ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການລົງໂທດຮອບໃໝ່ຕໍ່ ອິຣ່ານ ໃກ້ຈະມີຂຶ້ນແລ້ວ


ປະທານາທິບໍດີ Dmitri Medvedev ​ແຫ່ງ​ລັດ​ເຊຍ ກ່າວ​ວ່າ ພວກ ປະ​ເທດ​ມະຫາ​ອຳນາດ​ທັງຫລາຍ​ ໃກ້​ຈະ​ຮັບຮອງ
ເອົາ​ການ​ລົງ​ໂທດ​ຕໍ່​ອິຣ່ານຮອບ​ໃໝ່ແລ້ວ ຖ້າ​ຫາກ​ອິຣ່ານຍັງ​ສືບ​ຕໍ່​ດຳ​ເນີນໂຄງການ​ນີວ​ເຄລຍຂອງ​ຕົນ​ຢູ່​ຕໍ່​ໄປ.
ທ່ານ Medvedev ກ່າວ​ວ່າ ບໍ່​ມີ​ໃຜ​ຢາກໃຫ້ມີ​ການ​ລົງ​ໂທດ​ທີ່ວ່ານີ້ ​ແຕ່​ ພວກ​ປະ​ເທດ​ມະຫາ​ອຳນາດ​ກໍຈະ​ທຳ​ການ​ລົງ​ໂທດ
ດັ່ງກ່າວ ​ຖ້າ​ອິຣ່ານ ຫາກ​ບໍ່​ຢຸດອັນ​ທ່ີ​ທ່ານ​ເອີ້ນ​ວ່າ ພຶດຕິ​ກຳ​ທ່ີ​ຂາດ​ຄວາມ​ຮັບຜິດຊອບນັ້ນ.
ທ່ານ Medvedev ໃຫ້ຄວາມເຫັນດັ່ງກ່າວ​ໃນ​ວັນ​ເສົາ​ວານ​ນີ້ ທ່ີ​ເຢຍ ລະມັນ ຫລັງ​ຈາກ​ທຳ​ການ​ພົບ​ປະ​ຫາລື​ກັບ​
ທ່ານ​ນາງ Angela Mer-kel ນາຍົກລັດຖະມຸນຕີ​ເຢຍລະ​ມັນ.
ທ່ານ​ນາງ Merkel ກ່າວ​ວ່າ ສະພາ​ຄວາມ​ໝັ້ນຄົງ​ສະຫະປະຊາ​ຊາດ ສາມາດ​ຮັບ​ຜ່ານ​ຍັດຕິ​ລົງໂທດດັ່ງກ່າວ​ໄດ້
ໃນ​ອະນາຄົດອັນໃກ້ໆ​ນີ້. ​ເຢຍລະ​ມັນ​ແລະຫ້າ​ປະ​ເທດ​ສະມາຊິກ​ຖາວອນ​ຂອງ​ສະພາ​ຄວາ​ມໝັ້ນ ຄົງ​ ອັນ​ມີ​ສະຫະລັດ
ລັດ​ເຊຍ ຈີນ ຝຣັ່ງ​ແລະ​ອັງກິດ ​ໄດ້​ທຳ​ການ​ໂອ້​ລົມ​ສົນທະນາ​ກັນ​ມາໄລຍະນຶ່ງແລ້ວ ກ່ຽວ​ກັບ​ການ​ລົງ​ໂທດ​ຮອບ​ໃໝ່​ຕໍ່
ລັດຖະບານ​ເຕຮະຣ່ານ. ມາ​ຮອດ​ປັດຈຸ​ບັບນີ້ ລັດ​ເຊຍ​ແລະ​ຈີນ​ຍັງ​ບໍ່​ເຕັມ​ໃຈ​ປານ​ໃດ​ທ່ີ​ຈະ​ໃຫ້ການ​ສະໜັບສະໜຸນ​ຕໍ່ການ​ລົງ​ໂທດ​ນີ້.
ສະຫະລັດ​ແລະ​ພວກ​ພັນທະ​ມິດ​ຝ່າຍ​ຕາ​ເວັນ​ຕົກ ກ່າວ​ຫາ​ອິຣ່ານວ່າ ທຳ ການປັບເກຣດທາດ​ຢູຣາ​ນຽມ​ເພື່ອ​ສ້າງ​ຫົວ​ລະ​ເບີດ
ນີວ​ເຄລຍ ​ແຕ່​ອິຣ່ານ ກ່າວ​ວ່າ ​ໂຄງການ​ຂອງ​ຕົນ​ແມ່ນ​ເພື່ອ​ວັດຖຸ​ປະສົງ​ທາງ​ສັນຕິ​ເທົ່າ​ນັ້ນ.

XS
SM
MD
LG