າ​ເຖິງ ສະຖານ​ທີ່​ຕ່າງໆຂອງ​ອີຣ່ານ ​ໂດຍບັນດາ​ເຈົ້າໜ້າ​ທີ່​ກວດ​ກາ ຈາກ​ອົງການ ປາລະມານູ ຂອງສະຫະ​ປະຊາ​ຊາດ ຕະຫລອດ​ເຖິງ ບັນຫາ​ກ່ຽວ​ກັບ​ວ່າ ມາດ​ຕະການ​ລົງ​ໂທດຕໍ່ອີຣ່ານນັ້ນ ຈະ​ຖືກຍົກ​ເລີກ​ໄດ້​ໄວ​ປານ​ໃດ​.

ລັດຖະມົນຕີ​ຕ່າງປະ​ເທດ​ອີຣ່ານ ທ່ານ Mohammad Javad Zarif ​ໄດ້​ກັບ​ຄືນ​ໄປ​ປະ​ເທດ ​ໃນ​ວັນ​ອາທິດ​ວານ​ນີ້ ​ເພື່ອ​ການ​ປຶກສາ​ຫາລືກັບ ລັດຖະບານ ​ແລະ ຄາດ​ກັນ​ວ່າ ຈະ​ກັບ​ຄືນໄປຍັງ​ນະຄອນຫຼວງ Vienna ​ໃນ​ວັນ​ອັງຄານ​ມື້​ອື່ນ​ນີ້. ​ເຈົ້າໜ້າ​ທີ່​ອາ​ວຸ​ໂສ​ສະຫະລັດ ທ່ານ​ນຶ່ງ ກ່າວ​ວ່າ ການ​ເດີນທາງ​ຂອງ​ທ່ານ Zarif ນັ້ນ ບໍ່​ແມ່ນ​ເລື່ອງ​ທີ່​ໜ້າ​ເປັນ​ຫ່ວງ ​ແລະ ວ່າ ມັນ​ເປັນ​ທີ່​ຄາດ​ກັນແລ້ວວ່າ ບັນດາ​ຜູ້​ເຂົ້າ​ຮ່ວມ​ເຈລະຈາ ຈະ​ເຂົ້າໆ ​ແລະ ​ອອກ​ໆ ຈາກນະຄອນຫຼວງ Vienna ​ໄດ້​ ໃນ​ລະຫວ່າງ ການ​ເຈລະຈາ​ນັ້ນ.

XS
SM
MD
LG