ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝ່າຍຕ່າງໆໃນຂໍ້ຕົກລົງນິວເຄລຍກັບ ອີຣ່ານ ເຫັນດີນໍາກັນວ່າ ຈະຮັກສາຂໍ້ຕົກລົງເດີມໄວ້


ບັນດາຄະນະເຈລະຈາກ່ຽວກັບນິວເຄລຍອີຣ່ານ ຮ່ວມກອງປະຊຸມຢູ່ນະຄອນວຽນນາ.
ບັນດາຄະນະເຈລະຈາກ່ຽວກັບນິວເຄລຍອີຣ່ານ ຮ່ວມກອງປະຊຸມຢູ່ນະຄອນວຽນນາ.

ເຈົ້າໜ້າທີ່ສະຫະພາບຢູໂຣບຄົນນຶ່ງທີ່ນຳພາການເຈລະຈາ ລະຫວ່າງອີຣ່ານ ແລະກຸ່ມຫ້າປະເທດມະຫາອຳນາດ ໄດ້ກ່າວໃນວັນອັງຄານວານນີ້ວ່າ ບັນດາຜູ້ເຂົ້າຮ່ວມມີຄວາມໝັ້ນໝາຍທີ່ຈະຮັກສາຂໍ້ຕົກລົງນິວເຄລຍປີ 2015 ທີ່ຫ້າມໂຄງການນິວຂອງເຄລຍອີຣ່ານ ເພື່ອເປັນການແລກປ່ຽນກັນ ກັບການ ຍົກເລີກການລົງໂທດນັ້ນໃຫ້ຍັງໃຊ້ການໄດ້ຢູ່.

ທ່ານເຮລກາ ສມິດ ໄດ້ສົ່ງຂໍ້ຄວາມທາງທວິດເຕີ ຫຼັງຈາກສິ້ນສຸດກອງປະຊຸມໃນ ນະຄອນວຽນນາວ່າ “ບັນດາຜູ້ເຂົ້າຮ່ວມພ້ອມພຽງກັນທີ່ຈະຮັກສາຂໍ້ຕົກລົງ ອີຣ່ານ ແລະຊອກຫາຊ່ອງທາງຮັບປະກັນການປະຕິບັດຂໍ້ ຕົກລົງນັ້ນຢ່າງ ເຕັມສ່ວນ ເຖິງແມ່ນຈະມີການທ້າທາຍຕ່າງໆຢູ່ໃນປັດຈຸບັນນີ້ກໍຕາມ.”

ທ່ານສມິດ ກ່າວຢູ່ໃນຖະແຫລງການໃນຕອນຕໍ່ມາວ່າ “ບັນດາຜູ້ເຂົ້າຮ່ວມທັງ ໝົດໄດ້ຢືນຢັນຄືນໃໝ່ເຖິງຄວາມສຳຄັນຂອງການຮັກສາຂໍ້ຕົກລົງໂດຍຈໍາໄດ້ ວ່າມັນເປັນພາກສ່ວນທີ່ສໍາຄັນໃນໂຄງການປອດນິວເຄລຍຢູ່ທົ່ວໂລກ ດັ່ງທີ່ໄດ້ ຮັບການຮັບຮອງໂດຍຍັດຕິ 2231 ຂອງສະພາຄວາມໝັ້ນຄົງຂອງອົງການ ສະຫະປະຊາຊາດ.

ຂໍ້ຕົກລົງໄດ້ເກີດຂຶ້ນພາຍໃຕ້ຄວາມກົດດັນໃນປີກາຍນີ້ ເມື່ອອີຣ່ານໄດ້ປະກາດ ທີ່ຈະເອົາບາດກ້າວປະລະຈາກການປະຕິບັດຂໍ້ຜູກພັນຂອງຕົນ, ໂດຍໄດ້ ຮ້ອງທຸກວ່າ ຕົນບໍ່ໄດ້ຮັບການບັນເທົ່າທຸກທາງເສດຖະກິດຕາມ ຄຳໝັ້ນສັນຍາ ພາຍຫຼັງທີ່ສະຫະລັດໄດ້ວາງມາດຕະການລົງໂທດຄືນໃໝ່.

ບັນດາການລົງໂທດເຫລົ່ານັ້ນໄດ້ເກີດຂຶ້ນ ຫຼັງຈາກລັດຖະບານທ່ານທຣໍາ ໄດ້ຖອນອອກຈາກຂໍ້ຕົກລົງໃນປີ 2018 ໂດຍກ່າວອ້າງວ່າ ມັນເຮັດໄດ້ພຽງເລັກ ໜ້ອຍເທົ່ານັ້ນໃນການປ້ອງກັນບໍ່ໃຫ້ອີຣ່ານພັດທະນາອາວຸດນິວເຄລຍ ໃນຂະນະທີ່ເອົາການຍົກເລີກການລົງໂທດແກ່ປະເທດຫຼາຍດັ່ງກ່າວຫລາຍ ເກີນໄປໂພດ.

ອີຣ່ານປະຕິເສດວ່າຕົນບໍ່ໄດ້ປະຕິບັດການໃນການສ້າງອາວຸດນິວເຄລຍ ແລະກ່າວວ່າ ຕົນມີຄວາມສາມາດ ແລະໄດ້ກະກຽມ ທີ່ຈະຕ່າວປີ້ນການກະທໍາ ຂອງຕົນໃນເລື້ອງຍ່າງອອກໄປຈາກຂໍ້ຕົກລົງ. ເຕຫ່າຣ່ານ ໄດ້ເຮັດກາຍຂອບ ເຂດຈຳກັດຂອງຈຳນວນທາດຢູເຣນຽມທີ່ໄດ້ເພີ້ມແສນຍານຸພາບ ທີ່ຕົນສາ ມາດມີຢູ່ໃນເວລານຶ່ງ ພ້ອມທັງເກີນລະດັບທີ່ອະນຸຍາດໃຫ້ເພີ້ມແສນ ຍານຸ ພາບຂອງວັດຖຸ ແລະໄດ້ຕິດຕັ້ງເຕົາແຍກທີ່ມີຄວາມທັນສະໄໝກວ່າເກົ່າ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG