ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂໍ້ຕົກລົງ ນິວເຄລຍ ກັບອີຣ່ານ ຍັງແກ້ໄຂ ບໍ່ຕົກ ຫຼັງຈາກ ມີການເຈລະຈາ ລະຫວ່າງ ປ. ທຣຳ ແລະ ປ. ມາກຣົງ

ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູຍແອລ ມາກຣົງ ກຳລັງຟັງ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກ່າວໃນກອງປະຊຸມຖະແຫລງຂ່າວຮ່ວມກັນ ຢູ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 24 ເມສາ 2018.
ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູຍແອລ ມາກຣົງ ກຳລັງຟັງ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກ່າວໃນກອງປະຊຸມຖະແຫລງຂ່າວຮ່ວມກັນ ຢູ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 24 ເມສາ 2018.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ປະຕິຍານ ໃນວັນອັງຄານວານນີ້ວ່າ
ຈະຊອກຫາພື້ນຖານຮ່ວມກັນ ກັບຄູ່ຕຳແໜ່ງຂອງທ່ານ ຈາກຝຣັ່ງໃນເລື່ອງການ ຮັບມື
ກັບອີຣ່ານ ແຕ່ບໍ່ໄດ້ໃຫ້ຄຳໝັ້ນສັນຍາທີ່ຈະຍຶດຖືເອົາຂໍ້ຕົກລົງນິວເຄລຍ ທີ່ທ່ານໃຫ້
ການອະທິບາຍວ່າ “ບໍ່ປົກກະຕິ” ແລະ “ເປັນຕາຢາກ ຫົວ.”

ໃນຂະນະທີ່ຢືນຢູ່ຄຽງຂ້າງປະທານາທິບໍດີຝຣັ່ງ ທ່ານເອັມມານູຍແອລ ມາກຣົງ ທີ່ເດີນ
ທາງມາຢ້ຽມຢາມນັ້ນ ທ່ານທຣຳ ໄດ້ກ່າວຕຳໜິຊ້ຳແລ້ວຊ້ຳອີກ ຕໍ່ສັນຍາທີ່ຈະຍຸຕິ ໂຄງ
ການນິວເຄລຍ ຂອງອີຣ່ານ ໃນການແລກປ່ຽນກັບ ການຜ່ອນຜັນມາດຕະການລົງໂທດ
ໂດຍກ່າວວ່າ ມັນບໍ່ໄດ້ແກ້ໄຂໂຄງການລູກສອນໄຟຂອງອີຣ່ານ ຫຼື ແມ່ນແຕ່ການພະຍາ
ຍາມທີ່ຈະກໍ່ຄວາມບໍ່ສະຫງົບ ຢູ່ໃນຂົງເຂດ.

ປະທານາທິບໍ ດໍໂນລ ທຣຳ, ສະຕີໝາຍເລກນຶ່ງ ທ່ານນາງ ເມີລາເນຍ ທຣຳ, ທ່ານນາງ ບຣິດຈິດ ມາກຣົງ, ແລະ ປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູຍແອລ ມາກຣົງ ຍ່າງລົງມາຈາກຄັນໃດໃຫຍ່ ເພື່ອຖ່າຍຮູບ ຢູ່ຫໍໃຫຍ່ ຂອງທຳນຽບຂາວ ກ່ອນທີ່ຈະເຂົ້າຮ່ວມໃນງານລ້ຽງຮັບປະທານອາຫານຄ່ຳ ຢ່າງເປັນທາງການ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 24 ເມສາ 2018.

ທ່ານມາກຣົງ ຜູ້ທີ່ຈະກ່າວຄຳປາໄສ ຕໍ່ກອງປະຊຸມຮ່ວມ ຂອງລັດຖະສະພາ ສະຫະລັດ
ໃນວັນພຸດມື້ນີ້ ກ່ອນທີ່ທ່ານຈະເດີນທາງ ກັບຄືນປະເທດນັ້ນ ກໍໄດ້ພະ ຍາຍາມທີ່ຈະຊັກ
ຊວນ ທ່ານທຣຳບໍ່ໃຫ້ຖອນໂຕອອກຈາກຂໍ້ຕົກລົງ ປີ 2015 ທີ່ໄດ້ມີຂຶ້ນ ລະຫວ່າງ ອີຣ່ານ
ແລະ ກຸ່ມ 6 ປະເທດ ທີ່ປະກອບດ້ວຍສະຫະລັດ ຝຣັ່ງ ອັງກິດ ຈີນ ຣັດເຊຍ ແລະ
ເຢຍຣະມັນ.

ຜູ້ນຳຂອງຝຣັ່ງ ກ່າວວ່າ ທ່ານໄດ້ປຶກສາຫາລື ກັບທ່ານທຣຳ ເຖິງຄວາມປະສົງ ຢາກໃຫ້
“ມີຂໍ້ຕົກລົງສະບັບໃໝ່ກັບອີຣ່ານ” ເພື່ອຈະແກ້ໄຂເລື່ອງໂຄງການລູກສອນໄຟ ຂີປະນາ
ວຸດຂອງປະເທດດັ່ງກ່າວ ແລະ ລວມທັງການແກ້ໄຂບັນຫາດ້ານການເມືອງ ທີ່ຈະຈຳກັດ
ການເຄື່ອນໄຫວຕ່າງໆຂອງອີຣ່ານ ໃນຊີເຣຍ ເຢເມນ ເລບານອນ ແລະ ອີຣັກ.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ກ່າວໃນຂະນະທີ່ ຈັດກອງປະຊຸມ ສອງຝ່າຍ ທີ່ຂະຫຍາຍອອກ ໃນຫ້ອງຄະນະລັດຖະບານ ກັບ ປະທານາທິບໍດີ ຝຣັ່ງ ທ່ານເອັມມານູຍແອລ ມາກຣົງ ເບື້ອງຂວາ, ຄົນທີ 3 (ຈາກດ້ານລຸ່ມ) ແລະບັນດາເຈົ້າໜ້າທີ່ຄົນອື່ນໆ ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 24 ເມສາ 2018.

ຫົວໜ້ານະໂຍບາຍການຕ່າງປະເທດຂອງສະຫະພາບຢູໂຣບ ທ່ານນາງ ເຟເດີຣິກາ
ໂມແກຣີນີ (Federica Mogherini) ໄດ້ປົກປ້ອງ ແຜນປະຕິບັດງານຮ່ວມຮອບດ້ານ
ຫຼື JCPOA ທີ່ມີຢູ່ແລ້ວ ໂດຍກ່າວຕໍ່ບັນດານັກຂ່າວ ໃນວັນພຸດມື້ນີ້ ວ່າ ມັນຈຳເປັນທີ່ຈະ
ຕ້ອງຮັກສາໄວ້.

ທ່ານນາງໄດ້ກ່າວວ່າ “ຂໍ້ຕົກລົງນີ້ແມ່ນໄດ້ຜົນຢູ່ ທ່ານປະທານາທິບໍດີ ມາກຣົງ ໄດ້ເນັ້ນ
ໜັກ ໃນມື້ວານນີ້ ຢູ່ທີ່ທຳນຽບຂາວ ຢ່າງຈະແຈ້ງແທ້ໆ ວ່າ ພວກເຮົາເຊື່ອວ່າ ການຈັດ
ຕັ້ງປະຕິບັດໂດຍເຕັມຂອງແຜນ JCPOA ແມ່ນມີຄວາມສຳ ຄັນເພື່ອຄວາມໝັ້ນຄົງ
ຂອງຢູໂຣບ ແລະເພື່ອຄວາມໝັ້ນຄົງຂອງຂົງເຂດ ແລະຢູໂຣບ ຈະຍຶດໝັ້ນກັບອັນນັ້ນ.”

ຂະບວນລົດຂອງກຳລັງທະຫານ ສະຫະລັດ ແລ່ນຢູ່ຖະໜົນສາຍນຳໄປສູ່ ແນວໜ້າຂອງສະມໍລະພູມ ໂດຍມີ ພວກນັກລົບ ທີ່ໜູນຫລັງໂດຍເທີກີ, ໃນເມືອງ ມານບິຈ, ຢູ່ພາກເໜືອຂອງຊີເຣຍ, ວັນທີ 31 ມີນາ 2018.
ຂະບວນລົດຂອງກຳລັງທະຫານ ສະຫະລັດ ແລ່ນຢູ່ຖະໜົນສາຍນຳໄປສູ່ ແນວໜ້າຂອງສະມໍລະພູມ ໂດຍມີ ພວກນັກລົບ ທີ່ໜູນຫລັງໂດຍເທີກີ, ໃນເມືອງ ມານບິຈ, ຢູ່ພາກເໜືອຂອງຊີເຣຍ, ວັນທີ 31 ມີນາ 2018.

ທ່ານທຣຳ ບໍ່ໄດ້ໃຫ້ຮ່ອງຮອຍໃດໆ ໃນວັນອັງຄານວານນີ້ວ່າ ທ່ານຈະຖອນສະ ຫະລັດ
ອອກຈາກ ຂໍ້ຕົກລົງນິວເຄລຍ ກັບເຕຫະຣ່ານ ແຕ່ທ່ານກໍໄດ້ກ່າວເຕືອນ ອີຣ່ານ.

ທ່ານກ່າວວ່າ “ຖ້າພວກເຂົາຫາກເລີ້ມໂຄງການນິວເຄລຍໃໝ່ ພວກເຂົາກໍຈະມີບັນຫາ
ໃຫຍ່ກວ່າທີ່ພວກເຂົາມີຢູ່ໃນປັດຈຸບັນນີ້.”

ປະທານາທິບໍດີ ຝຣັ່ງ ເອັມມານູຍແອລ ມາກຣົງ ງັດມື ກັບ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຫຼັງຈາກປິດກອງປະຊຸມຖະແຫລງຂ່າວຮ່ວມກັນ ໃນຫ້ອງກຳຕາເວັນອອກ ຂອງທຳນຽບຂາວ ທີ່ນະຄອນຫຼວງ ວໍຊິງຕັນ, ວັນທີ 24 ເມສາ 2018.
ປະທານາທິບໍດີ ຝຣັ່ງ ເອັມມານູຍແອລ ມາກຣົງ ງັດມື ກັບ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຫຼັງຈາກປິດກອງປະຊຸມຖະແຫລງຂ່າວຮ່ວມກັນ ໃນຫ້ອງກຳຕາເວັນອອກ ຂອງທຳນຽບຂາວ ທີ່ນະຄອນຫຼວງ ວໍຊິງຕັນ, ວັນທີ 24 ເມສາ 2018.

ທ່ານທຣຳໃຫ້ຄວາມເຫັນດັ່ງກ່າວໃນລະຫວ່າງການພົບປະກັບທ່ານມາກຣົງ ທີ່ທຳນຽບ
ຂາວ ໂດຍເວົ້າວ່າ “ທ່ານສາມາດໝາຍມັນໄວ້.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG