ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ອີຣ່ານຈະບໍ່ເຈລະຈາກັບ ສຫລ


ຜູ້ນຳສູງສຸດຂອງອີຣ່ານ ກ່າວວ່າ ປະເທດຂອງທ່ານ ຈະ ເປີດການເຈລະຈາ ກັບສະຫະລັດ ກໍຕໍ່ເມື່ອສະຫະລັດຍົກ ເລີກການຫ້າມຄ້າຂາຍ ແລະການຂົ່ມຂູ່ຕ່າງໆຕໍ່ອີຣ່ານ.

ອາຢາໂທລາ Ali Khamenei ກ່າວຕໍ່ພວກເຈົ້າໜ້າທີ່ ຂັ້ນສູງ ຂອງອີຣ່ານ ໃນຄຳປາໄສ ໃນມື້ວານນີ້ວ່າ ປະ ທານາທິບໍດີ Mahmoud Ahmadinejad ແລະ ບຸກ ຄົນອື່ນໆ ແມ່ນເວົ້າຖືກແລ້ວ ທີ່ກ່າວວ່າ ອີຣ່ານພ້ອມແລ້ວ ທີ່ຈະເຈລະຈາ ກ່ຽວກັບ ໂຄງການນິວເຄລຍຂອງຕົນ. ແຕ່ທ່ານເວົ້າວ່າ ຈະບໍ່ມີການເຈລະຈາ ກັບສະຫະລັດເກີດຂຶ້ນ.

ສະຫະລັດ ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ແລະສະຫະພາບຢູໂຣບ ໄດ້ທຳການລົງໂທດ ຢ່າງໜັກຮອບໃໝ່ ຕໍ່ອິຣ່ານ ທີ່ພົວພັນກັບການທີ່ອີຣ່ານ ໄດ້ປະຕິເສດ ບໍ່ຍອມຢຸດເຊົາ ການກັ່ນທາດຢູເຣນຽມ. ຫຼາຍໆປະເທດ ໃນປະຊາຄົມນາໆຊາດ ສົງໄສວ່າ ເປົ້າໝາຍຂອງອີຣ່ານ ກໍຄືສ້າງອາວຸດນິວເຄລຍ ຊຶ່ງເປັນຂໍ້ຫາ ທີ່ອີຣ່ານໄດ້ປະຕິເສດ.

ຂະນະດຽວກັນ ຫົວໜ້າອົງການ ພະລັງງານປະລະມະນູ ຂອງອີຣ່ານ ກ່າວວ່າ ປະເທດ ຂອງທ່ານ ພວມຢູ່ໃນຂັ້ນຕອນສຸດທ້າຍ ໃນການຊອກຫາ ສະຖານທີ່ເໝາະສົມ ເພື່ອສ້າງ ໂຮງງານກັ່ນທາດຢູເຣນຽມໃໝ່ 10 ແຫ່ງ. ທ່ານ Ali Akbar Salehi ກ່າວໃນມື້ວານ ນີ້ວ່າ ການກໍ່ສ້າງ ຢ່າງນ້ອຍ ຢູ່ສະຖານທີ່ແຫ່ງນຶ່ງ ຈະເລີ້ມຂຶ້ນໃນໄວໆນີ້.

XS
SM
MD
LG