ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອີຣ່ານປະຕິເສດຂ່າວ ການຈຳກັດການຕື່ມນໍ້າມັນ


ອີຣ່ານປະຕິເສດຂ່າວ ການຈຳກັດການຕື່ມນໍ້າມັນ
ອີຣ່ານປະຕິເສດຂ່າວ ການຈຳກັດການຕື່ມນໍ້າມັນ

ກະຊວງ ການຕ່າງປະເທດ ອີຣ່ານ ໄດ້ປະຕິເສດ ຕໍ່ການກ່າວອ້າງ ທີ່ວ່າ ສະໜາມບິນນາໆຊາດ ບໍ່ຍອມຕື່ມນໍ້າມັນ ໃຫ້ແກ່ເຮືອບິນ ຂອງອີຣ່ານ ຍ້ອນການລົງໂທດ.

ໂຄສົກຄົນນຶ່ງ ຂອງກະຊວງ ການຕ່າງປະເທດ ອີຣ່ານ ກ່າວວ່າ ບໍ່ໄດ້ມີການຈຳກັດ ກ່ຽວກັບເລື່ອງນໍ້າມັນ ສຳລັບ ເຮືອບິນອີຣ່ານ ແຕ່ຢ່າງໃດ ນັບແຕ່ສະຫະລັດ ໄດ້ຈັດຕັ້ງປະຕິບັດ ການລົງໂທດຄັ້ງໃໝ່ ຕໍ່ອີຣ່ານ ໃນສັບປະດາແລ້ວ.

ອົງການຂ່າວ ISNA ຂອງອີຣ່ານ ໄດ້ອ້າງຄຳເວົ້າ ເຈົ້າໜ້າທີ່ອະວຸໂສ ຂອງສາຍການບິນອີຣ່ານ ທີ່ກ່າວ ໃນມື້ວັນຈັນ ວານນີ້ວ່າ ສະໜາມບິນ ໃນອັງກິດ ເຢຍຣະມັນ ແລະສະຫະລັດ ອາຣັບເອ​ເມີເຣັດ ໄດ້ປະຕິເສດ ບໍ່ຍອມຕື່ມນໍ້າມັນ ໃຫ້ແກ່ເຮືອບິນ ຂອງອີຣ່ານ.

ເຈົ້າໜ້າທີ່ ໃນສາມ​ປະ​ເທດ​ດັ່ງກ່າວ ເວົ້າວ່າ ພວກຕົນບໍ່ຮູ້ເລື່ອງ ກ່ຽວກັບການຫ້າມ ບໍ່ໃຫ້ຕື່ມເຊື້ອໄຟ ໃຫ້ເຮືອບິນອີຣ່ານ ແຕ່ແຫຼ່ງຂ່າວນຶ່ງ ຢູ່ໃນສະຫະລັດ ອາຣັບເອ​ເມີເຣັດ ແຈ້ງວ່າ ບໍລິສັດນຶ່ງ ຂອງເອກກະຊົນ ໄດ້ປະຕິເສດ ບໍ່ຍອມຕື່ມ ນໍ້າມັນເຊື້ອໄຟ ໃຫ້ເຮືອບິນ ຂອງອີຣ່ານແທ້.

ຂະນະດຽວກັນ ຈີນໄດ້ປະນາມ ສະຫະລັດ ໃນວັນອັງຄານມື້ນີ້ ທີ່ໄດ້ຂະຫຍາຍ ການລົງໂທດ ຮອບລ່າສຸດ ຂອງສະຫະປະຊາຊາດ ຕໍ່ອີຣ່ານ. ທ່ານ QIN GANG ໂຄສົກກະຊວງ ການຕ່າງປະເທດຈີນ ກ່າວວ່າ ຈີນສະໜັບສະໜຸນ ການລົງໂທດ ຂອງອົງການ ສະຫະປະຊາຊາດ ແຕ່ກໍເຊື່ອວ່າ ປະເທດຕ່າງໆ ຄວນຈະເພັງເລັງໃສ່ ການຈັດຕັ້ງ ປະຕິບັດ ມາຕະການເຫຼົ່ານີ້ ແທນທີ່ຈະຕື່ມ ການລົງໂທດ ຂອງ​ຕົນ​ໃສ່ອີກ ດັ່ງທີ່ສະຫະລັດ ໄດ້ກະທຳ ໃນສັບປະດາແລ້ວ.

XS
SM
MD
LG