ທໍານຽບຂາວກ່າວໃນວັນຈັນວານນີ້ວ່າ ຕົນຄາດວ່າ ອົງການພະລັງປະລະມະນູສາກົນ
IAEA ຈະມີຄວາມເຫັນທີ່ສະທ້ອນເຖິງຄວາມເປັນຫ່ວງຂອງສະຫະລັດກ່ຽວກັບກິດຈະ
ກໍາດ້ານນີວເຄລຍຂອງອີຣ່ານນັ້ນ ເວລາອົງການນີ້ຂອງສະຫະປະຊາຊາດເປີດລາຍ
ງານກ່ຽວກັບອີຣ່ານໃນທ້າຍສັບປະດານີ້.
ທ່ານ Jay Carney ໂຄສົກປະຈໍາທໍານຽບຂາວ ກ່າວຕໍ່ບັນດານັກຂ່າວວ່າ ລັດຖະບານ
ປະທານາທິບໍດີໂອບາມາເຊື່ອວ່າ ລາຍງານສະບັບນີ້ຈະເນ້ນໜັກຕື່ມອີກຕໍ່ທັດສະນະທີ່
ວ່າ ອີຣ່ານບໍ່ໄດ້ປະຕິບັດຕາມພັນທະທີ່ມີ ຕໍ່ນາໆຊາດນັ້ນ. ພວກປະເທດຝ່າຍຕາເວັນ
ຕົກກ່າວຫາອີຣ່ານວ່າພະຍາຍາມພັດທະນາອາວຸດນີວເຄລຍ ພາຍໃຕ້ການປົກປິດວ່າ
ເປັນໂຄງການພະລັງງານເພື່ອໃຊ້ໃນທາງພົນລະເຮືອນນັ້ນ ແຕ່ກຸງເຕຫະຣ່ານໄດ້ປະຕິ
ເສດຕໍ່ຂໍ້ກ່າວຫາດັ່ງກ່າວ.
ທ່ານ Carney ກ່າວວ່າ ສະຫະລັດຍັງສືບຕໍ່ດໍາເນີນວິທີການທາງການທູດກ່ຽວກັບ
ເລື່ອງນີ້ ແຕ່ບໍ່ປະຕິເສດຕໍ່ທາງເລືອກອື່ນໆ ເຊ່ນການໃຊ້ກໍາລັງທາງທະຫານເປັນຕົ້ນ.
ທ່ານ Carney ບໍ່ໄດ້ເວົ້າເຖິງລາຍລະອຽດຂອງລາຍງານອົງການພະລັງປະລະມານູ
ສາກົນທີ່ຮົ່ວໄຫລອອກມາໃນສື່ມວນຊົນ ກ່ອນການພິມເຜີຍແຜ່ທີ່ໄດ້ມີການຄາດໝາຍ
ກັນໄວ້ນັ້ນ.