ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອີ​ຢູ ຕັ້ງ​ລະ​ບົບ ​ຈ່າຍເງິນ ​ພິ​ເສດ ເພື່ອສືບ​ຕໍ່ ການເຮັດ ​ທຸ​ລະ​ກິດ ກັບ ​ອີ​ຣ່ານ

(ຈາກຊ້າຍຫາຂວາ) ທ່ານ​ນາງເຟ​ເດີ​ຣິ​ກາ ໂມ​ເກ​ຣີ​ນີ ​ຫົວ​ໜ້າ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ອີ​ຢູ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດອີ​ຣ່ານ ທ່ານ​ຈາ​ວາດ ຊາ​ຣິ​ຟ (Javad Zarif), ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຝ​ຣັ່ງ ມ່ານ​ຈີນ-ອີ​ຟ ເລີ​ເດ​ຣນ (Jean-Yves Le Drian), ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ເຢຍ​ຣະ​ມັນ ທ່ານ ໄຮ​ໂກ ມາ​ສ (Heiko Maas), ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດອັງ​ກິດ ທ່ານ​ບໍ​ຣິ​ສ ຈອນ​ຊັນ (Boris Johnson) ປະຊຸມກັນຢູ່ນະຄອນ ບ​ຣັ​ສເ​ຊິ​ລ, 15 ພຶດ​ສະ​ພາ 2018.

​ບັນ​ດາພັກຝ່າຍ​ທັງ 5 ທີ່​ຍັງ​ເຫຼືອ​ຢູ່ ໃນ​ຂໍ້​ຕົກ​ລົງ​ນິວ​ເຄ​ລຍ​ຂອງ​ອີ​ຣ່ານ ໄດ້​ຕົກ​ລົງ ທີ່​ຈະສ້າງ​ຕັ້ງ​ລະ​ບົບ​ຈ່າຍເງິນ​ພິ​ເສດ ທີ່​ຈະ​ອະ​ນຸ​ຍາດ​ໃຫ້​ບັນ​ດາ​ບໍ​ລິ​ສັດ ສືບ​ຕໍ່ເຮັດ​ທຸ​ລະ​ກິດ ກັບ​ລະ​ບອບ​ການ​ປົກ​ຄອງນີ້ ຕໍ່​ໄປ, ​ໂດຍ​ບໍ່​ເອົາ​ຫົວ​ຊາ​ຕໍ່​ການ​ລົງ​ໂທດ​ຂອງ​ສະ​ຫະ​ລັດ.

ບັນ​ດາທູດ​ພິ​ເສດ ຈາກ​ອັງ​ກິດ ຝ​ຣັ່ງ ເຢຍ​ຣະ​ມັນ ຣັດ​ເຊຍ ຈີນ ແລະ​ອີ​ຣ່ານ ໄດ້​ອອ​ກ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ ໃນ​ແລງວັນ​ຈັນ​ວານ​ນີ້ ຈາກ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທີ່​ປະ​ກາດ​ອອກ​ໄປ​ ກ່ຽວ​ກັບການ​ສ້າງ​ຕັ້ງ​ “ອົງ​ການ​ທີ່​ມີ​ຈຸດ​ປະ​ສົງ​ພິ​ເສດ ຫຼື SPV” ທີ່​ຈະ​ມີ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ສະ​ຫະ​ພາບຢູ​ໂຣບ. ພວກ​ພັກ​ຝ່າຍ​ທັງ​ຫຼາຍ​ໄດ້​ກ່າວ​ວ່າ ກົນ​ໄກ​ອັນ​ໃໝ່​ນີ້ ແມ່ນ​ສ້າງ​ຂຶ້ນ​ມາ​ເພື່ອ​ກຳ​ກັບ​ນຳ​ການ​ຈ່າຍ​ເງິນ ທີ່ພົວ​ພັນ​ກັບ​ການ​ສົ່ງ​ອອກ​ຂອງ​ອີ​ຣ່ານ, ຊຶ່ງ​ຮວມ​ທັງ​ນ້ຳ​ມັນ​ດ້ວຍ.

ທ່ານ​ນາງເຟ​ເດີ​ຣິ​ກາ ໂມ​ເກ​ຣີ​ນີ ​ຫົວ​ໜ້າ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ອີ​ຢູ ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ ຫຼັງ​ຈາກ​ຂໍ້​ຕົກ​ລົງ ໄດ້​ຖືກ​ປະ​ກາດ​ອອ​ກໄປ ທີ່​ວ່າ SPV ເປີດ​ໂອ​ກາດ​ໃຫ້​ບັນ​ດາ​ປະ​ເທດ​ສະ​ມາ​ຊິກອີ​ຢູ “ການ​ດຳ​ເນີນ​ການ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ເພື່ອ​ໂອນ​ເງິນ​ ກັບ​ອີ​ຣ່ານ…ແລະ​ອະ​ນຸ​ຍາດ​ໃຫ້​ພວກ​ບໍ​ລິ​ສັດ​ຢູ​ໂຣບ​ທີ່​ຈະ​ດຳ​ເນີນ​ ​ການ​ຄ້າ​ຂາຍ​ກັບ​ອີ​ຣ່ານ ຕໍ່​ໄປ ອີງ​ຕາມ​ກົດ​ໝາຍ​ຂອງ​ອີ​ຢູ ແລະ​ສາ​ມາດ​ທີ່​ຈະ​ເປີດ​ໃຫ້​ຄູ່​ການ​ຄ້າ​ອື່ນໆ ໃນ​ທົ່ວ​ໂລກ.​”

ທ່ານ​ນາງໂມ​ເກ​ຣີ​ນີ ໄດ້​ກ່າວ​ວ່າ ຂໍ້​ຕົກ​ລົງ​ທາງ​ການ​ເງິນ ແມ່ນ​ຍັງ​ມີ​ເປົ້າ​ໝາຍທີ່​ຈະ​ປ້ອງ​ກັນ ຂໍ້​ຕົກ​ລົງ​ທີ່​ໄດ້​ບັນ​ລຸ ໃນ​ປີ 2015 ດ້ວຍ​ການ​ທີ່​ອີ​ຣ່ານ ໄດ້​ຫຼຸດຜ່ອນໂຄງ​ການ​ນິວ​ເຄ​ລຍຂອງ​ຕົນ ​ເພື່ອ​ແລກ​ປ່ຽນ ​ກັບ​ການ​ບັນ​ເທົາ​ໃນ​ການ​ລົງ​ໂທດ​ທາງ​ດ້ານ​ເສດ​ຖະ​ກິດ​ທີ່ຈຳ​ກັດ​ນັ້ນ. ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ແມ່ນ​ໄດ້​ບັນ​ລຸພາຍ​ໃຕ້​ປະ​ທາ​ນາ​ທິ​ບໍ​ດີ​ບາ​ຣັກ ໂອ​ບາ​ມາ, ແຕ່​ວ່າ ຜູ້​ທີ່​ມາ​ແທນ​ບ່ອນ​ທ່ານ​ໂອ​ບາ​ມາ ຄື ທ່ານ​ດໍ​ໂນ​ລ ທ​ຣຳ ແມ່ນ​ໄດ້​ຍົກ​ເລີກ​ຂໍ້​ຕົກ​ລົງ​ທີ່​ວ່າ​ນີ້ ໃນ​ເດືອນ​ພຶດ​ສະ​ພາຜ່ານ​ມາ​ນີ້ ໂດຍ​ກ່າວ​ວ່າ ມັນ​ບໍ່​ໄດ້​ກ່າວ​ເຖິງ​ໂຄງ​ການ​ລູກ​ສອນ​ໄຟຂີ​ປະ​ນາ​ວຸດ ຫຼື ການ​ມີ​ອິດ​ທິ​ພົນໃນ​ພາກ​ຕາ​ເວັນ​ອອກ​ກາງ ຂອງ​ເຕ​ຫະ​ຣ່ານ.

ອ່ານ​ຂ່າວນີ້ເປັນ​ພາ​ສາ​ອັງ​ກິດ​ເພີ້ມ​ຕື່ມ

XS
SM
MD
LG