ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າອົງການ IAEA ກ່າວວ່າ ອີຣ່ານ ປະຕິບັດຕາມ ຂໍ້ຕົກລົງ ນິວເຄລຍ


ປະທານາທິບໍດີ ອີຣ່ານ ທ່ານ ຮາຊານ ຣູຮານີ, ຂວາ, ລົມກັບ
ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມະນູສາກົນ, IAEA, ທ່ານ ຢູກິຢະ ອາມາໂນະ, ຊ້າຍ, ໃນລະຫວ່າງການ
ພົບປະກັນທີ່ນະຄອນຫຼວງ ເຕຫະຣ່ານ, ອີຣ່ານ. 29 ຕຸລາ 2017.
ປະທານາທິບໍດີ ອີຣ່ານ ທ່ານ ຮາຊານ ຣູຮານີ, ຂວາ, ລົມກັບ ຜູ້ອຳນວຍການໃຫຍ່ອົງການພະລັງງານປະລະມະນູສາກົນ, IAEA, ທ່ານ ຢູກິຢະ ອາມາໂນະ, ຊ້າຍ, ໃນລະຫວ່າງການ ພົບປະກັນທີ່ນະຄອນຫຼວງ ເຕຫະຣ່ານ, ອີຣ່ານ. 29 ຕຸລາ 2017.

ຫົວໜ້າຂອງອົງການປະລະມະນູ ສະຫະປະຊາຊາດ ໄດ້ກ່າວໃນວັນອາທິດວານນີ້ວ່າ
ອີຣ່ານ ໄດ້ປະຕິບັດຕາມຄຳໝັ້ນສັນຍາຂອງເຂົາເຈົ້າພາຍໃຕ້ຂໍ້ຕົກລົງນິວເຄລຍທີ່ສຳ
ຄັນ ກັບບັນດາມະຫາອຳນາດໂລກ.

ທ່ານ ຢູກິຢະ ອາມາໂນະ, ຫົວໜ້າຂອງອົງການພະລັງງານປະລະມະນູສາກົນ ຫຼື IAEA
ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວອອກອາກາດທາງໂທລະພາບລັດຖະບານໃນ
ນະຄອນຫຼວງ ເຕຫະຣ່ານ ວ່າ “ໃນມື້ນີ້, ຂ້າພະເຈົ້າສາມາດເວົ້າໄດ້ວ່າ ຄຳໝັ້ນສັນຍາ
ກ່ຽວກັບ ນິວເຄລຍ ທີ່ໄດ້ດຳເນີນໂດຍ ອີຣ່ານ ພາຍໃຕ້ຂໍ້ຕົກລົງນິວເຄລຍ JCPOA
ນັ້ນ ແມ່ນໄດ້ຖືກປະຕິບັດຢ່າງແທ້ຈິງ.”

ການປະກາດດັ່ງກ່າວໄດ້ມີຂຶ້ນ ບໍ່ດົນຫຼັງຈາກຄວາມຂັດແຍ້ງລະຫວ່າງ ວໍຊິງຕັນ ກັບ
ອີຣ່ານ ກ່ຽວກັບ ການຕັດສິນໃຈຂອງປະທານາທິບໍດີ ສະຫະລັດ ດໍໂນລ ທຣຳ ໃນເດືອນ
ນີ້ ທີ່ບໍ່ໄດ້ຮັບຮອງການຮ່ວມມືຂອງ ອີຣ່ານ ກັບຂໍ້ຕົກລົງນິວເຄລຍ ລະຫວ່າງ ອີຣ່ານ ກັບ
ມະຫາອຳນາດໂລກ 6 ປະເທດ.

ປັດຈຸບັນນີ້ ລັດຖະສະພາ ສະຫະລັດ ມີເວລາບໍ່ເຖິງ 60 ວັນທີ່ຈະຕັດສິນໃຈວ່າຈະວາງ
ມາດຕະການລົງໂທດທາງເສດຖະກິດຄືນ ຕໍ່ລັດຖະບານ ເຕຫະຣ່ານ ຫຼືບໍ່ ເຊິ່ງໄດ້ຖືກ
ຍົກເລີກພາຍໃຕ້ຂໍ້ຕົກລົງ ເພື່ອແລກປ່ຽນກັບການຫ້າມກິດຈະກຳນິວເຄລຍຕ່າງໆຂອງ
ອີຣ່ານ.

ທ່ານ ອາມາໂນະ, ເຊິ່ງອົງການຂອງທ່ານແມ່ນຮັບຜິດຊອບ ກ່ຽວກັບ ການຕິດຕາມການ
ຫ້າມຕ່າງໆນັ້ນ ກ່າວວ່າ ຂໍ້ຕົກລົງໄດ້ເຮັດໃຫ້ ເຕຫະຣ່ານ ເປັນລະບອບການປົກຄອງທີ່
ໄດ້ຮັບການກວດສອບອາວຸດນິວເຄລຍທີ່ໜັກທີ່ສຸດໃນໂລກ. ມັນລວມມີການຫ້າມ ກ່ຽວ
ກັບ ການພັດທະນາທາດຢູເຣນຽມລະດັບສູງ ຈາກ 20 ເປີເຊັນ ຫຼື ຫຼາຍກວ່ານັ້ນ ທີ່ຈະ
ເຮັດໃຫ້ ອີຣ່ານ ຫຍັບໃກ້ເຂົ້າຫາອາວຸດນິວເຄລຍໃນລະດັບທີ່ເຂົາເຈົ້າຕ້ອງການ.

ທ່ານ ອາມາໂນະ ໄດ້ພົບປະກັບປະທານາທິບໍດີ ອີຣ່ານ ທ່ານ ຮາຊານ ຣູຮານີ, ລັດ
ຖະມົນຕີການຕ່າງປະເທດ ທ່ານ ໂມຮຳມັດ ຈາເວັດ ຊາຣິຟ ແລະ ຫົວໜ້າອົງການ
ພະລັງງານປະລະມະນູຂອງ ອີຣ່ານ ທ່ານ ອາລີ ອັກບາ ຊາເລຮີ.

ທ່ານ ຊາເລຮີ ໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ “ປະທານາທິບໍດີ ສະຫະລັດ
ດ້ວຍການກະທຳຂອງທ່ານ, ຄຳເວົ້າ ແລະ ການຢືນຢັດຂອງທ່ານນັ້ນ ໄດ້ກໍ່ໃຫ້ເກີດ
ສະຖານະການທີ່ລະອຽດອ່ອນ. ພວກເຮົາໄດ້ຂໍໃຫ້ທ່ານ ອາມາໂນະ ສະເໜີທັດສະນະ
ແນວຄິດທາງເຕັກນິກຂອງທ່ານຢ່າງເປັນກາງ ແລະ ຢ່າງທ່ຽງທຳຄືກັບເມື່ອກ່ອນ, ອີງ
ຕາມຂອບເຂດຂອງຄວາມຮັບຜິດຊອບຂອງທ່ານ ແລະ ສິ່ງທີ່ໄດ້ກ່າວໃນກົດບັດຂອງ
ອົງການ IAEA.”

ຜູ້ນຳສູງສຸດຂອງ ອີຣ່ານ ທ່ານ ອາຢາໂທລາ ອາລີ ຄາມາເນ ກ່າວວ່າ ເຕຫະຣ່ານ ຢຶດ
ໝັ້ນກັບຂໍ້ຕົກລົງ ຕາບໃດທີ່ຜູ້ລົງນາມປະເທດ ອື່ນໆຍັງເຮັດຕາມ, ແຕ່ຈະ “ທຳລາຍ”
ຂໍ້ຕົກລົງດັ່ງກ່າວຖ້າ ວໍຊິງຕັນ ຖອນຕົວອອກ, ດັ່ງທີ່ທ່ານ ທຣຳ ໄດ້ຂົ່ມຂູ່ວ່າຈະກະທຳ
ລົງໄປ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG