ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອີຣ່ານຕົກລົງສົ່ງທາດຢູເຣນຽມເພື່ອແລກກັບ ເຊື້ອໄຟນິວເຄລຍກັບເຕີກກີແລະບຣາຊີລ


ຈີນໄດ້ສະແດງຄວາມຊົມເຊີຍ
ຕໍ່ການຕົກລົງຂອງອີຣ່ານ
ທີ່ຈະສົ່ງທາດຢູເຣນຽມທີ່ກັ່ນ
ແລ້ວຂອງຕົນ ໄປຍັງເຕີກກີ
ເພື່ອເປັນການແລກປ່ຽນກັບ
ເຊື້ອໄຟນິວເຄລຍ.

ກະຊວງການຕ່າງປະເທດຈີນກ່າວວ່າ ຕົນຮູ້ສຶກມີກຳລັງໃຈໃນຂໍ້ຕົກລົງດັ່ງກ່າວ
ແລະເຫັນພ້ອມໃຫ້ມີການເຈລະຈາຫາລືກັນຕື່ມ.

ໃນມື້ວານນີ້ ອີຣ່ານໄດ້ລົງນາມໃນຂໍ້ຕົກລົງສະບັບນຶ່ງກັບເຕີກກີແລະບຣາຊີລ
ເພື່ອສົ່ງທາດຢູເຣນຽມທີ່ກັ່ນແລ້ວໃນລະດັບຕໍ່າ 1 ພັນ 200 ກິໂລ ໄປໃຫ້
ເຕີກກີ ເພື່ອແລກກັບເຊື້ອໄຟນິວເຄລຍທີ່ກັ່ນແລ້ວໃນລະດັບທີ່ສູງກວ່າ ສຳລັບ
ໃຊ້ກັບເຕົາແຍກນິວເຄລຍເພື່ອການຄົ້ນຄວ້າດ້ານການແພດ ທີ່ນະຄອນຫລວງ
ເຕຫະຣ່ານນັ້ນ.

ສະຫະລັດແລະປະເທດມະຫາອຳນາດຕາເວັນຕົກອື່ນໆໄດ້ພາກັນສະແດງ
ຄວາມສົງໃສບໍ່ແນ່ໃຈກ່ຽວກັບໂຄງການນິວເຄລຍຂອງອີຣ່ານໂດຍທີ່ສະຫະລັດ
ຍັງສືບຕໍ່ກົດດັນ ໃຫ້ມີການລົງໂທດ ຮອບທີ 4 ຂອງອົງການສະຫະປະຊາຊາດ
ຕໍ່ປະເທດອີຣ່ານ.

XS
SM
MD
LG