ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ອີຣ່ານເຊີນນັກການທູດ ໄປຢ້ຽມສະຖານທີ່ນິວເຄລຍ


ປະທານາທິບໍດີອີຣ່ານ ທ່ານ Mahmoud Ahmadinejad ໄປຢ້ຽມສະຖານທີ່ກັ່ນທາດຢູເຣນຽມ ທີ່ເມືອງ Natanz
ປະທານາທິບໍດີອີຣ່ານ ທ່ານ Mahmoud Ahmadinejad ໄປຢ້ຽມສະຖານທີ່ກັ່ນທາດຢູເຣນຽມ ທີ່ເມືອງ Natanz

ອີຣ່ານໃຫ້ການຢືນຢັນວ່າ ຕົນໄດ້ເຊື້ອເຊີນພວກນັກການ
ທູດຕ່າງປະເທດໄປຢ້ຽມຢາມ ສະຖານທີ່ນິວເຄລຍ 4
ແຫ່ງຂອງຕົນໃນເດືອນນີ້.

ໂຄສົກກະຊວງການຕ່າງປະເທດອີຣ່ານ ທ່ານ Ramin
Mehmanparast ກ່າວໃນວັນອັງຄານມື້ນີ້ວ່າໄດ້ມີການ
ສົ່ງກ້ານເຊີນໄປໃຫ້ຜູ້ຕາງໜ້າຂອງບາງປະເທດໃນສະຫະ
ພາບຢູໂຣບ ບັນດາປະເທດບໍ່ຮວມກຸ່ມຈຳນວນນຶ່ງ ​ແລະ
ບາງ​ປະ​ເທດ​ໃນ​ຈໍານວນ 5 ສະມາຊິກຖາວອນ ຂອງສະ
ພາຄວາມໝັ້ນຄົງອົງການສະຫະປະຊາຊາດພ້ອມ​ທັງເຢຍ
ຣະມັນຊຶ່ງເປັນນຶ່ງໃນກຸ່ມ 5 ປະເທດມະຫາອຳນາດບວກນຶ່ງຫລື P5+1.

ທ່ານເວົ້າວ່າ ພວກຜູ້ຕາງໜ້າຂອງປະເທດເຫຼົ່ານີ້ ໄດ້ຖືກເຊື້ອເຊີນ ໃຫ້ໄປຢ້ຽມສະຖານທີ່ນິວ
ເຄລຍຕ່າງໆ ກ່ອນທີ່ອີຣ່ານແລະກຸ່ມພີ 5 ບວກນຶ່ງເປີດການເຈລະຈາກ່ຽວກັບໂຄງການນິວ
ເຄລຍຂອງປະເທດຂອງທ່ານທີ່ເຕີກກີໃນທ້າຍເດືອນມັງກອນນີ້.

ທ່ານບໍ່ໄດ້ກ່າວ ຢ່າງສະເພາະເຈາະຈົງວ່າ ສະຫະລັດໄດ້ຮັບການເຊື້ອເຊີນໃນຄັ້ງນີ້ຫຼືບໍ່ ແຕ່
ກ່ອນໜ້ານີ້ອົງການຂ່າວເອພີລາຍງານວ່າ ເປັນທີ່ປາກົດວ່າສະຫະລັດບໍ່ໄດ້ຖືກເຊີນ. ສະຫະ
ລັດແມ່ນນຶ່ງໃນບັນດາປະເທດ ທີ່ຕຳໜິຕິຕຽນແຮງສຸດ ຕໍ່​ໂຄງການນິວເຄລຍຂອງອີຣ່ານ.

ໃນວັນອັງຄານມື້ນີ້ຈີນໃຫ້ການຢືນຢັນວ່າ ຕົນກໍໄດ້ຮັບການເຊື້ອເຊີນແຕ່ບໍ່ໄດ້ແຈ້ງໃຫ້ຊາບ ຢ່າງເປັນການຄັກແນ່ເທື່ອວ່າ ຕົນຈະສົ່ງຜູ້ຕາງໜ້າໄປຮ່ວມຫຼືບໍ່. ໂຄສົກກະຊວງການຕ່າງ
ປະເທດຄົນນຶ່ງຂອງຈີນກ່າວວ່າ ຈີນໄດ້ທຳການຕິດຕໍ່ກັບອີຣ່ານໄປແລ້ວ.

XS
SM
MD
LG