ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານຍິນດີ ຈະເຈລະຈາ ກັບ ຕາເວັນຕົກອີກ


ປະທານາທິບໍດີ ອີຣ່ານ ທ່ານ MAHMOUD AHMADINEJAD ກ່າວວ່າ ປະເທດຂອງທ່ານ ເຕັມໃຈ ທີ່ຈະເປີດ ການເຈລະຈາ ຄືນໃໝ່ ກັບພວກປະເທດ ຕາເວັນຕົກ ກ່ຽວກັບ ໂຄງການນິວເຄລຍຂອງຕົນ ຖ້າເງື່ອນໄຂບາງຂໍ້ ຫາກ​ໄດ້​ຮັບ​ການ​ສະໜອງ​ຕອບ.

ທ່ານ AHMADINEJAD ໃຫ້ທັດສະນະ ດັ່ງກ່າວ ໃນລະຫວ່າງ ຄຳປາໄສ ທາງໂທລະພາບ ໃນວັນພຸດມື້ນີ້ ທີ່ເມືອງ SHAHR-E-KORD.

ທ່ານເວົ້າວ່າ ອີຣ່ານ ຈະປະກາດ ເງື່ອນໄຂໃຫ້ຊາບ ໃນໄວໆນີ້ ແລະບັນດາປະເທດ ມະຫາອຳນາດ ຂອງໂລກ ຕ້ອງ​ໄດ້​ຮັບ​ການ​ສັ່ງສອນ ຍ້ອນ​ໄດ້ທຳການ ລົງໂທດຄັ້ງໃໝ່ ຕໍ່ເຕຫະຣ່ານ ກ່ຽວກັບ ໂຄງການນິວເຄລຍ ທີ່ເປັນບັນຫາ ຖົກຖຽງໂຕ້ແຍ້ງກັນນັ້ນ.

ໃນສັບປະດາແລ້ວ ສະພາຄວາມໝັ້ນຄົງ ຂອງອົງການ ສະຫະປະຊາຊາດ ໄດ້ຮັບຜ່ານ ມະຕິການລົງໂທດ ຮອບທີ 4 ຕໍ່ອີຣ່ານ ຍ້ອນສືບຕໍ່ ຫາ​ທາງ​ຂົນຂວາຍ​ ເອົາເທັກໂນໂລຈີ ນິວເຄລຍ ແລະ ໃນມື້ວັນຈັນ ຜ່ານມານີ້ ສະຫະພາບຢູໂຣບ ກໍໄດ້ ໃຫ້ການອະນຸມັດ ຕໍ່ຮ່າງແຜນການ ກ່ຽວກັບ ການລົງໂທດເພີ້ມຕື່ມຕໍ່ອີຣ່ານ.

ບັນດາ ລັດຖະມົນຕີ ຂອງ EU ກ່າວວ່າ ການລົງໂທດ ເພີ້ມຕື່ມ ໃນເລື່ອງການຄ້າ ການໂອນເງິນ ແລະການຂົນສົ່ງ ສາມາດນຳໃຊ້ ພາຍໃນ ເດືອນໜ້ານີ້.

XS
SM
MD
LG