ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອີຣ່ານ ເປີດການເຈລະຈາ ກ່ຽວກັບເລື່ອງນິວເຄລຍ


ການເຈລະຈາກ່ຽວກັບໂຄງການນິວເຄລຍຂອງອີຣ່ານ ໄຂຂຶ້ນທີ່ນະຄອນອິສຕັນບູລ ປະເທດເທີກີ (14 ເມສາ 2012)
ການເຈລະຈາກ່ຽວກັບໂຄງການນິວເຄລຍຂອງອີຣ່ານ ໄຂຂຶ້ນທີ່ນະຄອນອິສຕັນບູລ ປະເທດເທີກີ (14 ເມສາ 2012)

ຄະນະ​ເຈລະຈາ​ຂອງ​ອີຣ່ານ​ແລະ 6 ປະ​ເທດ​ມະຫາ​ອຳນາດ​ທີ່​ສຳຄັນ​ຂອງ​ໂລກ ປະຊຸມ​ກັນ
ເປັນ​ເທື່ອ​ທຳ​ອິດ​ໃນ​ຮອບນຶ່ງ​ປີກ​ວ່າໆ​ເພື່ອ​ສົນທະນາ​ຫາລື​ກ່ຽວ​ກັບ​ໂຄງການ​ນິວ​ເຄລຍທີ່​ເປັນ
ບັນຫາ​ໂຕ້​ແຍ່ງຂອງ​ເຕຫະຣ່ານ.

ເຈົ້າໜ້າ​ທີ່​ເທີ​ກີ​ ໃຫ້ການ​ຢືນຢັນ​ໃນ​ວັນ​ເສົາ​ມື້ນີ້ວ່າ ການ​ເຈລະຈາ​ກຳລັງ​ດຳ​ເນີນ​ຢູ່ ລະຫວ່າງ
ພວກ​ນັກ​ການ​ທູດ​ອີຣ່ານ​ແລະ​ຜູ້ຕາງໜ້າ​ຂອງ​ສະຫະລັດ ອັງກິດ ຝຣັ່ງ ຈີນ ​ເຢຍຣະມັນແລະ
ຣັດ​ເຊຍ ຊຶ່ງ​ຮູ້​ກັນ​ໃນ​ນາມ​ກຸ່ມ P5+1 ນັ້ນ.

ໄດ້​ມີ​ການ​ຮັກສາ​ຄວາມ​ປອດໄພຢ່າງ​ເຄັ່ງ​ຄັດ​ທີ່​ນະຄອນ​ອິສຕັນ​ບູລ ສຳລັບ​ກອງ​ປະຊຸມ​ທີ່​ສຳ
ຄັນ​ໃນ​ຄັ້ງນີ້ແຕ່​ພວກ​ນັກ​ການ​ທູດ​ຕາ​ເວັນ​ຕົກ​ໄດ້​ສະ​ແດງ​ໃຫ້​ເຫັນຢ່າງ​ໄວວາວ່າ ​ບໍ່​ໄດ້ມີ​ການ​
ຄາດ​ຫວັງ​ຫຍັງ​ໄວ້​ຫຼາຍ. ​ພວກ​ທ່ານ​ກ່າວ​ວ່າ ສິ່ງ​ທີ່​ຄາດ​ຫວັງ​ໄວ້ຫຼາຍທີ່​ສຸດ​ໃນ​ການ​ເຈລະຈາ
ຮອບ​ນີ້ກໍ​ຄື​ຈະ​ພາ​ໃຫ້​ມີ​ການ​ເຈລະຈາ​ຮອບ​ໃໝ່​ອີກ.

ທ່ານ Ben Rhodes ຮອງ​ທີ່​ປຶກສາ​ດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ສະຫະລັດ​ເອີ້ນການ
ເຈລະຈາ​ໃນ​ຄັ້ງນີ້ວ່າ ​ເປັນບາດກ້າວ​ທີ່​ດີອັນ​ທຳ​ອິດ ຂະນະ​ທີ່​ພົບ​ປະ​ກັບພວກ​ນັກ​ຂ່າວ​ໃນ​ວັນ
ສຸກ​ວານ​ນີ້. ນອກ​ນັ້ນທ່ານ​ຍັງ​ເວົ້າວ່າໜ້າ​ທີ່​ໃນ​ການ​ພິສູດແມ່ນ​ຍັງເປັນ​ຂອງ​ຝ່າຍ​ອີຣ່ານຍ້ອນ​
ວ່າພວກເຂົາ​ເຈົ້າ​ເປັນ​ຝ່າຍ​ລ່ວງ​ລະ​ເມີດ​ຕໍ່ຄວາມ​ໝັ້ນໝາຍ​ຕໍ່​ນາໆ​ຊາດ​ຂອງ​ພວກ​ເຂົາ​ເຈົ້າ.

ເຕຫະຣ່ານ​ໄດ້​ປະ​ເຊີນ​ ກັບ​ການ​ລົງ​ໂທດ​ຂອງ​ບັນດາ​ປະ​ເທດ​ຕາ​ເວັນ​ຕົກ ​ກ່ຽວ​ກັບການ​ກ່າວ​
ຫາ​ວ່າ ອີຣ່ານພະຍາຍາມ​ທີ່​ຈະ​ສ້າງ​ອາວຸດ​ນິວ​ເຄລຍແຕ່​ອີຣ່ານກ່າວວ່າ ​ໂຄງການ​ນິວ​ເຄລຍ
ຂອງ​ຕົນ​ມີ​ຈຸດປະສົງ​ເພື່ອ​ນຳ​ໃຊ້​ໃນ​ທາງ​ສັນຕິ.

ໃນຕົ້ນອາທິ​ດນີ້ ຫົວໜ້າ​ເຈລະຈາ​ນິວ​ເຄລຍຂອງ​ອີຣ່ານກ່າວ​ວ່າ ປະ​ເທດ​ຂອງ​ທ່ານ​ຈະ​ນຳ​ສະ
ເໜີ​ຂໍ້​ລິ​ເລີ່​ມ​ໃໝ່​ທີ່​ບໍ່​ໄດ້​ລະບຸ​ຊື່​ຈຳນວນ​ນຶ່ງ​ໃນ​ການ​ເຈລະຈາ​ຄັ້ງນີ້ແຕ່​ກໍ​ເຕືອນ​ວ່າ ການ​ດຳ​ເນີນ
ຄວາມ​ພະຍາຍາມ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ທີ່​ຈະ​ທຳ ການ​ກົດ​ດັນ​ຕໍ່​ເຕຫະຣ່ານນັ້ນອາດ​ຈະ​ສົ່ງ​
ຜົນ​ໃນ​ທາງ​ກົງກັນຂ້າມ. ນອກ​ນັ້ນທ່ານ Saeed Jalili ຍັງ​ເວົ້າວ່າ ການ​ດຳ​ເນີນ​ຄວາມ​ພະ
ຍາຍາມ​ທີ່​ຈະ​ສວຍ​ໃຊ້​ໃນ​ອັນ ທີ່​ທ່ານ​ເອີ້ນວ່າ ພາສາ​ທີ່ມີ​ກຳລັງ​ຕໍ່​ອີຣ່ານນັ້ນຈະ​ບໍ່​ມີ​ປະ​ໂຫຍ​ດ
ຫຍັງ​ເລີຍ.

XS
SM
MD
LG