ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການຄວບຄຸມນິວເຄລຍ ສປຊ ເຈລະຈາ ຮອບໃໝ່ ກັບອີຣ່ານ (ວີດີໂອ)

Participants of the Conference of European Rabbis carry candles as they commemorate the 75th anniversary of Kristallnacht in front of Brandenburg Gate in Berlin, Germany. The 'Kristallnacht'  or 'crystal night' - also referred to as 'night of broken glass' -  when Nazis conducted a wave of violent anti-Jewish pograms on the streets of Berlin and other cities in 1938.

ອົງການ​ຄວບ​ຄຸມ​ນິວ​ເຄລຍຂອງ​ສະຫະ​ປະຊາ​ຊາດ​ເລີ່ມທຳ​ການ​ເຈລະຈາ​ຮອບ​ໃໝ່​ກັບ​ອີຣ່ານ
​ໃນ​ຄວາມ​ພະຍາຍາມ​ເພື່ອ​ໃຫ້​ມີ​ການ​ບັນລຸ​ການ​ຕົກລົງ​ທີ່​ຈະ​ອຳນວຍ​ໃຫ້ທາງ​ອົງການ​ເລີ້ມດຳ
​ເນີນ​ການ​ສືບສວນ​ຄືນ​ໃໝ່ກ່ຽວ​ກັບ​ໂຄງການ​ສ້າງອາວຸດ​ນິວ​ເຄລຍທີ່​ຍັງ​ມີ​ການ​ສົງ​ໄສ​ກັນນັ້ນ
ຢູ່​ໃນ​ປະ​ເທດ​ດັ່ງກ່າວ.

ທ່ານ Ali Asghar Soltanieh ທູດພິ​ເສດຂອງອີຣ່ານປະຈຳ​ອົງການ​ພະລັງງານ​ປະລະມາ
ນູ​ສາກົນ ​ໄດ້​ພົບ​ປະ​ກັບ​ເຈົ້າໜ້າ​ທີ່​ຂອງ​ອົງການ​ດັ່ງກ່າວ ​ທີ່​ນະຄອນ​ວຽນ​ນາໃນ​ວັນ​ສຸກ​ມື້ນີ້.

ອົງການ​ພະລັງງານ​ປະລະ​ມາ​ນູສາກົນ ຕ້ອງການ​ເຂົ້າ​ໄປ​ກວດກາ​ເບິ່ງ​ຄ້າຍ​ທະຫານ​ທີ່​ເມືອງ
Parchin ຂອງ​ອີຣ່ານບ່ອນ​ທີ່​ທາງ​ອົງການ​ພະລັງງານ​ປະລະມານູສາກົນ​ເຊື່ອ​ວ່າ​ອີຣ່ານ​ໄດ້
​ທຳ​ການຄົ້ນຄວ້າ​ກ່ຽວ​ກັບ​ອາວຸດ​ນິວ​ເຄລຍນັ້ນ. ​ເຕຫະຣ່ານກ່າວ​ວ່າ ຄ້າຍ​ທະຫານ​ທີ່​ເມືອງ
Parchin ​ເປັນ​ບ່ອນ​ທົດ​ລອງ​ອາວຸດ​ທຳ​ມະດາ​ແລະ​ຢືນຢັດ​ວ່າໂຄງການ​ນິວ​ເຄລຍຂອງ​ອີຣ່ານ
ມີ​ຈຸດປະສົງ​ໃນ​ທາງ​ສັນຕິ.

ທັງ​ສອງ​ຝ່າຍ​ຕ່າງ​ກໍ​ກ່າວ​ວ່າ ໄດ້​ມີ​ຄວາມ​ກ້າວໜ້າ​ໃນ​ການ​ເຈລະຈາ​ກັນ​ຮອບ​ກ່ອນກ່ຽວ​ກັບ
​ເລື່ອງ​ອາວຸດ​ນິວ​ເຄລຍ​ໃນ​ປີນີ້ ແຕ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຢູ່.

ສື່​ມວນ​ຊົນ​ຂອງ​ທາງ​ການ​ຈີນ​ລາຍ​ງານ​ວ່າ ປະທານ​ປະ​ເທດ​ຈີນ ທ່ານ​ຫູຈິນ​ເຖົາທີ່​ໄດ້​ພົບ​ປະ
​ກັບ​ທ່ານ Mahmoud Ahmadinejad ປະທານາທິບໍດີ​ອີຣ່ານທີ່​ກຸງ​ປັກກິ່ງ​ ໃນ​ວັນ​ສຸກ​ມື້ນີ້ ​
ໄດ້ຮຽກຮ້ອງ​ໃຫ້​ຜູ້ນຳ​ອີີຣ່ານ ​ໃຊ້​ວິທີ​ທີ່​ສາມາດ​ຕໍ່​ຮອງ​ກັນໄດ້ ແລະສະພາບ​ໂຕ​ຈິງ ​ໃນ​ການ
​ເຈລະຈາ​ກັບ​ອົງການ​ພະລັງງານ​ປະລະມະ​ນູສາກົນ.

ອົງການ​ຄົ້ນຄວ້າ​ຂອງ​ສະຫະລັດ​ອົງການ​ນຶ່ງ ​ໄດ້​ຮັບ​ຮູບ​ຖ່າຍ​ທາງ​ດາວ​ທຽມ​ໃນ​ເດືອນ​ແລ້ວ
ນີ້ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ອີຣ່ານອາດ​ໄດ້​ພະຍາຍາມ​ທຳລາຍ​ຮ່ອງຮອຍ​ໃນ​ການ​ທົດ​ລອງ​ອາ
ວຸດ​ນິວເຄລຍທີ່​ຄ້າຍ​ Parchin.

ເບິ່ງວີດີໂອກ່ຽວກັບໂຄງການນິວເຄລຍຂອງອິຣ່ານ:

XS
SM
MD
LG