ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະຫະລັດ ລົງໂທດຄັ້ງໃໝ່ ຕໍ່ອີຣ່ານ


ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ໄດ້ລົງນາມ ໃນຮ່າງກົດໝາຍ ການລົງໂທດ ທາງດ້ານພະລັງງານ ແລະການເງິນ ຢ່າງໜັກ ສະບັບໃໝ່ ຕໍ່ອີຣ່ານ ທີ່ທ່ານເວົ້າວ່າ ຈະຖືກກະໂຕ ໝາກຫົວໃຈ ໃນຄວາມສາມາດ ກ່ຽວກັບ ການໃຫ້ເງິນ ສະໜັບສະໜຸນ ແລະການພັດທະນາ ໂຄງການສ້າງ ອາວຸດນິວເຄລຍ ຂອງເຕຫະຣ່ານ ຕາມທີ່ມີການ ກ່າວຫາກັນນັ້ນ.

ໃນການຖະແຫຼງ ທີ່ທຳນຽບຂາວ ໃນວັນພະຫັດ ວານນີ້ ທ່ານໂອບາມາ ເວົ້າວ່າ ມາຕະການ ລົງໂທດໃໝ່ ປະກອບດ້ວຍ ອັນທີ່ທ່ານເອີ້ນວ່າ ເປັນການລົງໂທດ ຢ່າງໜັກທີ່ສຸດ ແລະກວ້າງຂວາງ ຫຼາຍດ້ານ ຕໍ່ອີຣ່ານ ເທົ່າທີ່ ລັດຖະສະພາ ສະຫະລັດ ເຄີຍຮັບເອົາ ຜ່ານມານັ້ນ.

ການລົງໂທດ ທີ່ວ່ານີ້ ໄດ້ແນເປົ້າໝາຍ ໃສ່ພາກສ່ວນ ພະລັງງານ ແລະການທະນາຄານ ຂອງອີຣ່ານ. ການລົງໂທດ ແມ່ນແນໃສ່ ເພື່ອເຮັດໃຫ້ ເປັນການຍາກຂຶ້ນ ສຳລັບ ລັດຖະບານອີຣ່ານ ທີ່ຈະຊື້ນໍ້າມັນ ທີ່ກັ່ນແລ້ວ ບໍ່ໃຫ້ບັນດາບໍລິສັດ ທີ່ພົວພັນ ນຳການຂາຍ ນໍ້າມັນແອັດຊັງ ນໍ້າມັນເຮືອບິນ ແລະຜະລິດຕະພັນອື່ນໆ ໃນທຳນອງນີ້ ໃຫ້ແກ່ອີຣ່ານນັ້ນ ຂາຍສິນຄ້າຂອງຕົນ ຢູ່ໃນຕະຫຼາດ ສະຫະລັດໄດ້.

ມາຕະການ ລົງໂທດດັ່ງກ່າວ ຍັງໄດ້ປ້ອງກັນ ບໍ່ໃຫ້ທະນາຄານ ຕ່າງປະເທດ ຊົມໃຊ້ ລະບົບການເງິນ ຂອງສະຫະລັດ ຖ້າທະນາຄານເຫຼົ່ານີ້ ເຮັດທຸລະກິດ ກັບສະຖາບັນ ທີ່ສຳຄັນໆ ຂອງອີຣ່ານ ຫຼືກຳລັງ ພິທັກປະຕິວັດ.

ທ່ານໂອບາມາ ເວົ້າວ່າ ກົດໝາຍສະບັບນີ້ ໄດ້ຍົກເວັ້ນ ເທັກໂນໂລຈີ ທີ່ອຳນວຍໃຫ້ ຊາວອີຣ່ານ ໄດ້ຮັບຂ່າວສານຂໍ້ມູນ ແລະຊ່ອຍ ໃຫ້ພວກເຂົາເຈົ້າ ສາມາດຕິດຕໍ່ສື່ສານ ໄດ້ຢ່າງເສລີ ຈາກການລົງໂທດ ຂອງສະຫະລັດ. ນອກນັ້ນ ທ່ານຍັງເວົ້າວ່າ ປະຕູທາງການທູດ ສຳລັບ ສາທາລະນະລັດ ອິສະລາມ ອີຣ່ານ ແມ່ນຍັງເປີດກວ້າງຢູ່.

ອີຣ່ານກ່າວວ່າ ໂຄງການນິວເຄລຍ ຂອງຕົນ ມີຈຸດປະສົງ ໃນທາງສັນຕິ ແຕ່ບັນດາປະເທດ ຕາເວັນຕົກ ສົງໄສວ່າ ອີຣ່ານພວມພະຍາຍາມ ຊອກຫາຊ່ອງທາງ ເພື່ອສ້າງອາວຸດນິວເຄລຍ.

XS
SM
MD
LG