ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິສຣາແອລ ຈະບໍ່ທຳການ ໂຈມຕີອີຣ່ານ ໃນໄວໆນີ້ (ເບິ່ງວີດີໂອ)


ນາຍົກລັດຖະມົນຕີອິສຣາແອລ ທ່ານ Benjamin Netanyahu
ນາຍົກລັດຖະມົນຕີອິສຣາແອລ ທ່ານ Benjamin Netanyahu

ນາຍົກລັດຖະມົນຕີອິສຣາ​ແອ​ລ ທ່ານ Benjamin Netanyahu ກ່າວ​ວ່າ ທ່ານຈະ​ໃຫ້​ໂອ
ກາດແກ່​ການ​ລົງ​ໂທດ​ຂອງ​ນາໆ​ຊາດ​ຕໍ່​ອີຣ່ານແລະ​ຈະ​ບໍ່​ວາງ​ແຜນ​ໂຈມຕີ​ສະຖານ​ທີ່​ນິວ​ເຄລຍ
ຂອງ​ອີຣ່ານພາຍ​ໃນ​ໄລຍະ​ສອງ​ສາມມື້ຫຼືສອງ​ສາມ​ອາທິດຂ້າງ​ໜ້ານີ້.

ໃນ​ການ​ຖະ​ແຫຼງຕໍ່​ໂທລະພາບ​ຂອງ​ອິສຣາ​ແອ​ລ ​ໃນ​ວັນ​ພະຫັດ​ວານ​ນີ້ ທ່ານ Netanyahu
ເວົ້າວ່າ ທ່ານ​ຢາກ​ໃຫ້​ມີ​ການ​ແກ້​ໄຂ​ບັນດັ່ງກ່າວ​ໂດຍ​ສັນຕິ​ວິທີ ​ແຕ່​ກໍຢືນຢັດ​ວ່າປະ​ເທດ​ຂອງ​
ທ່ານ​ຈະ​ບໍ່​ຍອມ​ປ່ອຍ​ໃຫ້​ອີຣ່ານມີ​ອາວຸດ​ນິວ​ເຄລຍຢູ່​ໃນຄວາມ​ຄອບ​ຄອງ.

ທ່ານ​ໃຫ້​ຄວາມ​ເຫັນ​ທີ່​ວ່າ​ນີ້ ນຶ່ງ​ມື້ລຸນຫຼັງກັບ​ຄືນ​ໄປ​ຈາກ​ການ​ເຈລະຈາ​ທີ່​ກຸງ​ວໍຊິງຕັນບ່ອນ​ທີ່​
ທ່ານ​ເວົ້າວ່າ ອິສຣາ​ແອ​ລບໍ່​ສາມາດ​ທີ່​ຈະ​ລໍຄອຍ​ຖ້າ ​ໄປຕື່ມໄດ້ດົນ​ອີກ ​ສຳ​ຫຼັບການ​ດຳ​ເນີນ
ຄວາມພະຍາຍາມ​ທາງ​ດ້ານ​ການ​ທູດ​ແລະ​ການ​ລົງ​ໂທດ​ເພື່ອຢັບຢັ້ງ​ໂຄງການ​ນິວ​ເຄລຍຂອງ​
ອີຣ່ານ.

ໃນ​ມື້ວານ​ນີ້ທ່ານ Netanyahu ຮັບ​ຮູ້​ໃນ​ອັນ​ທີ່​ທ່ານ​ເອີ້ນວ່າ ມີ​ຄວາມເຫັນ​ແຕກຕ່າງກັນ​ຂັ້ນ
ພື້ນຖານ​ລະຫວ່າງ​ສະຫະລັດ​ກັບ​ອິສຣາ​ແອ​ລກ່ຽວ​ກັບ​ການ​ແກ້​ໄຂ​ບັນຫາ​ອີຣ່ານ ​ໂດຍ​ເວົ້າວ່າ
ອິສຣາ​ແອ​ລຮູ້ສຶກ​ວ່າ​ໄພ​ຂົ່ມຂູ່​ຈາກນິວ​ເຄລຍຂອງ​ອີຣ່ານມີ​ຄວາມ​ຫຼໍ່​ແຫຼມກວ່າ​ວໍ​ຊິງ​ຕັນ.

ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາຮຽກຮ້ອງ​ໃຫ້​ທ່ານ Netanyahu ​ໃຫ້​ເວລາ​ເພີ່ມຕື່ມ​ແກ່​ການ
ດຳ​ເນີນ​ຄວາມ​ພະຍາຍາມ​ທາງ​ດ້ານ​ການ​ທູດ​ແລະ​ການ​ລົງ​ໂທດ​ຂອງ​ນາໆຊາດແຕ່ຂະນະ​ດຽວ​
ກັນ ທ່ານ​ໂອ​ບາ​ມາ​ກໍ​ໄດ້​ກ່າວ​ຢໍ້າ ​ເຖິງ​ທ່າ​ທີ​ຂອງ​ທ່ານທີ່​ວ່າ ທາງ​ເລືອກທຸກ​ຢ່າງ​ແມ່ນ​ຍັງ​ເປີດ
ກວ້າງ ເພື່ອ​ຍຸຕິ​ບໍ່​ໃຫ້​ອີຣ່ານມີ​ອາວຸດ​ນິວ​ເຄລຍຢູ່​ໃນ​ຄ​ວາ​ມຄອບ​ຄອງ.

ເບິ່ງວີດີໂອລາຍງານເລື້ອງ: ອິສຣາແອລຈະທໍາລາຍນິວເຄລຍຂອງອິຣ່ານໄດ້ບໍ່?:

XS
SM
MD
LG