ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໒ ເມສາ ໒໐໒໓

ການເຈລະຈາເລື້ອງນີວເຄລຍ ຂອງອິຣ່ານ ຈະໄຂຄືນ ທີ່ເທີກີ


ປະທານາທິບໍດີອິຣ່ານ ທ່ານ Mahmoud Ahmadinejad, ໂບກມືໃຫ້ສື່ມວນຊົນ ຫລັງຈາກພິທີ ເປີດໂຮງງານຫລອມເຊື້ອໄຟນີວເຄລຍຂອງອິຣ່ານ ທີ່ Isfahan ໃນປີ 2010.

ລັດຖະມຸນຕີ​ການ​ຕ່າງປະ​ເທດ​ເທີກີ ​ໄດ້​ຢືນຢັນ​ວ່າ ປະ​ເທດ​ຂອງ​ທ່ານ​ຈະ​ເປັນ​ເຈົ້າພາບ​ຈັດການ​ພົບ​ປະ​ເຈລະຈາ​ຮອບ​ໃໝ່​ລະຫວ່າງ​ອິຣ່ານ​ແລະ​ຝ່າຍ​ຕາ​ເວັນຕົກ​ ກ່ຽວ​ກັບ​ໂຄງການ​ນີວ​ເຄລຍຂອງ​ກຸງ​ເຕຮະຣ່ານ.

ທ່ານ Ahmet Davutoglu ກ່າວ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ການເຈລະຈາ​ກັນ​ດັ່ງ ກ່າວ​ຈະ​ເລີ້ມ​ຂຶ້ນ​ໃນ​ວັນ​ທີ 21 ມັງ ກອນ​ເດືອນ​ນີ້ ​ແລະ​ວ່າ ຫົວໜ້າ​ວາງ​ນະ​ໂຍບາຍ​ຂອງສະຫະ ພາບ​ຢູ​ໂຣບ ທ່ານ​ນາງ Catherine Ashton ກໍານົດ ຈະ​ເດີນທາງ​ໄປ​ຮອດ​ກຸງ Istanbul ​ໃນ​ສັບປະດາ​ໜ້າ ​ເພື່ອ​ຈະ​ທໍາ​ການ​ກະກຽມ ສໍາລັບ​ການເຈລະຈາ​ດັ່ງກ່າວ.

ອິຣ່ານ ​ໄດ້​ພົບ​ປະ​ຄັ້ງ​ຫລ້າ​ສຸດ​ກັບ 6 ປະ​ເທດ​ມະຫາ​ອໍາ ນາດ ອັນ​ມີ ສະຫະລັດ ອັງກິດ ຝຣັ່ງ ຣັດ​ເຊຍ ​ເຢຍຣະມັນ​ ແລະ​ຈີນ​ ໃນ​ເດືອນ​ທັນວາ​ປີ ຜ່ານມາ​ນີ້ ​ແລະການ​ໂອ້​ລົມ​ກັນ​ຄັ້ງ​ນັ້ນກໍແມ່ນ​ເທື່ອ​ທໍາ​ອິດ​ລະຫວ່າງ​ສອງ​ຝ່າຍ ໃນ​ຮອບ​ນຶ່ງ​ປີ​ປາຍ.

ສະຫະລັດ​ແລະ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ອື່ນໆ ພາກັນ​ສົງ​ໄສ​ວ່າ ອິຣ່ານກໍາລັງພັດທະນາ​ເທັກ​ໂນ​ໂລ​ຈີ​ນີວ​ເຄລຍ​ ເພື່ອ​ສ້າງ​ຕັ້ງ​ອາວຸດ​ນີວ​ເຄລຍ ຊຶ່ງ​ເປັນ​ການ​ກ່າວ​ຫາ​ທີ່​ທາງ​ກຸງ​ເຕຮະຣ່ານ ​ໄດ້ປະຕິ​ເສດ​.

ກ່ອນ​ໜ້າການ​ຢືນຢັນ​ຂອງ​ເທີ​ກີ ໃນວັນ​ເສົາ​ວານ​ນີ້ ຫົວໜ້າ​ໂຄງການພະລັງ​ນີວ​ເຄລຍຂອງ​ອິຣ່ານ ​ໄດ້ກ່າວ​ວ່າ ບັດ​ນີ້ ປະ​ເທດ​ຂອງ​ທ່ານສາມາດ​ຜະລິດ​ຫລອດເຊື້ອ​ໄຟແລະ​ຈານນີວ​ເຄລຍ ທີ່ຕ້ອງການສໍາລັບເຕົາ​ແຍກປະລະມະ​ນູຂອງ​ຕົນ​ນັ້ນ ໄດ້​ແລ້ວ.

XS
SM
MD
LG