ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານປະນາມການລົງໂທດ ຂອງອີຢູ


ອີຣ່ານ ໄດ້ປະນາມການລົງໂທດຮອບໃໝ່ ຂອງສະຫະ ພາບຢູໂຣບ ແລະການາດາ ທີ່ແນໃສ່ພາກສ່ວນພະລັງງານ ການຄ້າຕ່າງປະເທດ ແລະການທະນາຄານຂອງຕົນ ຊຶ່ງເປົ້າໝາຍສ່ວນນຶ່ງ​ ແມ່ນເພື່ອຕັດການລົງທຶນ ແລະການຄ້າ ຢູ່ໃນອຸດສາຫະກຳນໍ້າມັນ ແລະແກັສທີ່ໄດ້ກຳໄລງາມ ຂອງອີຣ່ານ.

ໂຄສົກຄົນນຶ່ງ ຂອງກະຊວງການຕ່າງປະເທດອີຣ່ານ ກ່າວວ່າ ການລົງໂທດທີ່ວ່ານີ້ ຈະບໍ່ມີຜົນກະທົບ ຕໍ່ ເຕຫະຣ່ານ ແລະຈະບໍ່ຊ່ອຍໃຫ້ມີ ການຮື້ຟື້ນ ການເຈລະຈາ ກ່ຽວກັບໂຄງການນິວເຄລຍ ແຕ່ປະການໃດ.

ກະຊວງການຕ່າງປະເທດຣັດເຊຍ ກ່າວໃນວັນອັງຄານມື້ນີ້ວ່າ ການລົງໂທດທີ່ວ່ານີ້ ແມ່ນ ເປັນທີ່ຮັບເອົາບໍ່ໄດ້ ແລະເປັນການຂັດຕໍ່ ການດຳເນີນຄວາມພະຍາຍາມ ຂອງສະພາ ຄວາມໝັ້ນຄົງ ສະຫະປະຊາຊາດ ທີ່ຈະແກ້ໄຂສະຖານະການ.

ລັດຖະມົນຕີ ການຕ່າງປະເທດ ຂອງສະຫະພາບຢູໂຣບ ທ່ານນາງ CATHERINE ASHTON ກ່າວວ່າ ການລົງໂທດທີ່ວ່ານີ້ ແມ່ນເປັນການ ສົ່ງຄຳເຕືອນຢ່າງແຮງ ໄປຍັງອີຣ່ານວ່າ ໂຄງການນິວເຄລຍຂອງຕົນນັ້ນ ແມ່ນເປັນສາເຫດ ທີ່ພາໃຫ້ເກີດ ຄວາມວິຕົກຢ່າງຮ້າຍແຮງ ແລະເພີ້ມທະວີຂຶ້ນນັບ​ມື້. ແຕ່ຂະນະດຽວກັນ ທ່ານນາງກໍເວົ້າວ່າ ເປົ້າໝາຍຂອງສະຫະພາບຢູໂຣບ ແມ່ນບໍ່ມີຫຍັງປ່ຽນແປງ ຄືຊັກຊວນໃຫ້ອີຣ່ານ ກັບຄືນເຂົ້າສູ່ໂຕະເຈລະຈາ.

ໃນໄລຍະສອງສາມອາທິດຜ່ານມານີ້ ສະພາຄວາມໝັ້ນຄົງ ຂອງອົງການສະຫະປະຊາຊາດ ໄດ້ລົງໂທດຮອບທີ 4 ຕໍ່ອີຣ່ານ ແລະສະຫະລັດ ກໍໄດ້ອະນຸມັດ ມາດຕະການລົງໂທດ ທາງດ້ານເສດຖະກິດຂອງຕົນ ຕໍ່ອີຣ່ານ.

ສະຫະລັດ ໄດ້ກ່າວຊົມເຊີຍ ສະຫະພາບຢູໂຣບ ແລະການາດາ ທີ່ໄດ້ເອົາມາດຕະການ ທຳການລົງໂທດ ຕໍ່ອີຣ່ານ.

XS
SM
MD
LG