ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣ່ານເລີ້ມບັນຈຸເຊື້ອໄຟ ທີ່ໂຮງໄຟຟ້ານິວເຄລຍ


ພວກວິສະວະກອນ ໃນອີຣ່ານ ເລີ້ມທຳການບັນຈຸເຊື້ອໄຟ ເຂົ້າໃສ່ໂຮງໄຟຟ້ານິວເຄລຍ ບ່ອນທຳອິດ ຂອງປະເທດດັ່ງ ກ່າວ ໃນວັນເສົາມື້ນີ້.

ໂຮງໄຟຟ້ານິວເຄລຍແຫ່ງນີ້ ຕັ້ງຢູ່ທີ່ເມືອງ Bushehr ໃນ ພາກໃຕ້ ຂອງອີຣ່ານ.

ໂທລະພາບຂອງອີຣ່ານ ໄດ້ອອກພາບ ກ່ຽວກັບເຈົ້າໜ້າທີ່ ອີຣ່ານ ແລະຣັດເຊຍ ທີ່ໃສ່ຊຸດສີຂາວ ສຳລັບຫ້ອງແລັບ ກວດກາເບິ່ງ ໂຮງໄຟຟ້ານິວເຄລຍດັ່ງກ່າວ ໃນລະຫວ່າງພິທີ ສະຫຼອງການເປີດ ຢ່າງເປັນທາງການ. ຣັດເຊຍເປັນຜູ້ຊ່ອຍອີຣ່ານ ສ້າງໂຮງໄຟຟ້າແຫ່ງນີ້ ແລະເປັນຜູ້ຈັດຫາເຊື້ອໄຟ ສຳລັບເຕົາແຍກນິວເຄລຍ ມາໃຫ້.

ໃນລະຫວ່າງ ການຖະແຫຼງຂ່າວ ທີ່ໂຮງໄຟຟ້ານັ້ນ ຫົວໜ້າພະລັງງານປະລະມະນູ ຂອງ ອີຣ່ານ ທ່ານ Ali Akbar Salehi ໄດ້ຂອບອົກຂອບໃຈຣັດເຊຍ ທີ່ໄດ້ໃຫ້ການຮ່ວມມື. ນອກນັ້ນ ທ່ານຍັງເວົ້າວ່າ ເຖິງແມ່ນໄດ້ຮັບຄວາມກົດດັນ ການລົງໂທດ ແລະຄວາມຍຸ່ງຍາກ ຕ່າງໆ ຈາກປະເທດຕາເວັນຕົກກໍຕາມ ອີຣ່ານກຳລັງເລີ້ມ ໃນອັນທີ່ທ່ານເອີ້ນວ່າ ຈະເປັນສັນຍາລັກ ທີ່ສຳຄັນສຸດ ກ່ຽວກັບ ກິດຈະການນິວເຄລຍ ໃນທາງສັນຕິ ຂອງອີຣ່ານ.

ໂທລະພາບການຂ່າວ ຂອງອີຣ່ານ ລາຍງານວ່າ ການບັນຈຸເຊື້ອໄຟ 163 ທ່ອນ ເຂົ້າໃສ່ ເຕົາແຍກນິວເຄລຍ ຂອງໂຮງໄຟຟ້ານັ້ນ ຄວນຈະແລ້ວສຳເລັດ ພາຍໃນວັນທີ 5 ຂອງເດືອນກັນຍາ ຈະມານີ້. ອົງການຂ່າວຕ່າງໆເວົ້າວ່າ ພວກເຈົ້າໜ້າທີ່ອີຣ່ານຄາດວ່າ ຈະນຳໃຊ້ໄຟຟ້າ ທີ່ຜະລິດໂດຍ ພະລັງງານນິວເຄລຍ ຈາກໂຮງໄຟຟ້າແຫ່ງນີ້ ພາຍໃນໄລຍະ ສອງຫາສາມເດືອນ ຂ້າງໜ້າ.

XS
SM
MD
LG