ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອິຣ່ານໃຊ້ຜົງຢູເຣນຽມ ທີ່ຜະລິດໃນປະເທດ


ຫົວໜ້າອົງການພະລັງປະລະມະນູຂອງອິຣ່ານ ທ່ານ Ali Akbar Salehi ຕັດໂບ ໃນພິທີທີ່ໂຮງງານຫລອມທາດຢູເຣນຽມ Isfahan ໃນໃຈກາງອິຣ່ານ. ຢູ່ທາງຫລັງທ່ານ ແມ່ນລົດບັນທຸກຜົງທາດ ຢູເຮນຽມສີເຫລືອງມ ວັນທີ 5 ທັນວາ 2010.
ວັນທີ 5 ທັນວາ 2010.
ຫົວໜ້າອົງການພະລັງປະລະມະນູຂອງອິຣ່ານ ທ່ານ Ali Akbar Salehi ຕັດໂບ ໃນພິທີທີ່ໂຮງງານຫລອມທາດຢູເຣນຽມ Isfahan ໃນໃຈກາງອິຣ່ານ. ຢູ່ທາງຫລັງທ່ານ ແມ່ນລົດບັນທຸກຜົງທາດ ຢູເຮນຽມສີເຫລືອງມ ວັນທີ 5 ທັນວາ 2010. ວັນທີ 5 ທັນວາ 2010.


ໂທລະ​ພາບ​ແຫ່ງ​ຊາດ​ອິຣ່ານກ່າວ​ວ່າ ອິຣ່ານຈະ​ນໍາ​ໃຊ້​ທາດ​ຢູ​ເຣນຽມ​ທີ່​ຜະລິດ​ໃນ​ປະ​ເທດ​ເປັນ​ເທື່ອ​ທໍາ​ອິດ​ໃນ​ວັນ​ອາທິດ​ມື້​ນີ້ ທີ່ໂຮງງານ​ສໍາຄັນ​ແຫ່ງ​ນຶ່ງ​ໃນ​ໂຄງການ​ນີວ​ເຄລຍຂອງ​ຕົນ.

ຄໍາ​ປະກາດເວົ້າ​ວ່າ ພວກ​ຊ່ຽວຊານ​ຈະ​ໃຊ້ຜົງທາດ​ຢູ​ເຣນຽມ​ສີ​ເຫລືອງ ທີ່​ກັ່ນຢູ່ໃນ​ປະ​ເທດນັ້ນ​ ທີ່ໂຮງງານ​ນິວ​ເຄລຍ Isfahan. ​ກ່ອນ​ໜ້າ​ນີ້ ອິຣ່ານ​ແມ່ນ​ໄດ້ໃຊ້​ແປ້ງຫລື​ຜົງ​ຢູ​ເຣນຽມສີ​ເຫລືອງ​ ທີ່ເອົາມາ​ຈາກ​ອາ​ຟຣິກາ​ໃຕ້​ໃນ​ຊຸມ​ປີ 1970 ນັ້ນ.

ຂ່າວ​ທີ່​ວ່າ​ນີ້​ມີ​ຂຶ້ນ​ກ່ອນ​ການ​ພົບ​ປະ​ຫາລື​ກັນ​ໃນ​ວັນ​ຈັນ​ມື້​ອື່ນ​ ລະຫວ່າງ​ຫົວໜ້າ​ວາງ​ນະ​ໂຍບາຍ​ຕ່າງປະ​ເທດ​ຂອງສະ​ຫະ​ພາບ​ຢູ​ໂຣບ ທ່ານ​ນາງ Catherine Ashton ແລະ​ທ່ານ Saeed Jalili ຫົວໜ້າ​ເຈລະຈາ​ນີວ​ເຄລຍຂອງ​ອິຣ່ານທີ່​ນະຄອນ​ເຈ​ນີ​ວາ​. ທ່ານ​ນາງ Ashton ຈະ​ເປັນ​ຜູ້ຕາງໜ້າຂອງ​ປະ​ເທດ​ມະຫາ​ອໍານາດ​ກຸ່ມ​ທີ່​ເອີ້ນ​ກັນ​ວ່າ P5+1 ​ໃນ​ອັນ​ທີ່​ຈະ​ເປັນ​ການ​ໂອ້​ລົມ​ສົນທະນາ​ກັນ​ຄັ້ງ​ທໍາ​ອິດ​ກັບກຸງ​ເຕຮະ ຣ່ານ ກ່ຽວ​ກັບ​ໂຄງການ​ນີວ​ເຄລຍຂອງ​ອິຣ່ານ ໃນໄລຍະ​ເວລາ​ດົນກວ່າ​ນຶ່ງປີ ຜ່ານມາ.

XS
SM
MD
LG