ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຂໍ້ມູນລັບເວົ້າວ່າ ອີຣ່ານກໍາລັງພັດທະນາ ອາວຸດນີວເຄລຍ


ທ່ານວິຊາການອີຣ່ານຄົນນຶ່ງກໍາລັງຍ່າງຢູ່ໂຮງແຍກທາດ Uranium ແຫ່ງນຶ່ງ ຢູ່ນອກເມືອງ Isfahan ໃຕ້ນະຄອນເຕຫະຣ່ານ, ອີຣ່ານ.
ວັນທີ 7 ພະຈິກ 2011.
ທ່ານວິຊາການອີຣ່ານຄົນນຶ່ງກໍາລັງຍ່າງຢູ່ໂຮງແຍກທາດ Uranium ແຫ່ງນຶ່ງ ຢູ່ນອກເມືອງ Isfahan ໃຕ້ນະຄອນເຕຫະຣ່ານ, ອີຣ່ານ. ວັນທີ 7 ພະຈິກ 2011.

ສື່​ມວນ​ຊົນ​ສະຫະລັດ​ກ່າວ​ວ່​າ ໄດ້​ມີການ​ມອບ​ຂໍ້​ມູນ​ລັບ​ໃຫ້​ແກ່ອົງການ​ ​ນີວ​ເຄລຍຂອງ
ສະຫະ​ປະຊາ​ຊາດ​ ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ອີຣ່ານ​ໄດ້​ດໍາ​ເນີນການ​ພັດທະນາ​ເຕັກ​ໂນ​ໂລ
ຈີ​ອາວຸດ​ນີວ​ເຄລຍ.

ໜັງສືພິມ Washington Post ​ລາຍ​ງານ​ຂ່າວໃນ​ແລງ​ວັນ​ອາທິດ​ວານ​ນີ້​ວ່າ ອິງ​ຕາມ
ພວກ​ນັກ​ການ​ທູດ​ຝ່າຍ​ຕາ​ເວັນ​ຕົກ​ແລະ​ພວກ​ນັກ​ຊ່ຽວຊານ​ດ້ານ​ນີວ​ເຄລຍທີ່​ໄດ້​ທົບ​ທວນ
ເບິ່ງ​ຂ່າວ​ລັບ​ທີ່​ວ່າ​ນີ້ ​ແມ່ນ​ວ່າ ອີຣ່ານໄດ້​ເອົາ​ບາດກ້າວ​ທີ່​ສໍາຄັນ​ຕ່າງໆ​ເພື່ອ​ຈະ​ໃຫ້​ຂ້າມ​
ຜ່ານການ​ທ້າ​ທາຍຕ່າງໆ​ທາງດ້ານ​ເຕັກນິກ​ ດ້ວຍ​ການ​ຊ່ອຍ​ເຫລືອ​ຂອງ​ພວກ​ນັກວິ​ທະ
ສາດ​ຕ່າງປະ​ເທດ​.

ທ່ານ David Albright ອະດີດ​ເຈົ້າ​ໜ້າ​ທີ່ປະ​ຈໍາ​ອົງການ​ພະ​ລັງ​ປະລະມະ​ນູສາກົນ​ຫລື
IAEA ກ່າວ​ກັບ​ໜັງສືພິມ Washington Post ວ່າຄວາມ​ຄືບ​ໜ້າ​ເຫລົ່າ​ນີ້​ແມ່ນ​ຮວມທັງ​
ການ​ໄດ້​ຮັບ​ການ​ອອກ​ແບບ​ແລະ​ການ​ທົດ​ສອບອຸບປະກອນ​ທີ່​ເປັນ capsule ວັດຖຸ​ລະ
ເບີດ​ທີ່​ໃຊ້​ເພື່ອ​ກະ​ຕຸ້ນ​ການລະ​ເບີດ​ຂອງ​ນີວ​ເຄລຍນັ້ນ. ສ່ວນໜັງສືພິມ The New York
Times ​ກໍ​ລາຍ​ງານວ່າ ພວກ​ເຈົ້າ​ໜ້າ​ທີ່ທີ່​ໄດ້​ຮັບ​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບຂ່າວ​ລັບ​ໂດຍ​ສັງ
ເຂ​ບນັ້ນ​ໄດ້​ກ່າວ​ວ່າ ອີຣ່ານມີ​ສະຖານ​ແຫ່ງ​ນຶ່ງ​ທີ່​ບາງ​ຄົນ​ເຊື່ອ​ວ່າ ໄດ້​ຖືກໃຊ້​ເປັນ​ບ່ອນ​ທົດ
ສອບ​ອຸບປະກອນ​ດັ່ງກ່າວ.

ອົງການ IAEA ກໍານົດ​ຈະ​ເປີດ​ເຜີຍ​ລາຍ​ງານ​ສະບັບ​ນຶ່ງ​ໃຫ້​ຊາບ​ກ່ຽວ​ກັບ​ໂຄງການ​ນີວ​
ເຄລຍຂອງ​ອີຣ່ານ​ໃນ​ສັບປະດາ​ນີ້.

ນັກບວດ Ayatollah Ahmad Khatami ຂອງອີຣ່ານໄດ້ເຕືອນທ່ານ Yukiya Amano
ຫົວໜ້າອົງການ IAEA ​ໃນ​ວັນ​ຈັນ​ມື້ນີ້ ບໍ່​ໃຫ້​ເປີດເຜີຍ​ອັນ​ທີ່ຜູ້​ນໍາ​ອີຣ່ານ​ເອີ້ນ​ວ່າ ລາຍ​ງານ
ຄວາມ​ຂີ້​ຕົວະ ​ໂດຍ​ກ່າວ​ວ່າ ມັນຈະ​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຄວາມ​ໜ້າ​ເຊື່ອ​ຖື​ຂອງອົງ
ການ IAEA ຂອງ​ສະຫະ​ປະຊາ​ຊາດ​ນັ້ນ.

XS
SM
MD
LG