ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ສະຫະລັດ ເຊັນກົດໝາຍ ລົງໂທດອີຣ່ານ


ວັນພະຫັດມື້ນີ້ ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາ ມາ ຈະລົງນາມ ໃນຮ່າງກົດໝາຍ ການລົງໂທດ ທາງດ້ານພະລັງງານ ແລະດ້ານການເງິນ ຢ່າງໜັກ ສະບັບໃໝ່ ຕໍ່ອີຣ່ານ ຍ້ອນໂຄງການ ນິວເຄລຍ ຂອງປະເທດດັ່ງກ່າວ.

ທຳນຽບຂາວ ກ່າວວ່າ ທ່ານໂອບາມາ ຈະລົງນາມ ໃນຮ່າງກົດໝາຍ ການລົງໂທດ ທີ່ແນໃສ່ ພາກສ່ວນພະລັງງານ ແລະການທະນາຄານ ຂອງອີຣ່ານ ໃນມື້ແລງນີ້.

ໃນສັບປະດາແລ້ວ ລັດຖະສະພາ ສະຫະລັດ ໄດ້ຮັບຜ່ານ ມາຕະການການ ລົງໂທດ ທີ່ຫ້າມບໍ່ໃຫ້ ບໍລິສັດຕ່າງໆ ທີ່ພົວພັນນຳ ການຂາຍ ຜະລິດຕະພັນ ນໍ້າມັນ ທີ່ກັ່ນແລ້ວ ໃຫ້ອີຣ່ານນັ້ນ ຈຳໜ່າຍສິນຄ້າຂອງຕົນ ໃນຕະຫຼາດ ສະຫະລັດ. ມາຕະການເຫຼົ່ານີ້ ຍັງຂັດຂວາງ ບໍ່ໃຫ້ທະນາຄານ ຕ່າງປະເທດ ​ໄດ້ຊົມໃຊ້ ລະບົບການເງິນ ຂອງສະຫະລັດ ຖ້າທະນາຄານເຫຼົ່ານີ້ ຫາກເຮັດທຸລະກິດ ກັບສະຖາບັນ ທີ່ສຳຄັນໆ ຫລືກຳລັງພິທັກ ປະຕິວັດ ຂອງອີຣ່ານ.

ໃນເດືອນແລ້ວນີ້ ສະພາຄວາມໝັ້ນຄົງ ຂອງອົງການ ສະຫະປະຊາຊາດ ໄດ້ໃຫ້ການ ອະນຸມັດ ຕໍ່ການລົງໂທດ ຮອບທີ 4 ຕໍ່ອີຣ່ານ ຍ້ອນເຕຫະຣ່ານ ໄດ້ປະຕິເສດ ທີ່ຈະຢຸດເຊົາ ໂຄງການກັ່ນທາດຢູເຣນຽມ. ຫຼັງຈາກນັ້ນ ສະຫະພາບຢູໂຣບ ກໍໄດ້ທຳການ ລົງໂທດຂອງຕົນ ຕ່າງຫາກ ຕໍ່ອີຣ່ານ ຮວມທັງ ຫ້າມບໍ່ໃຫ້ ມີການລົງທຶນໃໝ່ ການຊ່ອຍເຫຼືອ ທາງດ້ານເທັກນິກ ແລະການໂອນ ເທັກໂນໂລຈີ ໄປໃຫ້ພາກສ່ວນ ການນໍ້າມັນ ແລະແກັສ ທຳມະຊາດ ຂອງອີຣ່ານ.

ອີຣ່ານກ່າວວ່າ ໂຄງການນິວເຄລຍຂອງຕົນ ແມ່ນມີຈຸດປະສົງ ໃນທາງສັນຕິ ແຕ່ປະເທດ ຕາເວັນຕົກ ສົງໄສວ່າ ເຕຫະຣ່ານ ພວມພະຍາຍາມ ຫາທາງສ້າງ ອາວຸດນິວເຄລຍ.

XS
SM
MD
LG