ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະຫະລັດ ເພີ້ມການລົງໂທດ ອີຣ່ານ


ສະຫະລັດ ໄດ້ຂະຫຍາຍ ການລົງໂທດ ຕໍ່ອີຣ່ານ ໂດຍຈະປັບໃໝ ບໍລິສັດຕ່າງໆ ແລະສ່ວນບຸກຄົນ ທີ່ໄດ້ພົວພັນ ກັບໂຄງການນິວເຄລຍ ແລະລູກສອນໄຟ ຂອງອີຣ່ານ.

ລັດຖະມົນຕີ ກະຊວງການເງິນ ຂອງສະຫະລັດ ທ່ານ TIMOTHY GEITHNER ໄດ້ປະກາດ ກ່ຽວກັບ ການຂະຫຍາຍ ການລົງໂທດ ຕໍ່ອີຣ່ານ ໃນມື້ວັນພຸດ ວານນີ້. ທ່ານເອີ້ນ ການເຄື່ອນໄຫວ ນີ້ວ່າ ເປັນບາດກ້າວ ອັນທຳອິດ ໃນການຈັດຕັ້ງ ປະຕິບັດ ການລົງໂທດ ຕໍ່ອີຣ່ານ ຂອງສະພາ ຄວາມໝັ້ນຄົງ ອົງການສະຫະປະຊາຊາດ ໃນສັບປະດາແລ້ວ.

ທ່ານ GEITHNER ກ່າວຕໍ່ ພວກນັກຂ່າວ ທີ່ທຳນຽບຂາວວ່າ ສະຫະລັດຄາດວ່າ ປະເທດອື່ນໆ ຈະປະກາດ ກ່ຽວກັບ ການລົງໂທດໃໝ່ ຂອງຕົນ ຕໍ່ອີຣ່ານ ໃນໄວໆນີ້. ເປັນທີ່ຄາດກັນວ່າ ສະຫະພາບຢູໂຣບ ຈະທຳການ ລົງໂທດຮອບໃໝ່ ຕໍ່ອີຣ່ານ ໃນວັນພະຫັດມື້ນີ້ ໂດຍຈະແນໃສ່ ພາກສ່ວນ ທີ່ສຳຄັນໆ ຂອງອຸສາຫະກຳ ແກັສທຳມະຊາດ ແລະນໍ້າມັນ ຂອງອີຣ່ານ ໃນຈຳນວນ ຫຼາຍໆຂົງເຂດ ທີ່​ຈະ​ຖືກລົງໂທດນັ້ນ.

ໃນມື້ວານນີ້ ສະຫະລັດ ໄດ້ຈັດເອົາ ທະນາຄານ POST ຂອງອີຣ່ານ ເຂົ້າໄວ້ໃນ ບັນຊີດຳ ຊຶ່ງເຮັດໃຫ້ ຈຳນວນທະນາຄານ ຂອງອີຣ່ານ ທີ່ຖືກລົງໂທດ ໂດຍສະຫະລັດ ເພີ້ມຂຶ້ນເປັນ 16 ທະນາຄານ. ທະນາຄານ POST ຖືກກ່າວຫາວ່າ ເປັນສາກບັງໜ້າ ຂອງທະນາຄານ SEPAH ຊຶ່ງເປັນທະນາຄານ ທີ່ໃຫຍ່ກວ່າ ທີ່ໄດ້ຖືກ ສະຫະລັດລົງໂທດ ມາແຕ່ປີ 2007.

ນອກນັ້ນ ເຈົ້າໜ້າທີ່ ຍັງໄດ້ລະບຸຊື່ 5 ບໍລິສັດ ທີ່​ເປັນ​ສາກ​ບັງໜ້າ​ ໃຫ້​ອິຣ່ານ ແລະກຳປັ່ນ ຫຼາຍກວ່າ 90 ລຳ ທີ່ລັດຖະບານ ທ່ານໂອບາມາ ເວົ້າວ່າ ຖືກໃຊ້ໂດຍ ບໍລິສັດ ຂົນສົ່ງ ແຫ່ງຊາດ ຂອງອີຣ່ານ ເພື່ອຫລົບຫລີກ ການລົງໂທດນັ້ນ.

XS
SM
MD
LG