ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ຫລ ວາງ​ມາດ​ຕະ​ການ​ ລົງ​ໂທດ​ໃໝ່ ​ຕໍ່​ອີ​ຣ່ານ ທີ່​ຖອນ​ໂຕ ​ອອກ​ຈາກບາງ​​ສ່ວນ ​ໃນ​ຂໍ້​ຕົກ​ລົງ ນີວ​ເຄ​ລຍກັບ 6 ປະ​ເທດ


ປະ​ທາ​ນາ​ທິ​ບໍ​ດີດໍ​ໂນ​ລ ທ​ຣຳ ​ຂອງ​ສະ​ຫະ​ລັດ (ຊ້າຍ) ແລະ ປະ​ທາ​ນາ​ທິ​ບໍ​ດີຮາສ​ຊານ ຣູ​ຮາ​ນີ (Hassan Rouhani) ຂອງ​ອີ​ຣ່ານ
ປະ​ທາ​ນາ​ທິ​ບໍ​ດີດໍ​ໂນ​ລ ທ​ຣຳ ​ຂອງ​ສະ​ຫະ​ລັດ (ຊ້າຍ) ແລະ ປະ​ທາ​ນາ​ທິ​ບໍ​ດີຮາສ​ຊານ ຣູ​ຮາ​ນີ (Hassan Rouhani) ຂອງ​ອີ​ຣ່ານ

ປະ​ທາ​ນາ​ທິ​ບໍ​ດີດໍ​ໂນ​ລ ທ​ຣຳ ​ຂອງ​ສະ​ຫະ​ລັດ ໄດ້​ວາງ​ມາດ​ຕະ​ການ​ລົງ​ໂທດ​ໃໝ່​ຕໍ່​ອີ​ຣ່ານ​ໃນ​ວັນ​ພຸດ​ວານນີ້, ຊຶ່ງ​ເປັນ​ເວ​ລາບໍ່​ພໍ​ເທົ່າ​ໃດ​ຊົ່ວ​ໂມງ ພາຍ​ຫລັງ​ທີ່ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ອີ​ຣ່ານ​ເວົ້າ​ວ່າ ທ່ານ​ກຳ​ລັງ​ຖອນ​ໂຕ​ອອກ​ຈາກ​ບາງ​ພາກ​ສ່ວນ​ຢູ່​ໃນ​ຂໍ້​ຕົກ​ລົງນີວ​ເຄ​ລຍກັບ 6 ປະ​ເທດນັ້ນ.

ທ່ານທ​ຣຳ​ ກ່າວ​ຢູ່​ໃນ​ດຳ​ລັດປະ​ທາ​ນາ​ທິ​ບໍ​ດີ ​ໃນ​ວັນ​ພຸດ​ວານນີ້​ວ່າ ຈະ​ມີມາດ​ຕະ​ການ​ລົງ​ໂທດ​ໃໝ່​ຕໍ່ສິນ​ຄ້າ​ໂລ​ຫະ​ສົ່ງ​ອອກ​ຂອງ​ອີ​ຣ່ານ ​ລວມ​ມີເຫລັກ​ກ້າ, ອາ​ລູ​ມີ​ນຽມ, ທອງ​ແດງ, ແລະ​ເຫລັກ ຊຶ່ງເປັນ​ແຫລ່ງ​ລາຍ​ຮັບ​ໃຫຍ່​ ຂອງ​ອີ​ຣ່ານນັ້ນ.
ມາດ​ຕະ​ການ​ລົງ​ໂທດຂອງ​ສະ​ຫະ​ລັດ​ຕໍ່​ນ້ຳ​ມັນ​ຂອງ​ອີຣ່ານ ຊຶ່ງ​ເປັນ​ສິນ​ຄ້າ​ທີ່ນຳ​ເງິນມາ​ໃຫ້​ອີ​ຣ່ານອັນ​ດັບ 1 ໄດ້​ມີ​ຜົນກະ​ທົບ​ຢ່າງ​ຮ້າຍ​ແຮງ ​ຕໍ່​ເສດ​ຖະ​ກິດ​ຂອງ​ປະ​ເທດນັ້ນ. ອຸດ​ສາ​ຫະ​ກຳ​ດ້ານ​ໂລ​ຫະ​ຂອງ​ອີ​ຣ່ານກໍ​ຍັງ​ເປັນ​ແຫລ່ງ​ລາຍ​ຮັບ​ຫລັກ​ອີກ​ອັນ​ນຶ່ງ​ຂອງ​ອີ​ຣ່ານ.

"ຍ້ອນ​ມີການ​ປະ​ຕິ​ບັດ​ການ​ຂອງ​ພວກ​ເຮົາ ລະ​ບອບ​ປົກ​ຄອງ​ຂອງ​ອີ​ຣ່ານຈຶ່ງກຳ​ລັງ​ດີ້ນ​ຮົນ​ຫາ​ເງິນ​ມາ​ໃຊ້​ໃນ​ການ​ໂຄ​ສະ​ນາ​ປຸກ​ລະ​ດົມ ​ໃຫ້​ກໍ່​ການ​ຮ້າຍ​ໂດຍ​ການກໍ່​ຄວາມ​ຮຸນແຮງ ໃນ​ຂະ​ນ​ະທີ່ເສດ​ຖະ​ກິດ​ຂອງ​ປະ​ເທ​ດ​ດັ່ງ​ກ່າວ​ກຳ​ລັງ​ກ້າວ​ລົງ​ໄປ​ສູ່ສະ​ພາບ​ຖົດ​ຖອຍ​ຢ່າງບໍ່​ເຄີຍ​ມີ​ມາ​ກ່ອນ, ລາຍ​ຮັບ​ຂອງ​ລັດ​ຖະ​ບານ​ໄດ້​ໝົດ​ໄປ ແລະ ໄພ​ເງິນ​ເຟີ້​ໄດ້ຖີບ​ຕົວ​ສູງຂຶ້ນ​ເໜືອ​ຄວາມ​ສາ​ມາດ​ທີ່​ຈະ​ຄວບ​ຄຸມໄດ້" ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ທ​ຣຳ. ທ່ານ​ກ່າວ​ຕໍ່​ໄປ​ວ່າ "ພວກ​ເຮົາ​ໄດ້​ໃຊ້​ການ​ປຸກ​ລະ​ດົມ​ໃຫ້ມີການ​ກົດ​ດັນຫລາຍ​ທີ່​ສຸດ​ ຢ່າງ​ມີ​ພະ​ລັງແຮງ​ທີ່​ສຸດແບບບໍ່​ເຄີຍເຫັນ​ມາ​ກ່ອນ, ຊຶ່ງ​ການ​ເອົາ​ບາດ​ກ້າວໃນມື້ນີ້ ກໍຈະ​ເຮັດ​ໃຫ້​ພະ​ລັງ​ກົດ​ດັນ​ນັ້ນ​ເພີ້ມ​ທະ​ວີ​ຂຶ້ນ..ເຕ​ຫະ​ຣ່ານ ສາ​ມາດ​ຄາດ​ເອົາໄວ້ໂລດ​ວ່າ ຈະ​ມີ​ການ​ເອົາ​ບາດ​ກ້າວ​ຕ່າງໆ ເພີ້ມຂຶ້ນ​ອີກ ເວັ້ນ​ເສຍ​ແຕ່​ວ່າ ປະ​ເທດນັ້ນ​ຈະ​ປັບ​ປ່ຽນ​ການ​ປະພຶດ​ຂອງ​ຕົນຢ່າງເຖິງ​ກົກ​ເຖິງ​ເຄົ້າ​ແທ້ໆ.”

ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ຂ່າວນີ້ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

US Imposes New Sanctions on Iran as Tensions Escalate
please wait

No media source currently available

0:00 0:02:11 0:00

ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ​ອີ​ຣ່ານ ແລະ​ສະ​ຫະ​ລັດ ໄດ້​ເພີ້ມ​ທະ​ວີ​ຂຶ້ນ​ໃນ​ອາ​ທິດ​ຜ່ານ​ມານີ້. ທຳນຽບ​ຫ້າ​ແຈໄດ້​ສົ່ງ​ກ່ຳ​ປັ່ນ​ບັນ​ທຸກ​ເຮືອ​ບິນ ແລະເຮືອ​ບິນ​ຖິ້ມ​ລະ​ເບີດ​ທີ່​ສາ​ມາດບັນ​ທຸ​ກ​ນິວ​ເຄ​ລຍ​ ໄປຍັງຂົງ​ເຂດ​ດັ່ງ​ກ່າວ, ໂດຍ​ກ່າວ​ຫາ​ອີ​ຣ່ານ​ວ່າ ໄດ້​ທຳ​ການ​ນາບ​ຂູ່​ຕໍ່​ກຳ​ລັງ​ທະ​ຫານ​ຂອງ​ສະ​ຫະ​ລັດ ແລະ​ວາງ​ແຜນທຳ​ການ​ໂຈມ​ຕີ "ໄດ້​ທຸກເມື່ອ".

ໃນ​ຕອນ​ເຊົ້າໆ​ຂອງວັນ​ພຸດ​ວານນີ້, ປະ​ທາ​ນາ​ທິ​ບໍ​ດີຮາສ​ຊານ ຣູ​ຮາ​ນີ (Hassan Rouhani) ຂອງ​ອີ​ຣ່ານ ໄດ້​ປະ​ກາດ​ວ່າ ທ່ານ​ຈະ​ຖອນ​ໂຕ​ອອກ​ຈາກບາງ​ສ່ວນ​ໃນຂໍ້​ຕົກ​ລົງນິວ​ເຄ​ລຍ​ທີ່​ເຊັນ​ກັບ 6 ປະ​ເທດ​ ມະ​ຫາ​ອຳ​ນາດ​ຂອງ​ໂລກ ໃນ​ປີ 2015 ນັ້ນ, ແລະ​ຈະ​ເອົາ​ບາດ​ກ້າວ​ເພີ້ມ​ອີກພາຍ​ໃນ 60 ມື້ ຖ້າ​ຫາກບັນ​ດາ​ປະ​ເທດ​ຢູ​ໂຣບ ບໍ່​ຊ່ວຍ​ອີ​ຣ່ານ​ຮັບ​ມື​ກັບ​ຜົນ​ກະ​ທົບ​ຈາກການ​ລົງ​ໂທດຂອງ​ສະ​ຫະ​ລັດ.

ທ່ານ ຣູ​ຮາ​ນີ (Rouhani) ກ່າວ​ອີກວ່າ ຖ້າບໍ່​ມີ​ການ​ຊ່ວຍ​ບັນ​ເທົາ​ຜົນ​ກະ​ທົບ ​ທີ່​ເກີດ​ຈາກ​ມາດ​ຕະ​ການ​ລົງ​ໂທດ​ດັ່ງ​ກ່າວພາຍ​ໃນ 60 ວັນ, ອີ​ຣ່ານ​ກໍ​ຈະ​ເລີ້ມ​ທຳ ການ​ກັ່ນ​ທາດ​ຢູ​ເຣ​ນຽມ​ຄືນ​ອີກ ໃນ​ລະ​ດັບ​ທີ່​ສູງກວ່າ​ເກົ່າ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG