ທ່ານ MAHMOUD AHMADINEJAD ກ່າວໃນມື້ວັນ ຈັນວານນີ້ວ່າ ອົງການ ສະຫະປະຊາຊາດ ສະຫະລັດ ແລະສະຫະພາບຢູໂຣບ ຄວນຢຸດເຊົາການເອົາ ທ່າທີແບບຂົ່ມເຫັງ ແລະຮວມເອົາບັນດາປະເທດອິສະລະ ເຂົ້າໃນການເຈລະຈາ ໃນອະຄົດຂ້າງໜ້ານຳ.
ທີ່ນະຄອນນິວຢອກ ຣັດເຊຍໄດ້ຮ້ອງທຸກ ຕໍ່ສະພາຄວາມໝັ້ນຄົງ ຂອງອົງການສະ ຫະປະຊາຊາດ ໃນມື້ວານນີ້ ກ່ຽວກັບການທີ່ເຢຍຣະມັນ ໄດ້ຢຶດອຸບປະກອນຈຳ ນວນນຶ່ງທີ່ສົ່ງໄປຍັງໂຮງໄຟຟ້ານິວເຄລຍ BUSHEHR ຂອງອີຣ່ານ ທີ່ຣັດເຊຍເປັນຜູ້ສ້າງ ນັ້ນ. ເອກອັກຄະລັດຖະ ທູດຂອງຣັດເຊຍປະຈຳອົງການສະຫະປະຊາ ຊາດ ທ່ານ VITALY CHURKIN ກ່າວຕໍ່ສະພາຄວາມໝັ້ນຄົງວ່າ ມັນເປັນສິ່ງ ທີ່ຮັບເອົາບໍ່ໄດ້ ທີ່ປະເທດທີ 3 ໄດ້ຢຶດເອົາສິ່ງຂອງທີ່ສົ່ງໄປຍັງອີຣ່ານ ທີ່ໄດ້ຮັບ ການອະນຸຍາດ ພາຍໃຕ້ລະບຽບການຂອງສະຫະປະຊາຊາດໃນປັດຈຸບັນ.
ການລົງໂທດຂັ້ນຕົ້ນຂອງສະຫະປະຊາຊາດຕໍ່ອີຣ່ານ ທີ່ມີການຮັບຮອງເອົາໃນປີ 2006 ນັ້ນ ແມ່ນໄດ້ຍົກເວັ້ນເທັກໂນໂລຈີ ສຳລັບ ເຕົາແຍກນິວເຄລຍ ທີ່ໃຊ້ນໍ້າທຳມະດາ ຄືກັນກັບຢູ່ໂຮງໄຟຟ້າ BUSHEHR ຂອງອີຣ່ານ ທີ່ຖືກເບິ່ງເຫັນວ່າ ເປັນໄພຂົ່ມຂູ່ໃນການ ແຜ່ຜາຍນິວເຄລຍບໍ່ຮ້າຍແຮງ ຄືກັນກັບ ເຕົາແຍກທີ່ໃຊ້ ນໍ້າພິເສດນັ້ນ. ແຕ່ການລົງໂທດໃໝ່ຂອງສະຫະພາບຢູໂຣບ ແມ່ນເຄັ່ງຄັດຂຶ້ນກວ່າແຕ່ກ່ອນ ແລະບໍ່ອະນຸຍາດໃຫ້ ມີການໂອນ ເທັກໂນໂລຈີ ປະເພດນີ້.
ນອກນັ້ນແລ້ວໃນມື້ວານນີ້ ບໍລິສັດເຈາະນໍ້າມັນຂອງຕາເວັນຕົກ 2 ບໍລິສັດ ກໍໄດ້ ຢຸດເຊົາການເຮັດທຸລະກິດກັບອີຣ່ານ.