ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ລົງໂທດຮອບໃໝ່ ຕໍ່ອີຣ່ານ


ລັດຖະສະພາ ສະຫະລັດ ໃຫ້ການອະນຸມັດ ຕໍ່ແຜນການ ລົງໂທດຮອບໃໝ່ ທີ່ແນໃສ່ ເພື່ອໃສ່ໂທດ ກິດຈະການນິວເຄລຍ ທີ່ຫຼໍ່ແຫຼມສຳຄັນ ຂອງອີຣ່ານນັ້ນ.

ສະພາຕໍ່າ ສະຫະລັດ ໄດ້ຮັບຮອງ ເອົາຮ່າງກົດໝາຍ ສະບັບນີ້ ດ້ວຍຄະແນນສຽງ 408 ຕໍ່ 8 ໃນວັນພະຫັດວານນີ້ ຫຼັງຈາກ ສະພາສູງ ສະຫະລັດ ໄດ້ຮັບຜ່ານ ຮ່າງກົດໝາຍ ດັ່ງກ່າວ ດ້ວຍຄະແນນສຽງ 99 ຕໍ່ 0 ໃນຕອນເຊົ້າ ຂອງມື້ດຽວກັນ.

ການລົງໂທດ ທີ່ວ່ານີ້ ໄດ້ກີດກັນ ບໍ່ໃຫ້ບໍລິສັດ ທີ່ພົວພັນນຳ ການຂາຍນໍ້າມັນ ທີ່ກັ່ນແລ້ວ ໃຫ້ແກ່ອີຣ່ານນັ້ນ ເຂົ້າມາຄ້າຂາຍ ຢູ່ໃນຕະຫຼາດ ສະຫະລັດ. ນອກນັ້ນ ການລົງໂທດ ທີ່ວ່ານີ້ ຍັງໄດ້ຂັດຂວາງ ບໍ່ໃຫ້ທະນາຄານ ຂອງຕ່າງປະເທດ ສວຍໃຊ້ປະໂຫຍດ ຈາກລະບົບການເງິນ ຂອງສະຫະລັດ ຖ້າຫາກ ທະນາຄານເຫຼົ່ານີ້ ເຮັດທຸລະກິດ ສະຖາບັນທີ່ສຳຄັນໆ ຂອງອີຣ່ານ ຫຼືກຳລັງພິທັກ ປະຕິວັດ ຂອງອີຣ່ານ.

ໃນເດືອນນີ້ ສະພາຄວາມໝັ້ນຄົງ ຂອງອົງການ ສະຫະປະຊາຊາດ ໄດ້ທຳການລົງໂທດ ຮອບທີ 4 ຕໍ່ອີຣ່ານ ຍ້ອນອີຣ່ານ ໄດ້ປະຕິເສດ ບໍ່ຍອມຢຸດເຊົາ ໃນການກັ່ນ ທາດຢູເຣນຽມ.

ສະຫະພາບຢູໂຣບ ໄດ້ສະເໜີ ການລົງໂທດຂອງຕົນ ຕ່າງຫາກ ຕໍ່ອີຣ່ານ.

XS
SM
MD
LG