ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການລົງໂທດຮອບໃໝ່ ຕໍ່ອີຣ່ານ


ສະພາຄວາມໝັ້ນຄົງ ຂອງອົງການ ສະຫະປະຊາຊາດ ມີກຳນົດ ທີ່ຈະລົງມະຕິ ໃນວັນພຸດມື້ນີ້ ເພື່ອລົງໂທດ ຮອບທີ 4 ຕໍ່ອີຣ່ານ ກ່ຽວກັບ ໂຄງການນິວເຄລຍ ທີ່ເປັນບັນຫາ ຖົກຖຽງໂຕ້ແຍ້ງ ຂອງປະເທດດັ່ງກ່າວ.

ເອກອັກຄະລັດຖະທູດ ຂອງສະຫະລັດ ປະຈຳອົງການ ສະຫະປະຊາຊາດ ທ່ານນາງ SUSAN RICE ກ່າວ​ວ່າ ມະຕິສະບັບດັ່ງກ່າວ ແມ່ນຮວມທັງ ມາດຕະການ ແລະຂໍ້ຜູກມັດໃໝ່ ຫຼາຍໆຂໍ້ ແລະທ່ານນາງຄາດວ່າ ຈະມີການ ຮັບຮອງເອົາ ຈາກ​ສະມາຊິກ ສ່ວນ​ໃຫຍ່ ຂອງ 15 ປະເທດ ສະມາຊິກ ຂອງສະພາ ຄວາມໝັ້ນຄົງ ອົງການສະຫະປະຊາຊາດ.

ລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານນາງຮິລລາຣີ ຄລິນຕັນ ກ່າວວ່າ ການລົງໂທດ ໃນຄັ້ງນີ້ ຈະໜັກທີ່ສຸດ ເທົ່າທີ່ເຕຫະຣ່ານ ໄດ້ປະສົບມາ.
ມາດຕະການຕ່າງໆ ແມ່ນມີຮວມທັງ ການຫ້າມເດີນທາງ ແລະການຈຳກັດຮັດແຄບ ທາງດ້ານການເງິນ ຕໍ່ບຸກຄົນ ແລະກຸ່ມຕ່າງໆ ທີ່ພົວພັນ ກັບກິດຈະການ ນິວເຄລຍ ແລະລູກສອນໄຟ ຂີປະນາວຸດ ຂອງອີຣ່ານ ເຊັ່ນກຳລັງ ພິທັກປະຕິວັດ ແລະ ບໍລິສັດຂົນສົ່ງ ສາທາລະນະລັດ ອິສະລາມ ອີຣ່ານ.

ປະທານາທິບໍດີ ອີຣ່ານ ທ່ານ MAHMOUD AHMADINEJAD ເຕືອນວ່າ ການລົງໂທດໃໝ່ ໃດໆກໍຕາມ ອາດໝາຍເຖິງ ການສິ້ນສຸດລົງ ໃນຄວາມເຕັມໃຈ ຂອງອີຣ່ານ ທີ່ຈະເຈລະຈາ ກັບມະຫາອຳນາດ ຂອງໂລກ ກ່ຽວກັບ ໂຄງການນິວເຄລຍ ຂອງອີຣ່ານນັ້ນ.

XS
SM
MD
LG